Ad

Ad

2 February 2017

ລົດບັນທຸກ ຕຳລົດຈັກເສຍຊີວິດຄາທີ 1 ຄົນຢູ່ແຂວງຫົວພັນ


        ເຈົ້າໜ້າທີ່ຈະລາຈອນແຂວງຫົວພັນ ໃຫ້ຮູ້ວ່າ: ເວລາປະມານ 15:30 ໂມງຂອງວັນທີ 30 ມັງກອນນີ້, ຢູ່ເສັ້ນທາງເລກ 6A, ເຂດບ້ານນາ ຂາມ, ເມືອງຊຽງຄໍ້, ໄດ້ເກີດອຸປະຕິເຫດລົດບັນທຸກ 12 ລໍ້ໝາຍເລກທະບຽນ ບກ 0848 ຫົວພັນ, ຂັບຂີ່ໂດຍທ້າວ ວົງ, ອາຍຸ 33 ປີ, ຢູ່ບ້ານດ່ານ, ເມືອງແອດ ທີ່ມຸ້ງໜ້າມາຈາກເມືອງ ແອດ ເພື່ອໄປເມືອງສົບເບົາ, ພໍມາຮອດຈຸດເກີດເຫດ, ຊຶ່ງເປັນທາງໂຄ້ງ ຈຶ່ງໄດ້ໄປຕຳເອົາລົດຈັກບໍ່ມີປ້າຍທະບຽນຢ່າງຮຸນແຮງ, ສົ່ງ ຜົນໃຫ້ທ້າວ ບຸນບິນ, ອາຍຸ 48 ປີ, ຢູ່ບ້ານ ແລະ ເມືອງຊຽງຄໍ້ ແຂວງຫົວພັນ ເສຍຊີ ວິດຄາທີ່. ສ່ວນຜູ້ຂັບຂີ່ລົດບັນທຸກແມ່ນຖືກເຈົ້າໜ້າທີ່ກັກຕົວໄວ້ ເພື່ອດຳເນີນຄະດີຕາມ ລະບຽບກົດໝາຍ.
          ຄືນຂອງວັນດຽວກັນ, ກໍໄດ້ເກີດເຫດລົດຈັກຕຳກັບລົດຕຸກໆ, ຢູ່ເຂດບ້ານນາມະລາດ, ເມືອງທ່າແຂກ ແຂວງຄຳມ່ວນ, ຊື່ງທ້າວ ຕຸ້ຍ ອາຍຸ 29 ປີ, ຢູ່ບ້ານໂພນ, ເມືອງທ່າແຂກ, ແຂວງຄຳມ່ວນ ຂັບຂີ່ລົດຈັກໝາຍເລກທະບຽນ ຈກ 4085 ອອກຈາກບ້ານນາມະລາດ ມຸ້ງໜ້າໄປເສັ້ນທາງເລກທີ 13 ໃຕ້, ພໍມາຮອດຈຸດເກີດເຫດໄດ້ຕຳກັບລົດຕຸກໆທີ່ບໍ່ມີໄຟຕາລົດ ທີ່ມາຕາມທິດກົງກັນຂ້າມ ຊຶ່ງຂັບໂດຍທ້າວ ຕ້ອມ, ອາຍຸ 17 ປີ, ຢູ່ບ້ານດຽວກັນ, ອຸປະຕິເຫດດັ່ງກ່າວສົ່ງຜົນໃຫ້ຜູ້ຂັບຂີ່ລົດຈັກເສຍຊີວິດຄາທີ່.

ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ອຸປະຕິເຫດທີ່ເກີດຂຶ້ນໃນທຸກມື້ນີ້ ແມ່ນມາຈາກສອງຫາເຫດຕົ້ນຕໍຄື: (1) ເກີດຈາກ ຄົນ ກໍຄືກະໂຕນັກຂັບຂີ່ ແລະ (2) ສະພາບແວດລ້ອມທີ່ປິ່ນອ້ອມ, ປັດຈຸບັນຍັງມີນັກຂັບ ຂີ່ຈໍານວນບໍ່ໜ້ອຍຍັງບໍ່ເຄົາລົບກົດລະບຽບຈະລາຈອນຢ່າງເຂັ້ມງວດ, ຊຶ່ງມັນສະແດງອອກ ຄື: ຂັບຂີ່ລົດແບບປະໝາດ, ລ່ວງໄຟອໍານາດ, ລ່ວງປ້າຍຫ້າມ, ຂັບຂີ່ລົດໄວ, ເມົາແລ້ວຂັບ ຂີ່ ແລະ ອື່ນໆ ແລະ ນັກຂັບຂີ່ຈໍານວນໜຶ່ງແມ່ນບໍ່ໄດ້ຜ່ານການຮຽນຮູ້ກົດລະບຽບຈະລາ ຈອນຢ່າງຖືກວິທີ ກໍຄືການໄດ້ໃບຂັບຂີ່ມາດ້ວຍການບໍ່ໄດ້ຜ່ານການສອບເສັງກໍມີ. ສ່ວນ ເກີດຈາກສະພາບແວດລ້ອມອື່ນໆນັ້ນ ກໍແມ່ນຖະໜົນຫົນທາງທີ່ບໍ່ ຮັບປະກັນດ້ານເຕັກນິກ, ເສັ້ນທາງເປ່ເພ, ບໍ່ມີໄຟແສງສະຫວ່າງ ແລະ ອື່ນໆ.

No comments:

Post a Comment