Ad

Ad

1 February 2017

ນາຍົກລັດຖະມົນຕີຊີ້ນໍາຫລາຍວຽກໃຫ້ຂະແໜງກ່ຽວຂ້ອງປະຕິບັດດ້ວຍຄວາມຮັບຜິດຊອບສູງ

           ກອງປະຊຸມລັດຖະບານປະຈໍາເດືອນມັງກອນ 2017 ທີ່ສໍາເລັດລົງເມື່ອບໍ່ດົນມານີ້, ໂດຍການເປັນປະທານຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ,  ໄດ້ຊີ້ນໍາໃຫ້ສະມາຊິກລັດຖະບານກໍຄືບັນດາຂະແໜງການກ່ຽວຂ້ອງຕ່າງໆເພີ່ມທະວີຄວາມເປັນເຈົ້າການຈັດຕັ້ງຜັນຂະຫຍາຍວຽກງານທີ່ກອງປະຊຸມໄດ້ຕົກລົງ.

ໃນເດືອນກຸມພານີ້ດ້ວຍຄວາມຮັບຜິດຊອບສູງຄື: ເອົາໃຈໃສ່ວຽກປ້ອງກັນຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໃນສັງຄົມ, ໂດຍສະເພາະສືບຕໍ່ແກ້ໄຂບັນຫາຢາເສບຕິດ, ປຸ້ນຈີ້-ຊີງຊັບ, ອຸປະຕິເຫດຕາມທ້ອງຖະໜົນ ແລະ ບັນດາປາກົດການຫຍໍ້ທໍ້ທາງສັງຄົມອື່ນໆ ເພື່ອຮັກສາສະຖຽນລະພາບທາງດ້ານ
ການເມືອງ, ສ້າງສະພາບແວດລ້ອມ ແລະ ເງື່ອນໄຂເອື້ອອຳນວຍໃຫ້ແກ່ການພັດທະ ນາຕາມທິດທາງ ແລະ ແຜນການທີ່ໄດ້ກຳນົດໄວ້, ເອົາໃຈໃສ່ຕິດຕາມການມອບພັນທະອາກອນປີ 2017, ຕິດຕາມໜີ້ຄ້າງມອບລາຍຮັບຄ່າຊັບພະຍາກອນຂອງບັນດາບໍລິສັດ, ເລັ່ງທວງໜີ້ຄ້າງການມອບພັນທະຕາມລະບຽບການ, ຕິດຕາມການຈັດຕັ້ງປະຕິບັດໂຄງການທີ່ນຳໃຊ້ທຶນກູ້ຢືມ ແລະ ການຊ່ວຍເຫລືອລ້າຈາກຕ່າງປະເທດ ເພື່ອຮັບປະກັນການຄຸ້ມຄອງ-ນຳໃຊ້ແຫລ່ງທຶນເພື່ອການພັດທະນາໃຫ້ມີປະສິດທິຜົນສູງ, ເອົາໃຈໃສ່ຄຸ້ມຄອງ ແລະ ຮັກສາສະຖຽນລະພາບເງິນຕາຕ່າງປະເທດໃຫ້ມີຄວາມໝັ້ນທ່ຽງ, ຄຸ້ມຄອງອັດຕາແລກປ່ຽນໃຫ້ຢູ່ໃນລະດັບທີ່ໄດ້ກຳນົດໄວ້, ຄຸ້ມຄອງການເຄື່ອນໄຫວຂອງທະນາຄານທຸລະກິດ, ເພີ່ມທະວີການຕິດຕາມ-ກວດກາສິນເຊື່ອຂອງບັນດາສະຖາບັນການເງິນ ແລະ ຕັ້ງໜ້າຄົ້ນຄວ້າອັດຕາດອກເບ້ຍເງິນກູ້ ເພື່ອຊຸກຍູ້ສົ່ງເສີມການຜະລິດ, ການລົງທຶນ ແລະ ກະຕຸ້ນຂະຫຍາຍຕົວຂອງເສດຖະກິດ, ຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫລາດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ໂດຍການລົງຕິດຕາມ-ກວດກາຕົວຈິງຢ່າງໃກ້ຊິດຕໍ່ເນື່ອງ, ເພື່ອບໍ່ໃຫ້ຊາວຄ້າຂາຍສວຍໂອ ກາດຂຶ້ນລາຄາຕາມລຳພັງ, ຖ້າພົບເຫັນມີການລະເມີດແມ່ນໃຫ້ມີວິທີແກ້ໄຂທີ່ເໝາະສົມ, ຄົ້ນຄວ້າກຳນົດບັນຊີສິນຄ້າຄວບຄຸມໂດຍໄວ ແລະ ມີການຄວບຄຸມລາຄາຢ່າງເໝາະສົມຢູ່ທ້ອງຕະຫລາດ, ສືບຕໍ່ສົ່ງເສີມການຜະລິດເປັນສິນຄ້າ ແລະ ຄ້ຳປະກັນສະບຽງອາຫານແຫ່ງຊາດເພື່ອກ້າວໄປສູ່ຄວາມສາມາດກຸ້ມຕົນເອງ, ສືບຕໍ່ກວດກາບັນຊີພະນັກງານ-ລັດຖະກອນໃຫ້ລະອຽດຊັດເຈນ ແລະ ໃຫ້ສຳ ເລັດໂດຍໄວ, ໂດຍຫັນການຄຸ້ມຄອງພະນັກງານ-ລັດຖະກອນເຂົ້າສູ່ລະບົບທັນສະໄໝ ເພື່ອຮັບປະກັນການເບີກ-ຈ່າຍເງິນເດືອນໃຫ້ມີຄວາມໂປ່ງໃສ ແລະ ມີປະສິດທິຜົນ, ພ້ອມກັນນັ້ນກໍເພີ່ມທະວີຄວາມເປັນເຈົ້າການໃນການເຜີຍແຜ່ການຈັດຕັ້ງປະຕິບັດດຳລັດ 130/ນຍ, ລົງວັນທີ 1 ມິຖຸນາ 2016 ວ່າດ້ວຍກອງທຶນທາງຢ່າງທົ່ວເຖິງໃນຂອບເຂດທົ່ວປະເທດ, ຕິດຕາມ, ຊຸກຍູ້ ແລະ ແກ້ໄຂບັນຫາກ່ຽວພັນກັບການຈັດຕັ້ງປະຕິບັດໂຄງການທາງລົດໄຟລາວ-ຈີນໃຫ້ໄດ້ດຳເນີນໄປເປັນປົກກະຕິ, ພ້ອມທັງຊຸກຍູ້ໃຫ້ທ້ອງຖິ່ນກ່ຽວຂ້ອງ ແລະ ພາກທຸລະກິດມີສ່ວນຮ່ວມໃນການຜະລິດທຸລະກິດທີ່ຕິດພັນກັບໂຄງການດັ່ງກ່າວ, ສືບຕໍ່ເຝົ້າລະວັງພະຍາດໄຂ້ເລືອດອອກ, ໄຂ້ຫວັດສັດປີກ ແລະ ປ້ອງກັນພະຍາດສັດທີ່ອາດເກີດຂຶ້ນຕາມລະດູການ ເປັນຕົ້ນ: ພະຍາດເຕົ້າໂຮມເລືອດງົວ-ຄວາຍ, ພະຍາດປາກເປື່ອຍລົງເລັບ, ພະຍາດທ້ອງເບັ່ງແບ້ ແລະ ອື່ນໆ, ສືບຕໍ່ຕິດຕາມ ແລະ ໝາຍຈຸດວາງໄຂຂອງຕັກແຕນຢູ່ແຂວງຫລວງພະບາງ, ຫົວພັນ, ຜົ້ງສາລີ, ອຸດົມໄຊ ແລະ ແຂວງຊຽງຂວາງ ເພື່ອເປັນຂໍ້ມູນໃນການກະກຽມປາບຕັກແຕນອ່ອນ, ກະກຽມເປີດງານມະຫະກຳນັກກິລານັກຮຽນມັດທະຍົມສຶກສາທົ່ວປະເທດຄັ້ງທີ 6 ທີ່ແຂວງບໍລິຄຳໄຊ, ກະກຽມຮ່າງຄຳສັ່ງວ່າດ້ວຍການຄຸ້ມຄອງການຕັ້ງຮ້ານບັນເທີງ ແລະ ຮ້ານຂາຍເຫລົ້າ-ເບຍຢູ່ໃກ້ກັບສະຖານການສຶກສາ, ໂຮງໝໍ, ສະຖານທີ່ສາສະໜາ ແລະ ສະຖານ ທີ່ສຳຄັນຕ່າງໆ, ພ້ອມນັ້ນກໍໃຫ້ປັບປຸງຮ່າງດຳລັດວ່າດ້ວຍການບັນເທີງ ແລະ ຮ່າງດຳລັດການຄຸ້ມຄອງແຫລ່ງທ່ອງທ່ຽວ, ສືບຕໍ່ຕິດຕາມ, ຄົ້ນຄວ້າ, ວິໄຈ ແລະ ຕີລາຄາສະພາບພົ້ນເດັ່ນຂອງພາກພື້ນ ແລະ ສາກົນໃຫ້ທັນສະພາບການ, ມີວິທີການທີ່ຄ່ອງແຄ້ວນິ້ມນວນໃນການຊີ້ແຈງຕອບໂຕ້ຖ້ອຍທຳນອງບິດເບືອນ ແລະ ຄວາມພະຍາຍາມໃນການປັ່ນປ່ວນ, ຍຸແຍ່ແບ່ງແຍກຂອງພວກຄົນບໍ່ດີ, ໃຫ້ສືບຕໍ່ຕິດຕາມ-ກວດກາ ແລະ ສະຫລຸບລາຍງານຜົນການຈັດຕັ້ງປະຕິບັດຄຳສັ່ງເລກທີ 15/ນຍ ຢ່າງເປັນປົກກະຕິ ເພື່ອບໍ່ໃຫ້ມີການຝ່າຝືນ ແລະ ຟື້ນຄືນການຕັດ ແລະ ສົ່ງອອກໄມ້ທ່ອນອີກຮອບໃໝ່, ພ້ອມນີ້ໃຫ້ເອົາໃຈໃສ່ຕິດຕາມຊຸກຍູ້ການປະຕິບັດດຳລັດ 15/ນຍ ແລະ ອື່ນໆ ໃຫ້ມີປະສິດທິຜົນ ແລະ ເຂັ້ມງວດ.

No comments:

Post a Comment