Ad

Ad

6 December 2016

4 ວັນຢູ່ນະຄອນຫລວງວຽງຈັນມີຜູ້ເສຍຊີວິດຈາກອຸປະຕິເຫດ 3 ຄົນ

          ນັບແຕ່ວັນທີ 1-4 ທັນວາຜ່ານມານີ້, ທົ່ວນະຄອນຫລວງວຽງຈັນ ມີອຸປະຕິເຫດເກີດຂຶ້ນຫລາຍກວ່າ 30 ກໍລະນີ, ສົ່ງຜົນໃຫ້ມີຜູ້ເສຍຊີວິດ 3 ຄົນ ແລະ ໄດ້ຮັບບາດເຈັບຫລາສິບຄົນ, ຊຶ່ງອຸປະຕິເຫດສ່ວນໃຫຍ່ແມ່ນມັກເກີດໃນຍາມຄ່ຳຄືນ.

          ເຈົ້າໜ້າທີ່ຈະລາຈອນ ນະຄອນຫລວງວຽງຈັນໃຫ້ຮູ້ວ່າ: ຄືນວັນທີ 3 ທັນວາຜ່ານມານີ້, ມີອຸ ປະຕິເຫດເກີດຂຶ້ນຫລາຍກໍລະນີ, ແຕ່ໃນນັ້ນ ມີ 2 ກໍລະນີທີ່ສົ່ງຜົນໃຫ້ມີຜູ້ເສຍຊີວິດຄາທີ່ຄື: ເວລາປະ ມານ 1:45 ໂມງຂອງວັນດັ່ງກ່າວ, ຢູ່ເຂດ
ບ້ານນ່າງ່າ, ເມືອງນາຊາຍທອງ ໄດ້ເກີດອຸປະຕິເຫດລົດໃຫຍ່ຕຳກັບລົດຈັກຢ່າງແຮງ ສົ່ງຜົນໃຫ້ທ້າວ ຄຳຫລ້າ ອາຍຸ 47 ປີ, ຢູ່ບ້ານພັດທະນາ, ເມືອງນາຊາຍທອງ ຜູ້ຂັບຂີ່ລົດຈັກເສຍຊີວິດຄາທີ່ ແລະ ເມື່ອເວລາ 17:00 ໂມງຂອງວັນດຽວກັນ, ຢູ່ເຂດບ້ານດ່ານຊ້າງ, ເມືອງໄຊທານີ, ໄດ້ເກີດເຫດລົດຈັກຕຳກັບລົດຖີບຢ່າງແຮງ ສົ່ງຜົນໃຫ້ນາງ ບູທູຮຽງ (ສັນຊາດຫວຽດນາມ) ອາຍຸ 27 ປີ, ພັກເຊົາຢູ່ບ້ານໂນນສະຫວ່າງ, ເມືອງໄຊເສດຖາ ຜູ້ຂັບຂີ່ລົດຖີບເສຍຊີວິດຄາທີ່ ແລະ ໃນຄືນຂອງວັນທີ 4 ທັນວານີ້, ຢູ່ເຂດບ້ານດົງຄຳຊ້າງ, ເມືອງຫາດຊາຍຟອງ, ໄດ້ເກີດເຫດລົດຈັກຕຳລົດຈັກພາໃຫ້ທ້າວ ບຸນມີ ອາຍຸ 26 ປີ, ຢູ່ບ້ານໂນນຫວາຍ, ເມືອງໄຊເສດຖາ ເສຍຊີວິດໃນທີ່ສຸດ. ເຈົ້າໜ້າທີ່ ເວົ້າວ່າ: ອຸປະຕິເຫດສ່ວນໃຫຍ່ແມ່ນເກີດຈາກນັກຂັບຂີ່ຂາດສະຕິ, ປະໝາດ ແລະ ບໍ່ເຂັ້ມງວດເຄົາລະບຽບຈະລາຈອນ, ໂດຍສະເພາະແມ່ນເກີດຈາກການເມົາແລ້ວຂັບຂີ່ພາຫະນະ ສົ່ງຜົນໃຫ້ມີຜູ້ໄດ້ຮັບບາດເຈັບ ແລະ ເສຍຊີວິດຕາມມາ.

No comments:

Post a Comment