Ad

Ad

2 February 2017

ນັກລົງທຶນໄທສົນໃຈສ້າງຟາມລ້ຽງງົວນົມຢູ່ແຂວງສະຫວັນນະເຂດ

          ພິທີລົງນາມບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາຄວາມເປັນໄປໄດ້ໃນການສ້າງຕັ້ງຟາມລ້ຽງງົວນົມໜອງລົ່ມ ແລະ ແຄັມປິ້ງ ຢູ່ເຂດບ້ານທາດອີງຮັງ, ເມືອງໄກສອນ ພົມວິຫານ ແຂວງສະຫວັນນະເຂດ ລະຫວ່າງອຳນາດການປົກຄອງແຂວງ ແລະ ບໍລິສັດ ອິດຊູບະ ແດຣິ່ຟາມຈຳກັດ ໄດ້ມີຂຶ້ນເມື່ອບໍ່ດົນນີ້, ໂດຍການເຂົ້າຮ່ວມຂອງທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ.

          ໂຄງການຟາມລ້ຽງງົວນົມ ດັ່ງກ່າວມີເນື້ອທີ່ປະມານ 95 ເຮັກຕາ ແລະ ເປັນໂຄງການສຳ ຄັນທີ່
ຊຸກຍູ້ສົ່ງເສີມການພັດທະນາວຽກງານກະສິກຳ ກໍຄືປະກອບສ່ວນເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມຂອງແຂວງ, ດັ່ງນັ້ນ ແຂວງໄດ້ອະນຸຍາດໃຫ້ບໍລິສັດດຳເນີນການສຳຫລວດເນື້ອທີ່ດິນ ເພື່ອສຶກສາຄວາມເປັນໄປໄດ້ຂອງໂຄງການຢ່າງລະອຽດ ເພື່ອຄັດຈ້ອນເອົາເນື້ອທີ່ດິນທີ່ເປັນໄປໄດ້ມີຈຳ ນວນເທົ່າໃດ ທີ່ສາມາດສະເໜີຂໍສຳປະທານໃນຂັ້ນຕໍ່ໄປເພື່ອສ້າງເປັນບົດວິພາກເສດຖະກິດ-ເຕັກນິກ, ບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ສຳລັບໄລຍະເວລາຂອງການສຶກສາຄວາມເປັນໄປໄດ້ແມ່ນພາຍໃນ 12 ເດືອນ.

No comments:

Post a Comment