ແຫລ່ງຂ່າວແຂວງວຽງຈັນ ໃຫ້ຮູ້ວ່າ: ໃນທ້າຍອາທິດຜ່ານມາ,
ເຈົ້າໜ້າທີ່ພະແນກອຸດສາຫະ ກຳ ແລະ ການຄ້າ ແລະ ຕຳ ຫລວດເສດຖະກິດແຂວງວຽງຈັນ
ໄດ້ນຳຊິ້ນສ່ວນສັດປີກ ແລະ ເຄື່ອງໃນໝູ ນ້ຳໜັກ 2 ພັນກິໂລ ຕົກເປັນມູນຄ່າຫລາຍກວ່າ
70 ລ້ານກີບ ໄປທຳລາຍຖິ້ມຢູ່ເຂດປ່າຊ້າບ້ານໂນນສະຫວ່າງ ເມືອງວຽງຄຳ ແຂວງວຽງຈັນ,
ພາຍຫລັງຍຶດໄດ້ໃນລົດບັນທຸກຄັນໜຶ່ງ ໝາຍເລກທະບຽນ ບຂ 5459 ກຳແພງນະຄອນ ເມື່ອຄືນຂອງວັນທີ
11 ມິຖຸນາຜ່ານມາ ຢູ່ບົນເສັ້ນ ທາງເລກ 13 ເໜືອ ເຂດເມືອງໂພນໂຮງ ເຊິ່ງຊິ້ນສ່ວນສັດດັ່ງ
ກ່າວຖືກຊຸກເຊື່ອງໄວ້ຢູ່ໃນແກັດ ເພື່ອປິດບັງສາຍຕາເຈົ້າໜ້າທີ່ ແລະ ບໍ່ມີເອ
ກະສານນຳເຂົ້າທີ່ ຖືກຕ້ອງ ໂດຍຜູ້ລັກລອບຮັບສາລະພາບຕໍ່ເຈົ້າໜ້າທີ່ວ່າ: ນຳເຂົ້າມາຈາກປະເທດເພື່ອນບ້ານ
ເພື່ອຈະນຳໄປຈຳໜ່າຍໃຫ້ຕະ ຫລາດນະຄອນຫລວງວຽງຈັນ. ດັ່ງນັ້ນ ເຈົ້າໜ້າທີ່ຈຶ່ງໄດ້ຢຶດ
ແລະ ເອົາໄປທຳລາຍຖິ້ມ ເພື່ອບໍ່ສົ່ງຜົນກະທົບຕໍ່ສຸຂະພາບຂອງຜູ້ບໍລິ ໂພກ ແລະ ຈະສືບຕໍ່ດຳເນີນຄະດີຜູ້ກະທຳຜິດ
ເພື່ອແນໃສ່ສະກັດກັ້ນຂະບວນການຄ້າຂາຍເຖື່ອນ ແລະ ຜິດກົດໝາຍດັ່ງກ່າວ.
No comments:
Post a Comment