Ad

Ad

16 June 2014

ສົງສານຄົນຕື່ນເງົາຕົນເອງ ( ຄໍລຳ ບັນຫາຈານແຍ່ )



ໂດຍ : ວິເສດ ສະແຫວງສຶກສາ
    ພາຍຫລັງບົດ “ເບື່ອຄຳຂໍໂທດ” ໄດ້ຮັບການເຜີຍແຜ່ເມື່ອສອງອາທິດຜ່ານມາ ໃນຄໍລຳທີ່ທ່ານພວມອ່ານຢູ່ນີ້, ກໍມີເພື່ອນໆ ສອງສາມຄົນທີ່ຮູ້ກັນດີຕີສາຍບອກ ໃຫ້ຈານແຍ່ຊອກຂໍ້ມູນໃໝ່ໆກ່ຽວກັບ “ຄົນໄທໝິ່ນປະໝາດຢຽບຫຍາມຄົນລາວ” ມາຂຽນ ຕໍ່, ຂຽນແຕ່ບົດດຽວຫັ້ນມັນບໍ່ພໍຊິຄາແຂ້ວດອກ. ຄຳຂໍຮ້ອງຂອງເພື່ອນໆນັ້ນສຳລັບຈານແຍ່ແລ້ວມັນແມ່ນສຽງສະຫວັນ, ມັນ ແມ່ນກຳ ລັງໃຈ ເພາະຢ່າງໜ້ອຍກໍໄດ້ຮູ້ວ່າຍັງມີບາງຄົນອ່ານບົດຄວາມຈານແຍ່ສຸດ, ບໍ່ສຸດລ້າໆ ແຕ່ຍັງສ່ອງແສງຄືນໃຫ້ຜູ້ຂຽນ ວ່າ: ມັນຄັກແນວໃດ, ຍັງບໍ່ພໍບ່ອນໃດ, ຢາກອ່ານອີກ ຫລືວ່າ ອີ່ມແລ້ວ. ຈານແຍ່ ເຫັນວ່ານັກອ່ານຢູ່ໃຕ້ຟ້າເມືອງລາວເຮົານີ້ ບໍ່ຄ່ອຍຈະ ມັກສ່ອງແສງຄືນໃຫ້ເຈົ້າຂອງບົດ, ທັງໆທີ່ເລື່ອງນັ້ນຕົນມັກ, ເຫັນພ້ອມ ຫລື ບໍ່ເຫັນພ້ອມ. ສ່ວນຢູ່ບ້ານເພິ່ນເມືອງ ທ່ານນັ້ນ ການສະທ້ອນຄືນຄຳຄິດເຫັນຂອງຜູ້ອ່ານກ່ຽວກັບບົດຂຽນ, ບົດປະພັນນັ້ນ ເຮັດກັນຢ່າງຂຶ້ນໜ້າຂຶ້ນຕາວ່ອງໄວທີ່ສຸດ, ສ່ວນ ເບື້ອງເຈົ້າຂອງບົດນັ້ນກໍເປີດໃຈຮັບ ບໍ່ວ່າຈະເປັນການສ່ອງແສງໃນຮູບການຍ້ອງຍໍຊົມເຊີຍ ຫລື ຕຳນິຕິຕຽນ. ຍ້ອນແນວ ນີ້ບໍວົງການສື່, ວົງການການປະພັນບ້ານເພິ່ນຈຶ່ງກ້າວໄວກວ່າບ້ານເຮົາ.

