Ad

Ad

2 February 2017

ກອງປະຊຸມວຽກງານຈັດຕັ້ງອົງການໄອຍະການປະຊາຊົນທົ່ວປະເທດຄັ້ງທີ1

          ກອງປະຊຸມວຽກງານຈັດຕັ້ງອົງການໄອຍະການປະຊາຊົນທົ່ວປະເທດຄັ້ງທີ I ໄດ້ໄຂຂຶ້ນໃນວັນທີ 1 ກຸມພານີ້ທີ່ນະຄອນຫລວງວຽງຈັນ, ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ຈັນສີ ໂພສີຄໍາ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ທ່ານ ຄໍາສານ ສຸວົງ ຫົວໜ້າອົງການໄອຍະການປະຊາຊົນ, ມີບັນດາຫົວໜ້າໄອຍະການທົ່ວປະເທດ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
          ທ່ານ ສົມບູນ ລາດສະບົວສີ ຫົວໜ້າກົມຈັດຕັ້ງ-ພະນັກງານອົງການໄອຍະການປະຊາຊົນໄດ້ສະຫລຸບຕີລາຄາວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ແລະ ປັບປຸງການຈັດຕັ້ງໄລຍະ 5 ປີ (2011-2015) ແລະ ທິດທາງແຜນການ
ໃນ 5 ປີຕໍ່ໜ້າ (2016-2020) ໃນຂົງເຂດວຽກງານໄອຍະການປະຊາຊົນແຕ່ລະຂັ້ນຮັບຮູ້ເຊື່ອມຊືມກໍາແໜ້ນ ແລະ ເປັນເອກະພາບໃນການປັບປຸງສ້າງລະບົບກົນໄກການຄຸ້ມຄອງພະນັກງານໃຫ້ມີບາດກ້າວຂະຫຍາຍຕົວລະບົບການຈັດຕັ້ງໄດ້ຮັບການປັບປຸງຕາມທິດທັນສະໄໝ ແລະ ໃນຊຸມປີຕໍ່ໜ້າໄອຍະການປະຊາຊົນ ຈະເພີ່ມທະວີເຊີດຊູບົດບາດເປັນແກນນໍາຂອງພັກປະກອບສ່ວນເຮັດໃຫ້ລະບົບອົງການໄອຍະການເຂັ້ມແຂງ ແລະ ໜັກແໜ້ນໄປຄຽງຄູ່ກັບການສ້າງຖັນແຖວສະມາຊິກພັກກ້າວສູ່ຄຸນນະພາບໃໝ່.

   ໂອກາດນີ້ທ່ານ ຈັນສີ ໂພສີຄໍາ ໄດ້ໃຫ້ກຽດໂອ້ລົມຊີ້ນໍາຕໍ່ກອງປະຊຸມໂດຍເນັ້ນໃຫ້ໄອຍະການແຕ່ລະຂັ້ນເພີ່ມທະວີການຄົ້ນຄ້ວາເຊື່ອມຊືມ, ກໍາແໜ້ນແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ໂດຍສະເພາະວຽກງານຈັດຕັ້ງ-ກໍ່ສ້າງພັກພະນັກງານເຮັດໃຫ້ພະນັກງານ, ສະມາຊິກພັກຮັບຮູ້ເຂົ້າໃຈເລິກເຊິ່ງ, ຈັດຕັ້ງປະຕິບັດຢ່າງຖືກຕ້ອງ ແລະ ມີຜົນສໍາເລັດຕົວຈິງຫລາຍຂຶ້ນ. ໃນນັ້ນຖືວຽກງານການເມືອງ-ແນວຄິດເປັນກົກ ແລະ ດໍາເນີນການສຶກສາອົບຮົມສະມາຊິກພັກ, ພະນັກງານ ແລະ ລັດຖະກອນເປັນປົກກະຕິ ແລະ ຕີຖອຍແນວຄິດຮັກສາເດີມ, ອາຍາສິດ ແລະ ປະກົດການຫຍໍ້ທໍ້ໃນຖັນແຖວສະມາຊິກພັກ ແລະ ພະນັກງານມີຄວາມເຂັ້ມງວດເດັດຂາດ. ພ້ອມດຽວກັນກໍໃປັບປຸງກົນໄກການປະສານສົມທົບລະຫວ່າງສາຍຕັ້ງ ແລະ ສາຍຂວາງ, ປັບປຸງແບບແຜນນໍາພາ ແລະ ຄວາມສາມັກຄີເປັນເອກະພາບພາຍໃນໃຫ້ກົມກຽວເປັນຕົ້ນຄະນະພັກ, ອໍານາດການປົກຄອງຂັ້ນທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງອື່ນໆ.

No comments:

Post a Comment