Ad

Ad

2 February 2017

ຍີ່ປຸ່ນບໍລິຈາກຕຽງຄົນເຈັບໃຫ້ໂຮງໝໍ ແລະ ສຸກສາລາຂອງລາວ

          ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫລືອລ້າຈຳນວນເງິນ 154.414 ໂດລາສະຫະລັດ ເພື່ອບໍລິຈາກຕຽງຄົນເຈັບ ພາຍໃຕ້ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGPs) ແລະ ໃນວັນທີ 1 ກຸມພານີ້, ໄດ້ມີພິທີເຊັນສັນຍາລະຫວ່າງ ທ່ານ ທາເຄຊິ ຮິຄິຮາຣະ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳລາວ ແລະ ທ່ານ ຈັນພົມມາ ວົງສຳພັນ ຫົວໜ້າກົມປິ່ນປົວ ກະຊວງສາທາລະນະສຸກ ໃນໂຄງການດັ່ງກ່າວ ໂດຍມີທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກເຂົ້າຮ່ວມ.

          ໂຄງການນີ້ ແມ່ນການຮ່ວມມືລະຫວ່າງລັດຖະບານຍີ່ປຸ່ນ ແລະ ສາມາຄົມມິດຕະພາບ ໄຊຕະມະ-ລາວ ນັບແຕ່ສະມາຄົມດັ່ງກ່າວຖືກສ້າງຕັ້ງຂຶ້ນໃນປີ 1998 ກໍໄດ້ປະກອບສ່ວນເຂົ້າໃນກິດຈະກຳເພື່ອສັງຄົມໃນຫລາຍຂະແໜງການຢູ່ລາວ ນອກຈາກນີ້ ຍັງດຳເນີນກິດຈະກຳຢ່າງຕໍ່ເນື່ອງ ໃນການແລກປ່ຍນວັດທະນະທຳ ແລະ ສ້າງຄວາມປາດຖະໜາອັນດີ ລະຫວ່າງຍີ່ປຸ່ນ ແລະ ລາວ ອັນນຳໄປສູ່ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ທັງເສີມສ້າງສຳພັນທະໄມຕີລະຫວ່າງທັງສອງປະເທດ.
          ສະມາຄົມມິດຕະພາບ ໄຊຕະມະ-ລາວ ໄດ້ຮວບຮວມຕຽງຄົນເຈັບ ຈຳນວນ 526 ໜ່ວຍ ແລະ ເສື່ອຈຳນວນ 527 ຜືນ, ຊຶ່ງໄດ້ຮັບບໍລິຈາກ ບ້ານພັກຜູ້ສູງອາຍຸ ແລະ ສະຖານອຳນວຍຄວາມສະດວກທາງການແພດອື່ນໆຈາກປະເທດຍີ່ປຸ່ນ. ຕຽງຄົນເຈັບ ແລະ ເສື່ອ ຈຳນວນນີ້ ຈະຖືກມອບໃຫ້ໂຮງໝໍ ແລະ ສຸກສາລາ ທີ່ນະຄອນຫລວງວຽງຈັນ ແລະ ບັນດາແຂວງອື່ນໆອີກດ້ວຍ.
          ປັດຈຸບັນຢູ່ບັນດາໂຮງໝໍ ແລະ ສຸກສາລາຫລາຍແຫ່ງ, ມີຕຽງຄົນເຈັບຈຳນວນຫລາຍທີ່ຖືກໃຊ້ງານມາດົນນານ ແລະ ເກົ່າແກ່. ດັ່ງນັ້ນ ໂຄງການນີ້ຈຶ່ງມີເປົ້າໝາຍທີ່ຈະປັບປຸງ ສະພາບແວດລ້ອມການເບິ່ງແຍງຮັກສາຄົນເຈັບ ແລະ ການເຮັດວຽກຂອງພະນັກງານແພດໃຫ້ດີຂຶ້ນກວ່າເກົ່າ.

          ທ່ານເອກອັກຄະຣາຊະທູດ ຍີ່ປຸ່ນ ກ່າວວ່າ: ຍີ່ປຸ່ນຈະສືບຕໍ່ໃຫ້ການສະໜັບສະໜູນລາວໃນການພັດທະນາສະພາບແວດລ້ອມ ທາງການແພດ, ໂດຍຜ່ານໂຄງການ GGP ນີ້, ຍີ່ປຸ່ນໄດ້ດຳເນີນໂຄງ ການທັງໝົດ 488 ໂຄງການໃນລາວນັບຕັ້ງແຕ່ປີ 1989, ຊຶ່ງໃນນັ້ນມີ 133 ໂຄງການທີ່ກ່ຽວກັບຂະແໜງສາທາລະນະສຸກ.

No comments:

Post a Comment