Ad

Ad

30 August 2016

ລັດຖະມົນຕີສຶກສາຊີ້ສົກຮຽນນີ້ມີຄວາມສໍາຄັນຫລາຍ

          ເນື່ອງໃນໂອກາດກະກຽມໄຂສົກຮຽນໃໝ່ 2016-2017 ນີ້, ທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ນາງ ແສງເດືອນ ຫລ້າຈັນທະບູນ ໄດ້ມີຄໍາເຫັນວ່າ: ສົກຮຽນ 2016-2017 ນີ້, ເປັນສົກຮຽນທີ່ມີຄວາມສໍາຄັນຫລາຍ, ເພາະວ່າເປັນປີເລີ່ມຕົ້ນແຫ່ງການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII ແລະ ແຜນພັດທະນາການສຶກສາ ແລະ ກິລາ 2016-2020, ທັງແມ່ນປີກ້າວສູ່ການພັດທະ ນາຕາມທິດຍືນຍົງ ແລະ ການຮຽນຮູ້ຕະຫລອດຊີວິດ. ດັ່ງນັ້ນ ຈຶ່ງຂໍຮຽກຮ້ອງໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາ, ຄູອາຈານ, ນັກຮຽນ-ນັກສຶກສາ ແລະ ທົ່ວສັງຄົມ, ຈົ່ງໄດ້ພ້ອມກັນເອົາໃຈໃສ່ຊຸກຍູ້ສົ່ງເສີມວຽກງານສໍາຄັນ
ດັ່ງກ່າວຄື: ຕ້ອງເລັ່ງປັບປຸງລະບົບການບໍລິຫານ, ຄຸ້ມຄອງການສຶກສາ ແລະ ກິລາໃຫ້ຮັດກຸມກວ່າເກົ່າ ໂດຍເນັ້ນໃສ່ການປັບປຸງກົງຈັກການຈັດຕັ້ງ ແລະ ການສັບຊ້ອນບຸກຄະລາກອນໃຫ້ເໝາະສົມກັບຕໍາແໜ່ງງານ ແລະ ແຜນການຈັດຕັ້ງປະຕິບັດບັນດາກິດຈະກໍາປະຈໍາປີ 2017 ໃຫ້ມີປະສິດທິຜົນ, ຈັດຕັ້ງຜັນຂະຫຍາຍນິຕິກໍາຕ່າງໆທີ່ກ່ຽວຂ້ອງກັບຂະແໜງການສຶກສາ ແລະ ກິລາໃຫ້ເຂົ້າສູ່ຊີວິດຕົວຈິງຢູ່ໃນແຕ່ລະສະຖາບັນການສຶກສາ ແລະ ກິລາໃຫ້ເລິກເຊິ່ງເຖິງຖອງ, ສືບຕໍ່ຈັດຕັ້ງປະຕິບັດ 3 ຂໍ້ແຂ່ງຂັນຂອງຂະແໜງການສຶກສາ ແລະ ກິລາໃຫ້ແຂງແຮງ ແລະ ມີບັນຍາ ກາດຕິດພັນກັບການປະຕິບັດການຍ້ອງຍໍຕໍ່ນັກຮຽນ-ນັກສຶກສາ, ຜູ້ບໍລິຫານ ແລະ ຄູອາຈານຜູ້ດີເດັ່ນ, ລວມທັງຜູ້ປະກອບສ່ວນດີເດັ່ນໃນການພັດທະນາການສຶກສາ ແລະ ກິລາໃນໄລຍະຜ່ານມາໃຫ້ເໝາະສົມທົ່ວເຖິງ ແລະ ອັນສໍາຄັນແມ່ນເພີ່ມທະວີຄວາມເອົາໃຈໃສ່ສຶກສາອົບຮົມຕັກເຕືອນນັກຮຽນ-ນັກສຶກສາ ໃຫ້ພວກເຂົາດຸໝັ່ນໃນການສຶກສາ, ການຄົ້ນຄວ້າຮໍ່າຮຽນ, ຮູ້ຄຸນຄ່າຂອງການຮຽນ ແລະ ຊຸກຍູ້ສົ່ງເສີມໃຫ້ລູກຫລານທີ່ຢູ່ໃນເກນອາຍຸເຂົ້າຮຽນໄປເຂົ້າໂຮງຮຽນໃຫ້ຄົບຖ້ວນ.

          ທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ກ່າວວ່າ: ຕະຫລອດໄລຍະຜ່ານມາ, ດ້ວຍຄວາມຮັບພິຊອບສູງຂອງຜູ້ບໍລິຫານການສຶກສາ ແລະ ກິລາທຸກຂັ້ນ, ຄວາມມານະອົດທົນຂອງຄູອາ ຈານທຸກຄົນສົມທົບກັບຄວາມເອົາໃຈໃສ່ປະກອບສ່ວນຂອງອໍານາດການປົກຄອງ, ພໍ່ແມ່ປະຊາຊົນກໍຄືຜູ້ປົກຄອງ ແລະ ການຊຸກຍູ້ສົ່ງເສີມ, ການຊ່ວຍເຫລືອຂອງອົງການຈັດຕັ້ງທຸກພາກສ່ວນສັງຄົມ ຈຶ່ງເຮັດໃຫ້ການພັດທະນາວຽກງານສຶກສາ ແລະ ກິລາ ກໍຄືການຈັດຕັ້ງປະຕິບັດການຮຽນ-ການສອນໃນສົກຮຽນ 2015-2016 ຜ່ານມານີ້ມີຜົນສໍາເລັດຫລາຍດ້ານຄື: ຈໍານວນໂຮງຮຽນ ແລະ ນັກຮຽນສາຍສາມັນສຶກສາໄດ້ເພີ່ມຂຶ້ນ, ຫລາຍໂຮງຮຽນທັງພາກລັດ ແລະ ເອກະຊົນ ໄດ້ກາຍເປັນໂຮງຮຽນຕົວແບບ, ໂຮງຮຽນສີຂຽວ, ໂຮງຮຽນປອດສິ່ງເສບຕິດ ແລະ ອື່ນໆ, ສ່ວນແຜນງານການສຶກສາເພື່ອທຸກຄົນກໍຄືການບັນລຸເປົ້າໝາຍສະຫັດສະວັດດ້ານການພັດທະນາໃນໄລຍະຮອດປີ 2015 ນີ້ໂດຍລວມທົ່ວປະເທດແມ່ນມີບາງເປົ້າໝາຍໄດ້ບັນລຸ ແລະ ລື່ນຄາດໝາຍ, ການສຶກສານອກໂຮງຮຽນແມ່ນໄດ້ປະກາດຈົບຊັ້ນປະຖົມບໍາລຸງທົ່ວປະເທດໃນວັນທີ 28 ສິງຫາ 2015 ແລະ ມາຮອດປັດຈຸບັນມີ 80 ເມືອງ, 2 ແຂວງ ແລະ ນະຄອນຫລວງ ໄດ້ປະກາດຈົບຊັ້ນມັດທະຍົມຕອນຕົ້ນບໍາລຸງ. ສໍາລັບວຽກງານກິລາ-ກາຍຍະກໍາ ກໍໄດ້ສືບຕໍ່ເສື່ອມສານເຂົ້າກັບວຽກງານພັດທະນາຊັບພະຍາກອນມະນຸດຢ່າງກົມກຽວດີຂຶ້ນ, ຊຶ່ງມີການຂະຫຍາຍຕົວນັບທັງດ້ານປະລິມານ ແລະ ຄຸນນະພາບ ສາມາດເຂົ້າຮ່ວມການແຂ່ງຂັນໃນລະດັບຊີເກມ, ເອຊຽນເກມ ກໍຄືລະດັບພາກພື້ນ ແລະ ສາກົນຕ່າງໆ.

No comments:

Post a Comment