ປກສ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ໃນຕົ້ນເດືອນມິຖຸນານີ້,
ກຳ ລັງເຈົ້າໜ້າທີ່ຕົນໄດ້ກັກຕົວຂະບວນການຄ້າຂາຍຢາເສບຕິດລາຍໃຫຍ່ ປະກອບມີທ້າວ
ດົວເລົາ ອາຍຸ 39 ປີ ຢູ່ບ້ານຫ້ວຍພວນ, ນາງ ແຈ້ງ ອາຍຸ 19 ປີ ຢູ່ບ້ານໂນນສະຫວັນ
ເມືອງ ແລະ ແຂວງໄຊຍະບູລີ ພ້ອມຂອງກາງຢາບ້າ 1.529 ເມັດ, ໂທລະສັບ 4 ໜ່ວຍ, ເງິນ
2,6 ລ້ານກີບ, ເງິນບາດໄທ 3 ພັນບາດ, ລົດ ຈັກ 2 ຄັນ ແລະ ພາຍຫລັງສືບສວນ- ສອບສວນ
ພວກກ່ຽວໄດ້ຊັກທອດເຖິງຜູ້ຮ່ວມຂະບວນການອີກ 3 ຄົນ ແລະ ເຈົ້າ ໜ້າທີ່ກໍສາ
ມາດນຳຈັບຕົວມາໄດ້ ຄືທ້າວ ຕົງເຢັ້ງເລົ່າ ອາຍຸ 41 ປີ ປະຊາ ຊົນບ້ານດອນໃໝ່
ເມືອງໄຊຍະບູລີ, ທ້າວ ວາເມັງທໍ່ ອາຍຸ 45 ປີ ແລະ ນາງ ເນັງລີ ອາຍຸ 37 ປີ (ທັງສອງເປັນຜົວເມຍກັນ)
ຢູ່ບ້ານໜອງສອງຫ້ອງ ເມືອງໄຊທານີ ນະຄອນຫລວງວຽງຈັນ ພ້ອມຂອງກາງຢາບ້າ 6 ພັນເມັດ,
ໂທລະສັບ 6 ໜ່ວຍ, ເງິນບາດໄທ 60 ພັນບາດ ແລະ ລົດໃຫຍ່ 1 ຄັນ ເພື່ອເປັນຫລັກຖານໃນການດຳເນີນຄະດີຕາມລະບຽບກົດໝາຍ.
ເຈົ້າໜ້າທີ່ໃຫ້ຮູ້ວ່າ: ຂະບວນການຄ້າຂາຍຢາເສບຕິດກຸ່ມນີ້ແມ່ນມີການຮ່ວມກັນເຄື່ອນໄຫວຄ້າຂາຍຢາເສບຕິດຢູ່ແຂວງໄຊຍະບູລີ
ແລະ ແຂວງໃກ້ຄຽງ ມາເປັນເວລາດົນສົມຄວນແລ້ວ.
No comments:
Post a Comment