ພິທີປະກາດຮັບຮອງເອົາໂຮງ ຫມໍແຂວງຈຳປາສັກ
ເປັນກົມກອງພັດທະນາຮອບ ດ້ານໄດ້ຈັດຂຶ້ນຢ່າງເປັນທາງການໃນເຊົ້າ ວັນທີ 13 ມິຖຸນາ
ຢູ່ໂຮງຫມໍດັ່ງ ກ່າວ ໂດຍການເຂົ້າຮ່ວມຂອງທ່ານ ສົມສະຫນິດ ບຸດຕິວົງ ຮອງເລຂາພັກແຂວງ
ພ້ອມດ້ວຍສາ ທາລະນະສຸກແຂວງ ແລະ ທ່ານ ຫົວຫນ້າພະແນກພັດທະນາຊົນ ນະບົດແຂວງ ພ້ອມດ້ວຍຄະນະພັກ,
ຄະນະອຳນວຍການ ແລະ ພະນັກງານ, ແພດຫມໍເຂົ້າຮ່ວມເປັນຈຳນວນຫລາຍ.
ທ່ານ ດຣ ຄຳສິງ ແກ້ວທອງກຸ ເລຂາຄະນະພັກຮາກຖານ,
ຮອງຜູ້ອຳນວຍການໂຮງຫມໍດັ່ງ ກ່າວ ໄດ້ຂຶ້ນລາຍ ງານໃຫ້ຮູ້ວ່າ : ໂຮງຫມໍຈຳປາສັກ
ເປັນກົມກອງທີ່ມີຄວາມໂດດເດັ່ນ ແລະ ມີຄວາມເຂັ້ມແຂງທາງດ້ານການ ຈັດຕັ້ງມີມາດຕະຖານ
ແລະ ເງື່ອນໄຂຕ່າງໆທີ່ຈະສ້າງເປັນ ກົມກອງພັດທະນາຮອບດ້ານ ຄື : ເປັນໂຮງຫມໍຫນຶ່ງທີ່ຕັ້ງຢູ່ໃຈ
ກາງເມືອງປາກເຊ ຈຶ່ງເປັນ
ທັງສູນກາງເສດຖະກິດ, ວັດທະນະ ທຳ-ສັງຄົມຂອງທ້ອງຖິ່ນ,
ມີປະ ຕູສູ່ບັນດາແຂວງພາກໃຕ້ ແລະ 3 ຫລ່ຽມເສດຖະກິດ LCV ແລະ ສາມຫລ່ຽມມໍລະກົດ ( ລາວ, ໄທ ແລະ ກຳປູເຈຍ
) ໂຮງຫມໍຈຳປາສັກປະກອບມີ 250 ຕຽງ ສາ ມາດເຮັດຫນ້າທີ່ໃຫ້ບໍລິການກວດພະຍາດ,
ບົ່ງມະຕິພະຍາດ, ປິ່ນປົວ, ຟື້ນຟູຊີບ ແລະ ຟື້ນຟູຫນ້າທີ່ການ ແລະ ສົ່ງເສີມສຸຂະ
ພາບຂອງປະຊາຊົນບັນດາເຜົ່າ ປະກອບມີ 19 ຂະແຫນງການ, ມີພະນັກງານທັງຫມົດ 313 ທ່ານ,
ຍິງ 222 ທ່ານ ທີ່ມີຄວາມຫ້າວ ຫັນ, ປອດໃສໃນການປະຕິບັດຫນ້າທີ່ວຽກງານຂອງຕົນເປັນຢ່າງດີ.
No comments:
Post a Comment