Ad

Ad

1 February 2017

ເຂດເສດຖະກິດພິເສດ ແລະ ສະເພາະມີສ່ວນສຳຄັນໃນການດຶງດູດການລົງທຶນ

ກະຊວງແຜນການ ແລະ ການລົງທຶນໃຫ້ຮູ້ວ່າ: ເຂດເສດຖະກິດພິເສດ ແລະ ສະເພາະມີສ່ວນສຳຄັນໃນການດຶງດູດການລົງທຶນທັງພາຍໃນ ແລະ ຕ່າງປະເທດຊຶ່ງປີ 2016 ຜ່ານມາທົ່ວປະເທດມີເຂດເສດຖະກິດດິເສດ 2 ແຫ່ງ ແລະ ສະເພາະ 8 ແຫ່ງ, ມີເນື້ອທີ່ປະ ມານ 13 ພັນກວ່າເຮັກຕາ, ສາມາດດຶງດູດການລົງທຶນຕາມສັນຍາໄດ້ຫຼາຍກວ່າ 4,7 ຕື້ ໂດລາສະຫາລັດ, ໃນນັ້ນມີການລົງທຶນຕົວຈິງແລ້ວຫຼາຍກວ່າໜຶ່ງຕື້ໂດລາສະຫາລັດ, ຊຶ່ງມີນັກທຸລະກິດມາຈົດທະບຽນລົດທຶນປະມານ 158 ບໍລິສັດ, ພົ້ນເດັ່ນແມ່ນເຂດເສດຖະກິດພິເສດສະຫວັນນະເຂດ-ເຊໄນໄດ້ມີບໍລິສັດທີ່ມີຊີ່ສຽງລະດັບສາກົນມາລົງທຶນຄື: ບໍລິສັດ ນິກ
ອນ ຜະລິດກ້ອງຖ່າຍຮູບ, ບໍລິສັດໂຕໂຍຕ້າປະກອບສິ້ນສ່ວນອາໄຫຼ່ລົດ, ບໍລິສັດເອສຊິລໍ ຜະລິດເລນແວ່ນຕາ, ບໍລິສັດແອໂຣເວີກຜະລິດສິ້ນສ່ວນປະກອບເຮືອບິນ ແລະ ອື່ນໆ, ສ່ວນເຂດເສດຖະກິດພິເສດນິຄົມອຸດສາຫະກຳ ແລະ ການຄ້າວຽງຈັນ-ໂນນທອງກໍມີບໍລິສັດ ມິຊຸບີຊີ, ບໍລິສັດມາສຄອດ, ບໍລິສັດໄຕອິຈິເດັນຊຶຊຶ່ງສາມາດຜະລິດ ແລະ ສົ່ງອອກຕ່າງປະເທດແລ້ວ, ສຳລັບເຂດເສດຖະກິດພິເສດສາມຫລ່ຽມທີ່ດຳເນີນກິດຈະການດ້ານການຄ້າ, ການລໍລິການທ່ອງທ່ຽວວັດທະນະທຳອາຊຽນ-ຈີນ, ຜູ້ພັດທະນາໄດ້ລົງທຶນໃສ່ການກໍ່ສ້າງພື້ນ ຖານໂຄງລ່າງເພື່ອຮອງຮັບການລົງທຶນ ແລະ ການດຳເນີນກິດຈະການຂອງຕົນ, ສ່ວນເຂດເສດຖະກິດສະເພາະອື່ນໆ, ກໍມີການພັດທະນາ ແລະ ລົງທຶນພົ້ນເດັ່ນຫຼາຍຂຶ້ນເປັນລຳດັບ, ອັນໄດ້ສ້າງວຽກເຮັດງານທຳໃຫ້ປະຊາຊົນຢູ່ໃນທ້ອງຖິ່ນຈຳນວນຫຼາຍພັນຄົນ, ປະກອບສ່ວນເຂົ້າໃນການປັບປຸງປົວແປງຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ດີຂຶ້ນ ແລະ ສ້າງຖານເກັບລາຍຮັບທີ່ຍືນຍົງເຂົ້າງົບປະມານຫຼາຍຂຶ້ນ.

No comments:

Post a Comment