Ad

Ad

1 February 2017

ກອງປະຊຸມສະພາບໍລິຫານ ທລຍ

          ກອງປະຊຸມສະພາບໍລິຫານກອງທຶນຫລຸດຜ່ອນຄວາມທຸກຍາກ (ທລຍ) ສະໄໝສາມັນຄັ້ງທີ 22 ໄດ້ຈັດຂຶ້ນໃນວັນທີ 31 ມັງກອນນີ້ທີ່ນະຄອນຫລວງວຽງຈັນ, ໂດຍການເປັນປະທານຂອງທ່ານ ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທັງເປັນປະທານສະພາບໍລິຫານ ທລຍ ຂັ້ນສູນກາງ, ມີບັນດາລັດຖະມົນຕີ, ເຈົ້າແຂວງ ແລະ ຕາງໜ້າຜູ້ໃຫ້ທຶນເຂົ້າຮ່ວມເປັນຈໍານວນຫລາຍ.
  ກອງປະຊຸມໄດ້ລາຍງານກ່ຽວກັບແຜນການຈັດຕັ້ງປະຕິບັດວຽກງານ ທລຍ ໄລຍະ 3, ຊຶ່ງແມ່ນການສືບຕໍ່ເສີມຂະຫຍາຍຜົນສຳເລັດຈາກໄລຍະ 2 ເພື່ອການປະຕິບັດນະໂຍບາຍ ແລະ ແຜນງານຂອງລັດຖະບານໃນການພັດທະນາຊົນບົດ ແລະ ແກ້ໄຂຄວາມທຸກຍາກ, ໂດຍມີການສົມທົບທຶນລະຫວ່າງລັດຖະບານ ແລະ ທະນາຄານໂລກ, ພ້ອມດ້ວຍຄູ່ຮ່ວມຜູ້ໃຫ້ທຶນອື່ນໆ.  

           ສະເພາະ ທລຍ ໄລຍະ 3 ມີມູນຄ່າ 50 ລ້ານກວ່າໂດລາສະຫະລັດ, ຊຶ່ງຈະຈັດຕັ້ງປະຕິບັດຢູ່ 263 ບ້ານໃນ 43 ເມືອງທຸກຍາກຂອງ 10 ແຂວງທົ່ວປະເທດແຕ່ປີ 2017-2019 ເພື່ອແນ່ໃສ່ບັນລຸເປົ້າໝາຍນຳພາປະເທດຊາດຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນປີ 2020 ແລະ ກ້າວໄປສູ່ປະເທດທີ່ມີລາຍຮັບປານກາງ-ສູງໃນປີ 2030.

           ທລຍ ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດວຽກງານຂອງ ທລຍ ໄລຍະ 2 ກໍຄື 5 ປີຜ່ານມາ, ແມ່ນມີງົບປະມານ 80 ລ້ານກວ່າໂດລາສະຫະລັດ, ໃນນັ້ນ ລັດຖະບານສົມທົບທຶນ 10 ລ້ານໂດລາສະຫະ ລັດ, ທະນາຄານໂລກ 25 ລ້ານໂດລາສະຫະລັດ, ສະວິດເຊີແລນ 13 ລ້ານກວ່າໂດລາສະຫະລັດ ແລະ ອົດສະຕາລີ 17 ລ້ານກວ່າໂດລາສະຫະລັດ, ເຊິ່ງສາມາດຈັດຕັ້ງປະຕິບັດໄດ້ຈໍານວນ 1.931 ໂຄງ ການຍ່ອຍໃນຂະແໜງການສາທາລະນະສຸກ, ການສຶກສາ, ນໍ້າສະອາດ, ຄົມມະນາຄົມ, ກະສິກໍາ. ນອກຈາກນັ້ນກໍໄດ້ປະກອບທຶນຈໍານວນ 50 ລ້ານກວ່າໂດລາສະຫະລັດເຂົ້າໃນການພັດທະນາຄວາມຈໍາເປັນກວ່າ 1.300 ບ້ານທຸກຍາກ, ເຊິ່ງມີປະຊາຊົນໄດ້ຮັບຜົນປະໂຫຍດໂດຍກົງຫລາຍກວ່າ 7 ແສນຄົນ.

No comments:

Post a Comment