ໃນຊ່ວງໄລຍະນີ້ ຄົງບໍ່ມີກະ ແສອື່ນໃດຈະໄດ້ຮັບຄວາມນິຍົມໄປຫລາຍກວ່າ ການເບິ່ງແຂ່ງ
ຂັນບານເຕະໂລກ 2014, ສະ ເພາະຢູ່ປະເທດລາວເຮົາເຖິງວ່າ ເວລາ ການແຂ່ງຂັນຈະຂ້ອນຂ້າງ ເດິກ ແລະ
ແກ່ຍາວຮອດແຈ້ງ ແຕ່ກໍມີຜູ້ຕິດຕາມຊົມ ການແຂ່ງ ຂັນຫລາຍສົມຄວນບໍ່ວ່າໄປແຫ່ງຫົນໃດເຊັ່ນ:
ຮ້ານກາເຟ, ສຳນັກ ງານ, ອົງການລວມເຖິງຕະ ຫລາດກໍໄດ້ຍິນແຕ່ຜູ້ຄົນໂສເລ ກັນເລື່ອງການແຂ່ງຂັນ ບານ ໂລກ.
ແນວໃດກໍຕາມ, ການແຂ່ງ ຂັນກິລາບານເຕະໂລກນີ້ຍັງຈະ ດຳເນີນໄປອີກຫລາຍວັນ ຈຶ່ງຈະປິດສາກລົງ
ຍ້ອນແນວນັ້ນ ຈຶ່ງເປັນຫ່ວງວ່າຫລາຍຄົນຈະອົດ ຫລັບອົດນອນເບິ່ງການແຂ່ງຂັນ ດັ່ງກ່າວ ແລະ
ຈະເຮັດໃຫ້ສຸຂະພາບອິດເມື່ອຍອ່ອນເພຍ,
ຜ່ານການຕິດຕາມເບິ່ງການແຂ່ງຂັນ ເລີ່ມຕົ້ນມາພຽງ
5-6 ມື້ມານີ້ ກໍປາກົດເຫັນມີຫລາຍຄົນເລີ່ມໄປການບໍ່ຖືກໂມງເປັນປົກ ກະຕິ, ບາງຄົນເຖິງຂັ້ນຂາດວຽກ,
ຂາດໂຮງຮຽນຍ້ອນອິດເມື່ອຍຈາກການເບິ່ງກິລາ ແລະ ສ່ວນວ່າບັນຫາການຫລິ້ນການພະ ນັນນັ້ນ ກໍຄວນຫລີກເວັ້ນ
ເພື່ອບໍ່ໃຫ້ມີການສູນເສຍຕາມມາ ແລະ ໃຫ້ຄຳນຶງວ່າ: ເບິ່ງຊົມແນວແບບໃດເພື່ອບໍ່ໃຫ້ເປັນການ ທຳລາຍສຸຂະພາບ,
ເສຍວຽກງານ ແລະ ເສຍຊັບສິນເງິນຄຳ.
No comments:
Post a Comment