Ad

Ad

28 February 2017

ນາຍົກເນັ້ນໃຫ້ຫລາຍຂະແໜງສືບຕໍ່ຫາມາດຕະການອັດທຸກຊ່ອງຫວ່າງຮົ່ວໄຫລຂອງງົບປະມານ


          ໃນໂອກາດຊີ້ນໍາຕໍ່ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນກຸມພາ 2017 ຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ທີ່ສໍາເລັດລົງເມື່ອບໍ່ດົນນີ້, ໂດຍສະເພາະຕໍ່ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດງົບປະມານ 3 ເດືອນຂ້າມຜ່ານ, ການຈັດຕັ້ງປະຕິບັດງົບປະມານເດືອນມັງກອນ 2017 ແລະ ແຜນການຈັດຕັ້ງປະຕິບັດງົບປະມານເດືອນມີນາ ແລະ ເດືອນເມສາປີ 2017
ໂດຍທ່ານນາຍົກໄດ້ເນັ້ນໃຫ້ບັນດາຂະແໜງການກ່ຽວຂ້ອງສືບຕໍ່ສຶກສາຄົ້ນຄວ້າ ແລະ ວິໃຈຄືນບັນດາມາດຕະການຈັດເກັບລາຍຮັບທີ່ຜ່່ານມາວ່າຄົບຖ້ວນແລ້ວບໍ?, ບັນດາຫົວໜ່ວຍທຸລະກິດຕ້ອງຖືບັນຊີ, ນໍາໃຊ້ລະບົບທີ່ທັນສະໄໝເຂົ້າໃນການຈັດເກັບລາຍຮັບ, ລົງເລິກກວດກາຄືນບັນດາຖານລາຍຮັບຕ່າງໆວ່າຄົບຖ້ວນແລ້ວບໍ ? ເພື່ອອັດທຸກຊ່ອງ
ຫວ່າງການຮົ່ວໄຫຼຂອງງົບປະມານ ແລະ ເມື່ອພົບເຫັນບັນຫາໂດຍສະເພາະຄວາມບໍ່ໂປ່ງໃສຕ້ອງຮີບຮ້ອນແກ້ໄຂທັນທີໂດຍບໍ່ລໍຖ້າ, ພ້ອມກັນນີ້ຕ້ອງເອົາໃຈ ໃສ່ຊຸກຍູ້ການເກັບລາຍຮັບຢູ່ທ້ອງຖິ່ນໄປຄຽງຄູ່ກັບການຈັດຕັ້ງປະຕິບັດມາດຕະການປະຢັດ ແລະ ຕ້ານການຟຸມເຟືອຍ, ກວດກາຄືນບັນຊີຈໍານວນພົນຕົວຈິງໃນຂະແໜງການຕ່າງໆ ເປັນຕົ້ນ: ຂະແໜງ ສຶກສາທິການ ແລະ ກິລາ, ສາທາລະນະສຸກ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ອື່ນໆ.


No comments:

Post a Comment