Ad

Ad

28 February 2017

ການປະມູນຂາຍລົດການນຳລະດັບສູງຈະມີຂຶ້ນໃນຕອນບ່າຍມື້ນີ້

           ທ່ານ ອາດສະພັງທອງ ສີພັນດອນ ຮອງລັດຖະມົນກະຊວງການເງິນທັງເປັນຫົວໜ້າຄະນະຮັບຜິດຊອບການຖອນ, ການປະມູນຂາຍ ແລະ ການປະກອບລົດປະຈຳຕຳແໜ່ງຂອງການນຳລະດັບສູງ ໃຫ້ຮູ້ວ່າ: ການປະມູນຂາຍລົດປະຈຳຕຳແໜ່ງຂອງການນຳລະດັບສູງຈຳນວນ 14 ຄັນ, ໃນນັ້ນມີລົດຍີ່ຫໍ້ບີເອັມດັບເບີນຢູ (BMW) ລຸ້ນ 730 LI ຈຳນວນ 7 ຄັນ ແລະ ຍີ່ຫໍ້ເມີຊີເດດເບນ (BENZ) ລຸ້ນ S 350 ຈຳນວນ 7 ຄັນ, ຈະມີຂຶ້ນໃນເວລາປະມານ 15:00 ໂມງຂອງວັນທີ 28 ກຸມພານີ້ທີ່ສູນປະຊຸມແຫ່ງຊາດ (ຫລັກ6). ດັ່ງນັ້ນຈຶ່ງຂໍເຊີນຊວນບັນດານັກທຸລະກິດ, ຜູ້ປະກອບການ, ບຸກຄົນ, ນິຕິບຸກຄົນທຸກ
ພາກສ່ວນສັງຄົມເຂົ້າຮ່ວມການປະມູນດັ່ງກ່າວໃຫ້ມີບັນຍາກາດຄືກຄື້ນ, ຊຶ່ງຮູບແບບການປະມູນແມ່ນຈະຈັດປະມູນກັບທີ່ເພື່ອຮັບປະກັນໃຫ້ມີຄວາມຍຸຕິທຳ ແລະ ໂປ່ງໃສ, ໂດຍຜູ້ລົງທະ ບຽນປະມູນຈະໄດ້ຮັບປ້າຍເລກປະຈຳຕົວເພື່ອໃຊ້ສຳລັບຍົກຂຶ້ນໃນເວລາທີ່ຕ້ອງການສະເໜີລາຄາເພື່ອແຂ່ງຂັນກັບຜູ້ປະມູນຄົນອື່ນໆ, ການປະມູນເລີ່ມຕົ້ນຈາກລາຄາທີ່ຄະນະກຳມະການກຳນົດໄວ້ ແລະ ຈະດຳເນີນໄປຈົນກວ່າໄດ້ຜູ້ສະເໜີໃຫ້ລາຄາສູງສຸດເປັນຜູ້ສຸດທ້າຍ, ຜູ້ດຳເນີນການປະມູນຈະແຈ້ງລາຄາປະມູນທີ່ໄດ້ມີການສະເໜີຍົກຂຶ້ນຂອງຜູ້ເຂົ້າຮ່ວມແຕ່ລະທ່ານ 3 ຄັ້ງເພື່ອໃຫ້ຜູ້ເຂົ້າຮ່ວມປະມູນຄົນອື່ນໄດ້ມີໂອກາດພິຈາລະນາສະເໜີລາຄາທີ່ສູງກ່ວາ, ຖ້າຄົບ 3 ຄັ້ງແລ້ວຫາກບໍ່ມີຜູ້ປະມູນສະເໜີລາຄາສູງກວ່າຜູ້ທີ່ສະເໜີລາຄາສູງສຸດ ກໍໝາຍວ່າຜູ້ສະເໜີລາຄາສູງສຸດກໍຈະຖືເປັນຜູ້ຊະນະການປະມູນ.

           ສໍາລັບຜູ້ທີ່ສົນໃຈຮ່ວມປະມູນແມ່ນຕ້ອງມາລົງທະບຽນດ້ວຍຕົນເອງ, ເຊິ່ງປະກອບມີບັດປະ ຈຳຕົວ ຫລື ໜັງສືຜ່ານແດນ, ຖ້າບໍ່ສາມາດເຂົ້າຮ່ວມດ້ວຍຕົນເອງແມ່ນສາມາດມອບສິດໃຫ້ຜູ້ອື່ນມາແທນໄດ້ແຕ່ຕ້ອງມີໃບມອບສິດຜ່ານການຈັດຕັ້ງທີ່ກ່ຽວຂ້ອງ ຫລື ຢັ້ງຢືນຈາກບ້ານທີ່ຕົນສັງກັດຢູ່, ຜູ້ປະມູນຕ້ອງມີຄວາມຮັບຜິດຊອບທາງດ້ານກົດໝາຍຕໍ່ກັບລາຄາທີ່ຕົນໄດ້ສະເໜີປະມູນແຕ່ລະຄັ້ງ, ຜູ້ທີ່ຊະນະການປະມູນຕ້ອງມີຄວາມສາມາດຊຳລະເງິນຄ່າຊື້ລົດທີ່ປະມູນໄດ້, ໂດຍຊຳລະເປັນເງິນສົດ, ໃນກໍລະນີຜູ້ຊະນະການປະມູນບໍ່ມີຄວາມຮັບຜິດຊອບຕໍ່ລາຄາທີ່ຕົນໄດ້ສະເໜີໄປນັ້ນແມ່ນຈະຖືກປັບໃໝ 10% ຂອງມູນຄ່າທີ່ສະເໜີມາໃນການປະມູນ, ພ້ອມທັງຖືກດຳເນີນຄະດີຕາມລະບຽບກົດໝາຍ.

No comments:

Post a Comment