Ad

Ad

28 February 2017

ທາງຫລາຍສາຍໃນຕົວເມືອງຂາດການອະນາໄມ

   ປັດຈຸບັນເຫັນວ່າເສັ້ນທາງຫລາຍສາຍໃນຕົວເມືອງນະຄອນຫຼວງວຽງຈັນແມ່ນມີສະພາບເປີະເປື້ອນຫລາຍ, ບາງເສັ້ນທາງເຕັມໄປດ້ວຍຂີ້ຝຸ່ນ, ຂີ້ດິນ, ບາງສາຍກໍມີເສດຂີ້ເຫຍືອຢັງຢາຍຕາມສອງຝາກທາງເປັນຈໍານວນຫລາຍ, ໂດຍສະເພາະເສັ້ນທາງທີ່ໃກ້ກັບຕະຫຼາດ ແລະ ສະຖານທີ່ກໍ່ສ້າງຕ່າງໆເກືອບວ່າຕົກຢູ່ໃນສະພາບເປີະເປື້ອນ, ເຊິ່ງເກີດຂຶ້ນຍ້ອນນໍ້າມືຂອງຄົນມັກງ່າຍ ແລະ ຂາດຄວາມຮັບຜິດຊອບຕໍ່ສັງຄົມ, ສ້າງພາບພົດທີ່ບໍ່ສະອາດຈົບງາມໃຫ້ແກ່ຕົວເມືອງ ແລະ ກໍໃຫ້ເກີດມົນລະພິດອັນບໍ່ດີຕໍ່ສະພາບແວດລ້ອມ ແລະ ສັງຄົມ. 


  ໄລຍະຜ່ານມາ, ເຖິງວ່າພາກສ່ວນກ່ຽວຂ້ອງໄດ້ເອົາໃຈໃສ່ບົວລະບັດປັດກວດ ແລະ ເຮັດອະ ນາໄມ ເປັນຕົ້ນ: ການຈັດເກັບຂີ້ທີ່ເຫຍື້ອຊະຊາຍ, ສີດລ້າງເສັ້ນທາງ, ແຕ່ກໍເຫັນວ່າບໍ່ທັນກວ້າງຂວາງທົ່ວເຖິງ, ຂະນະດຽວກັນການຄຸ້ມຄອງລົດແກ່ດິນ-ຊາຍຕ່າງໆບໍ່ໃຫ້ຂີ້ດິນຕົກເຮ່ຍໃສ່ທາງກໍເຮັດໄດ້ບໍ່ທັນເຂັ້ມງວດ, ຫລາຍສະຖານທີ່ກໍ່ສ້າງຍັງບໍ່ປະຕິບັດໄດ້ມາດຕະຖານຄວາມສະອາດປອດໄພ, ປ່ອຍນໍ້າເປື້ອນ-ນໍ້າປູນໄຫລ່ສູ່ທາງ, ສ່ວນລົດບັນທຸກ-ຂົນສົ່ງທີ່ແລ່ນເຂົ້າ-ອອກໂຄງການກໍຢຽບເອົາເສດດິນ, ເສດປູນ ມາຕິດໃສ່ທາງຢ່າງບໍ່ຫົວຊາ, ເຊິ່ງບັນຫາດັ່ງກ່າວ, ນອກຈາກສ້າງຄວາມບໍ່ຈົບງາມໃຫ້ຕົວເມືອງ ແລະ ຄວາມລໍາບາກໃຫ້ແກ່ຜູ້ໃຊ້ລົດໃຊ້ຖະໜົນແລ້ວ, ຍັງເປັນການບໍ່ໃຫ້ຄວາມສໍາຄັນຕໍ່ການປະຕິບັດຄຳຂວັນ ສ.ສະອາດ ຂອງນະຄອນຫລວງວຽງຈັນວາງອອກນໍາດ້ວຍ.

No comments:

Post a Comment