Ad

Ad

1 February 2017

ລົດໃຫຍ່ຕໍານັກຮຽນຍ່າງຕາມທາງເຈັບສາຫັດຫລາຍຄົນຢູ່ແຂວງຫລວງພະບາງ

ເຈົ້າໜ້າທີ່ຈະລາຈອນແຂວງຫລວງພະບາງລາຍງານວ່າ: ເວລາປະມານ 14:00 ໂມງຂອງວັນທີ 30 ມັງກອນນີ້, ໄດ້ເກີດອຸປະຕິເຫດລົດໃຫຍ່ (ປະເພດລົດຈິບ) ໝາຍເລກທະບຽນ 27A-021.95 ຫວຽດນາມ, ຂັບຂີ່ໂດຍທ້າວ ເຈີນເທີລຸຍ ອາຍຸ 55 ປີສັນຊາດຫວຽດນາມ ຕໍາເອົານັກຮຽນທີ່ພວມຍ່າງຢູ່ແຄມທາງເຂດບ້ານຫ້ວຍໂລ, ເມືອງປາກອູ, ແຂວງຫລວງພະບາງ ໄດ້ຮັບບາດທັງໝົດ 7 ຄົນ, ໃນນັ້ນມີ 3 ຄົນບາດເຈັບສາຫັດ.


           ຜ່ານການສືບສວນ-ສອບສວນຜູ້ຂັບລົດໃຫຍ່ໃຫ້ຮູ້ວ່າ: ຕົນເອງພ້ອມກັບເມຍ ແລະ ລູກສາວ ໄດ້ຂັບລົດມາທ່ຽວລາວໃນໄລຍະບຸນປີໃໝ່ຫວຽດນາມ(ບຸນເຕັດ) ໂດຍມາຈາກແຂວງດຽນບຽນປະເທດຫວຽດນາມ ເຂົ້າມາຕາມເສັ້ນທາງເລກ 13 ເໜືອຜ່ານແຂວງຜົ່ງສາລີ, ອຸດົມໄຊ ເພື່ອມຸ້ງໜ້າມາແຂວງຫລວງພະບາງ, ແຕ່ມາຮອດຈຸດເກີດເຫດຊຶ່ງຂັບຂີ່ດ້ວຍຄວາມໄວ ແລະ ບໍ່ຊໍານານເສັ້ນທາງຈຶ່ງເກີດເສຍຫລັກເຈືອກຂ້າມເລນໄປຕໍາເດັກນ້ອຍທີ່ພວມຍ່າງຢູ່ເບື້ອງກົງກັນຂ້າມຈົນໄດ້ຮັບບາດເຈັບດັ່ງກ່າວ. 

No comments:

Post a Comment