Ad

Ad

2 February 2017

ລາວອອກລະບຽບຄຸ້ມຄອງທຸລະກິດຂາຍກົງ

           ແຫລ່ງຂ່າວສໍານັກຂ່າວສານປະເທດລາວ ໃຫ້ຮູ້ວ່າ: ກະຊວງອຸດສາຫະກໍາ ແລະ ການຄ້າໄດ້ອອກຂໍ້ຕົກລົງສະບັບເລກທີ 0060/ອຄ, ລົງວັນທີ 12 ມັງກອນ 2017 ວ່າດ້ວຍທຸລະກິດຂາຍກົງ ເພື່ອຄຸ້ມຄອງການດຳເນີນທຸລະກິດປະເພດດັ່ງກ່າວໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ພາຍຫລັງເຫັນວ່າທຸລະກິດປະເພດນີ້ໄດ້ມີການເຄື່ອນໄຫວຢ່າງແຜ່ຫລາຍແຕ່ຍັງບໍ່ມີລະບຽບຄຸ້ມຄອງສະເພາະ.
ສະນັ້ນ ເພື່ອຮັບປະກັນການຄຸ້ມຄອງໄປຕາມລະບຽບກົດໝາຍ, ມີຄຸນນະພາບ, ໄດ້ມາດຖານ, ມີ
ຄວາມສະເໝີພາບ, ໂປ່ງໃສ, ແລະ ມີການແຂ່ງຂັນທາງທຸລະກິດຢ່າງເປັນທໍາ ພ້ອມທັງປົກປ້ອງຜູ້ຊົມໃຊ້ ແລະ ຜູ້ຈໍາໜ່າຍ, ກະຊວງອຸດສາຫະກຳ ແລະ ການຄ້າ ຈຶ່ງອອກດັ່ງກ່າວ, ຊຶ່ງໄດ້ກໍານົດລະບຽບການ, ຫລັກການ ແລະ ເງື່ອນໄຂ ໃນການດຳເນີນທຸລະກິດຂາຍກົງໃຫ້ເຂົ້າສູ່ລະບົບ ເຊັ່ນ: ການປະກອບເອກະ ສານ, ການພິຈາລະນາອອກອະນຸຍາດ ແລະ ມາດຕະການ ເພື່ອຄຸ້ມຄອງການ ເຄື່ອນໄຫວດຳເນີນທຸລະກິດ. ບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງທາງທຸລະກິດ ທັງພາຍໃນ ແລະ ຕ່າງປະເທດທີ່ສົນໃຈດຳເນີນທຸລະກິດຂາຍກົງສາມາດປະກອບເອກະສານສະເໜີນໍາຂະແໜງອຸດສາຫະກຳ ແລະ ການຄ້າ. ໃນນັ້ນລະດັບສູນກາງປະສານນໍາກົມການຄ້າພາຍໃນ, ລະດັບທ້ອງຖິ່ນປະສານນໍາພະແນກອຸດສາຫະ ກຳ ແລະ ການຄ້າແຂວງ ຫລື ນະຄອນຫລວງ.

           ສລັບຫົວໜ່ວຍທຸລະກິດໃດທີ່ກຳລັງດຳເນີນທຸລະກິດຂາຍກົງ ຫລື ມີກິດຈະການທຸລະກິດດ້ານນີ້ແລ້ວແຕ່ຍັງບໍ່ມີໃບອະນຸຍາດແມ່ນໃຫ້ປະກອບເອກະສານຄືນໃໝ່ໃຫ້ຖືກຕ້ອງຕາມລະບຽບພາຍໃນກຳນົດເວລາ 90 ວັນນັບແຕ່ຂໍ້ຕົກລົງນີ້ມີຜົນສັກສິດ.

No comments:

Post a Comment