Ad

Ad

1 February 2017

ທົ່ວປະເທດປູກພືດລະດູແລ້ງໄດ້ຫຼາຍກວ່າ 1 ແສນເຮັກຕາ

ກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້ໃຫ້ຮູ້ວ່າ: ການປູກພືດລະດູແລ້ງປີນີ້ດຳເນີນໄປຢ່າງເປັນຂະບວນຟົດຟື້ນ ແລະ ມາຮອດປັດຈຸບັນທົ່ວປະເທດສາມາດປະຕິບັດໄດ້ແລ້ວຫຼາຍກວ່າ 103 ພັນເຮັກຕາ, ເທົ່າກັບ 74% ຂອງແຜນການ, ສ່ວນພືດທີ່ນິຍົມປູກຫຼາຍກວ່າໝູ່ແມ່ນສາລີແຂງ, ພືດຕະກຸນຖົ່ວ ແລະ ພືດອາຍຸສັ້ນຕາມລະດູ ການ, ຊຶ່ງພົ້ນເດັ່ນກວ່າໝູ່ແມ່ນແຂວງອຸດົມໄຊ, ໄຊຍະບູລີ, ວຽງຈັນ, ນະຄອນຫຼວງວຽງຈັນ, ສະຫວັນນະເຂດ ແລະ ຈຳປາສັກ, ສ່ວນການຜະລິດເຂົ້ານາແຊງມາຮອດປັດ ຈຸບັນ
ທົ່ວປະເທດສາມາດປັກດຳໄດ້ແລ້ວຫຼາຍກວ່າ 64 ພັນຮັກຕາ, ເທົ່າກັບ 52 % ຂອງເນື່ອທີ່ແຜນ ການ 95 ພັນເຮັກຕາ, ທຽບໃສ່ປີຜ່ານມາການປັກດຳເຂົ້ານາແຊງປີນີ້ແມ່ນຍັງຢູ່ໃນເກນປົກກະຕິ ແລະ ຄາດວ່າການປັກດຳຈະສຳເລັດໃນຕົ້ນເດືອນມີນາທີ່ຈະມາເຖິງນີ້, ສ່ວນຂະແໜງກະສິກຳກໍໄດ້ນຳສົ່ງພະນັກງານວິຊາການຂອງຕົນລົງຊຸກຍູ້ສົ່ງເສີມການນຳໃຊ້ເຕັກນິກວິທະຍາການໃຫ້ກະສິກອນແຕ່ລະທ້ອງຖິ່ນເພື່ອຍົກສະມັດຕະພາບການຜະລິດໃຫ້ໄດ້ຕາມຄາດໝາຍແຜນການວາງໄວ້.

ກົມດັ່ງກ່າວໃຫ້ຮູ້ອີກວ່າ: ປັດຈຸບັນມີກະສິກອນບາງເຂດໄດ້ຫັນຈາກການປູກເຂົ້າໄປປູກພືດລົ້ມລຸກທີ່ຕະຫຼາດຕ້ອງການ ແລະ ເຫັນວ່າສາມາດສ້າງລາຍຮັບໃຫ້ເຂົາເຈົ້າໄດ້ເປັນຢ່າງດີ.

No comments:

Post a Comment