Ad

Ad

1 February 2017

ເລີ່ມເດືອນກຸມພານີ້ນະຄອນຫຼວງຈະຂຶ້ນລາຄາຄ່າເຂົ້າຊົມພິພິທະພັນບູຮານສະຖານ 3 ແຫ່ງ

ທ່ານ ນາງ ຄຳເປື່ອງ ວົງຈັນດີ ຮອງອຳນວຍການຫໍພິພິທະພັນບູ ຮານສະຖານນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ເລີ່ມແຕ່ເດືອນກຸມພານີ້ ເປັນຕົນໄປພິພິທະພັນບູຮານສະຖານ 3 ແຫ່ງຂອງນະຄອນ ຫຼວງວຽງຈັນຄື: ພະທາດຫຼວງ, ວັດສີສະເກດ ແລະ ຫໍພະແກ້ວ ຈະປັບຂຶ້ນລາຄາຄ່າເຂົ້າຊົມຄື: ຈາກ 2 ພັນກີບເປັນ 3 ພັນກີບສຳລັບຄົນລາວ ແລະ ຈາກ 5 ພັນກີບເປັນ 10 ພັນກີບສຳລັບນັກທ່ອງທ່ຽວຕ່າງປະເທດ ແລະ ຂະຫຍາຍເວລາເຂົ້າອອກ ເປັນ 8:00 -18:00 ໂມງ, ເນື່ອງຈາກວ່າລາຄາເຂົ້າຊົມສະຖານທີ່
ທ່ອງທ່ຽວພາຍໃນປະເທດເຮົາເມື່ອທຽບໃສ່ກັບປະເທດອື່ນໆແລ້ວແມ່ນຍັງເຫັນວ່າຖືກກວ່າຫຼາຍ, ທັງນີ້ກໍເປັນການສ້າງລາຍຮັບໃຫ້ຂະແໜງທ່ອງທ່ຽວເພີ່ມຂຶ້ນ.

ຮອງອຳນວຍການພິພິທະພັນບູຮານສະຖານະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ສຳລັບບັນຍາກາດການທ່ອງທ່ຽວເດືອນທຳອີກຂອງປີ 2017 ມີຄວາມຄຶກຄື້ນຫຼາຍຖ້າທຽບໃສ່ໄລຍະດຽວກັນຂອງປີ ຜ່ານມາ, ໂດຍມີນັກທ່ອງທ່ຽວເຂົ້າມາຢ້ຽມຊົມບູຮານສະຖານດັ່ງກ່າວແລ້ວຫຼາຍກວ່າ 69 ພັນຄົນ, ໃນນັ້ນນັກທ່ອງທ່ຽວຈາກຕ່າງປະເທດຫຼາຍກວ່າ 66 ພັນຄົນ, ສ່ວນຫຼາຍແມ່ນມາຈາກ ສ.ເກົາຫຼີ, ໄທ, ຫວຽດນາມ ແລະ ເອີຣົບ, ສາມາດສ້າງລາຍຮັບໄດ້ເປັນຢ່າງດີ, ທັງນີ້ກໍເປັນຍ້ອນການໂຄສະນາ ແລະ ການຈັດກິດຈະກຳຕ່າງໆເພື່ອສົ່ງເສີມການທ່ອງທ່ຽວຫຼາຍຂຶ້ນ, ເຖິງຢ່າງໃດກໍດີຄາດວ່ານັກທອງທ່ຽວຈະສືບຕໍ່ເພີ່ມຂຶ້ນເລື້ອຍໆ, ເນື່ອງຈາກພາກສ່ວນກ່ຽວຂ້ອງຈະສືບຕໍ່ໂຄສະນາສົ່ງເສີມການທ່ອງທ່ຽວພາຍໃນປະເທດເຮົາໃຫ້ຫຼາຍຂຶ້ນ, ພ້ອມທັງຈະມີປັບປຸງຂອດບໍລິການໃຫ້ວ່ອງໄວ  ແລະ ທັນສະໄໝກວ່າເກົ່າ.

No comments:

Post a Comment