Ad

Ad

1 February 2017

ລຸກຊໍາບວກຊ່ວຍລາວຕ້ານສໍ້ລາດບັງຫລວງ

ພາບ-ຂ່າວ : ຫນັງສືພິມ ປກສ
          ພິທີລົງນາມສະໜັບສະໜູນທຶນເພື່ອເຝິກອົບຮົມໃຫ້ພະນັກງານກວດກາ ແລະ ພິມປຶ້ມກົດໝາຍຂອງອົງການກວດກາລັດຖະບານແຫ່ງ ສປປ ລາວ ລວມມີມູນຄ່າ 15 ພັນເອີໂຣລະຫວ່າງທ່ານ ໂຄຼດ ເຢີນເຊັນ ອຸປະທູດລຸກຊຳບວກປະຈຳ ລາວ ແລະ ທ່ານ ທຸມມີ ທຳມະວົງ ຫົວໜ້າຫ້ອງການອົງການກວດກາລັດຖະບານ, ໄດ້ຈັດຂຶ້ນໃນວັນທີ 30 ມັງກອນນີ້, ໂດຍມີທ່ານ ສຸກຄຳເພັດ ເຮືອງບຸດສີ ຮອງປະທານອົງການກວດກາລັດຖະບານ, ຫົວໜ້າ
ອົງການຕ້ານການສໍ້ລາດບັງຫລວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ, ຂະນະທີ່ທ່ານຫົວໜ້າຫ້ອງການອົງການກວດກາລັດຖະບານໄດ້ຕີລາຄາສູງຕໍ່ການຊ່ວຍເຫລືອດັ່ງກ່າວວ່າເປັນການປະກອບສ່ວນສໍາຄັນເຂົ້າໃນການປະຕິບັດວຽກງານກວດກາໃຫ້ມີປະສິດທິພາບ, ໂດຍສະເພາະນໍາໃຊ້ເຂົ້າໃນການເຝິກອົບຮົມພະນັກງານກວດກາໃຫ້ມີຄວາມຮູ້ຄວາມສາມາດດ້ານວຽກງານວິຊາສະເພາະສູງຂຶ້ນ ແລະ ຈັດພິມປຶ້ມກົດໝາຍເພື່ອເປັນບ່ອນອິງ ແລະ ເຄື່ອງມືໃນການເຄື່ອນໄຫວວຽກງານໃຫ້ມີປະສິດທິຜົນ ເປັນຕົ້ນ: ກວດກາການສໍ້ລາດບັງຫລວງໃຫ້ມີຄວາມໂປ່ງໃສ, ລະອຽດ, ຊັດເຈນ ແລະ ຖືກຕ້ອງຕາມລະບຽບກົດໝາຍ.

No comments:

Post a Comment