Ad

Ad

6 December 2016

ໃຫ້ຄວາມຮູ້ການໃຊ້ເຄື່ອງກອງນ້ຳແກ່ພະນັກງານ

          ທ້າຍອາທິດຜ່ານມາ, ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໄດ້ມີກອງປະຊຸມສຳມະນາກ່ຽວກັບການເບິ່ງແຍງສຸຂະພາບແບບອົງກອນລວມ, ໂດຍບໍລິສັດ ລັດວິສາ ຫະກິດ ມິດເຮັບປີເດີລີເວີລີ ໄດ້ມາໃຫ້ຄວາມຮູ້ໃນການໃຊ້ເຄື່ອງກອງນ້ຳໄອວໍເຕີ, ຊຶ່ງເປັນທາງເລືອກໃໝ່ແກ່ການຫຼຸດ ຜ່ອນຕົ້ນທຶນ ແລະ ຮັບປະກັນຄວາມປອດໄພຂອງນ້ຳດື່ມໃຫ້ພະນັກງານ ແລະ ລັດຖະກອນຂອງຕົນ.

          ທ່ານອຳນວຍການບໍລິສັດ ລັດວິສາຫະກິດ ມິດເຮັບປີເດີລີ ເວີລີ ໃຫ້ຮູ້ວ່າ: ການຈັດສຳມະນາເຜີຍແຜ່ຄວາມຮູ້ກ່ຽວກັບການເບິ່ງແຍງສຸຂະພາບຄັ້ງນີ້ ກໍເພື່ອໃຫ້ພະນັກງານຂອງລັດ ໄດ້ຮູ້ເຖິງຄວາມ
ສຳຄັນ ແລະ ຄວາມຈຳເປັນ ຂອງການເບິ່ງແຍງສຸຂະພາບ ໂດຍສະເພາະແມ່ນການເລືອກດື່ມນ້ຳແນວໃດ ຈຶ່ງດີຕໍ່ສຸຂະ ພາບ, ລວມທັງການໃຊ້ນ້ຳທີ່ດີຈະສາມາດຫຼຸດຜ່ອນຕົ້ນທຶນໃຫ້ກັບອົງກອນ ແລະ ຕໍ່ກັບຄອບ ຄົວ ພ້ອມຍັງຊ່ວຍປະຢັດຄ່າໃຊ້ຈ່າຍໃນການປິ່ນປົວສຸຂະພາບ, ເມື່ອມີຄວາມ ສຳຄັນຄືດັ່ງທີ່ກ່າວນັ້ນ ພວກເຮົາໃນນາມບໍລິສັດ ຮ່ວມກັບກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ ຈຶ່ງໄດ້ຈັດກອງປະຊຸມສຳມະນານີ້ຂຶ້ນ ເພື່ອເປັນຄວາມຮູ້ໃໝ່ໃຫ້ແກ່ພະນັກງານໃຫ້ມີຄວາມຮູ້ດ້ານການເບິ່ງແຍງສຸຂະພາບຈາກຜູ້ມີບົດຮຽນ ແລະ ປະສົບການ. ສຳລັບເຄື່ອງກອງນ້ຳ ທີ່ທາງບໍລິ ສັດໄດ້ນຳເຂົ້າມາເພື່ອໃຫ້ຄວາມຮູ້ໃນເທື່ອນີ້ ເປັນເຄື່ອງກອງນ້ຳທີ່ສັງຄົມໃຫ້ຄວາມສົນໃຈ ແລະ ຜ່ານມາ ກໍມີບາງອົງກອນຂອງພາກລັດຫຼາຍໆແຫ່ງ ແລະ ຄົວເຮືອນ ຈຳນວນໜຶ່ງກໍເລີ່ມຫັນມາຊົມໃຊ້້ເຄື່ອງກອງນ້ຳດັ່ງກ່າວຢ່າງກຸ້ມຄ່າ, ໂດຍທາງບໍລິສັດຈະຮັບປະກັນ 15 ປີ, ເຄື່ອງກອງນ້ຳໄອ ວໍເຕີ ນີ້ເປັນເຄື່ອງໜຶ່ງທີ່ໄດ້ຮັບການຢັ້ງຢືນດ້ານມາດຕະຖານສາກົນຈາກອົງການອະນາໄມ ຂອງສະຫະລັດອາເມລິກາ, ອົງການຄຸນນະພາບນ້ຳ ແລະ ນ້ຳທີ່ໄດ້ແມ່ນຜ່ານການວິໄຈຈາກສະຖາບັນຢູ່ປະເທດຍີ່ປຸ່ນວ່າມີຄວາມສຳຄັນຕໍ່ສຸຂະພາບແທ້ ແລະ ເໝາະແກ່ການປິ່ນປົວສຸຂະພາບແບບທຳມະຊາດບໍ່ມີສານເຄມີເຈືອປົນ, ດັ່ງນັ້ນ ທາງບໍລິສັດ ຈຶ່ງໄດ້ນຳເຂົ້າເພື່ອໃຫ້ທຸກຄົນໄດ້ຊົມໃຊ້ເພື່ອສຸຂະພາບທີ່ດີ.

No comments:

Post a Comment