     ທີ່ຈິງແລ້ວ ຈານແຍ່ຄິດວ່າຈະຢຸດຂຽນພຽງເລື່ອງ “ເບື່ອຄຳຂໍໂທດ” ເພາະບົດຄວາມ ແລະ ສຽງໂສເຫລ້ກ່ຽວກັບໄທໝິ່ນ ປະໝາດລາວນັ້ນມີຫລາຍແລ້ວ ຈົນ ເປັນນົກລຶ້ງຜຽກ, ຄິດວ່າຄົນລາວ ທີ່ມີເລືອດລາວເຕັມຮ້ອຍ ແຕ່ເໜືອ ຮອດໃຕ້ ຄົງກຳ ບັນຫານີ້ໄດ້ດີ. ແຕ່ແລ້ວ ຈານແຍ່ບັງເອີນອ່ານ ພົບບົດຄວາມຂອງ ສາສະດາ ຈານ ເຈຣັນ ຟຣາຍ (Gerald W. Fry) ຊ່ຽວ ຊານຂັ້ນຫົວຫອກໃນວິ ຊາການພົວພັນສາກົນ ຂອງມະ ຫາວິທະຍາໄລມິນເນໂຊຕາ ສ. ອາເມລິກາ, ພິມລົງ The Nation ໜັງສືພິມພາສາອັງກິດຂັ້ນແນວ ໜ້າຂອງໄທ ສະບັບວັນທີ 19 ພຶດ ສະພາຜ່ານມາ ຢູ່ຄໍລຳ Chalk Talk. ທ່ານ ສາສະ ດາຈານຄົນນີ້ ມີຄວາມຮອບຮູ້ເປັນພິເສດກ່ຽວ ກັບປະຫວັດສາດຂອງບັນດາປະເທດໃນອາຊີອາຄະເນ ໂດຍສະ ເພາະແມ່ນ ປະຫວັດສາດໄທ. ໃນບົດຄວາມດັ່ງກ່າວຂຶ້ນຕົ້ນດ້ວຍຄຳເວົ້າເດັດໆວ່າ: ກ່ອນຈະເຂົ້າສູ່ປະຊາຄົມເສດຖະກິດອາຊຽນ ຫລື AEC ໃນປີ 2015 ນັ້ນ, ປະ ເທດໄທຄວນຄິດຄືນໃໝ່ກ່ຽວກັບ ຫລັກສູດການສິດສອນຕາມແນວ ຄິດຊາດນິຍົມຄັບແຄບ ຂອງຕົນ, ຕ້ອງເຂົ້າໃຈແຈ້ງວ່າ: ສ່ວນປະ ກອບອັນສຳຄັນໜຶ່ງຂອງການສຶກ ສານັ້ນກໍແມ່ນຫລັກການພາວະວິ ໄສ ແລະ ຫລັກ ການສົມດູນ, ບໍ່ ເບິ່ງບັນຫາລວງດຽວ. ທ່ານ ເຈ ຣັນ ຟຣາຍ ໃຫ້ທັດສະນະຕື່ມວ່າ: ແນວຄິດຕີໂຕສູງ ແລະ ຖືໂຕຂອງຄົນໄທ ນັ້ນ ແມ່ນເກີດມາຈາກຄວາມເຂົ້າໃຈຜິດກ່ຽວກັບບັນດາຈຸດພິເສດທີ່ເປັນເອກະລັກສະເພາະຂອງໄທວ່າແມ່ນ “ຄວາມ ຍິ່ງ ໃຫຍ່” ຂອງຕົນລື່ນຄົນຊາດ ອື່ນ ເຊິ່ງໃນຕົວຈິງແລ້ວ ແຕ່ລະ ຊາດກໍລ້ວນແຕ່ມີເອກະລັກ ແລະ ຈຸດພິເສດທີ່ໂດດເດັ່ນສະເພາະ ຂອງຕົນ. ຕາມຄວາມເຫັນຂອງ ທ່ານ ເຈຣັນ ຟຣາຍ ແລ້ວ, ໄທມີ ຈຸດພິເສດທີ່ເປັນເອກະລັກສະ ເພາະຂອງຕົນຢູ່ 10 ປະການ ເຊັ່ນ: ເປັນປະເທດທີ່ມີກະສັດຄອງລາດ ດົນສຸດໃນໂລກ, ເປັນປະເທດທີ່ ສົ່ງອອກເຂົ້າເປັນອັນດັບທີ 1 ຂອງໂລກ ແລະ ຕໍ່ໆ ໄປຈົນຮອດ 10 ຂໍ້. ທ່ານ ສາສະດາຈານ ອະທິ ບາຍວ່າ: ຈຸດພິເສດທີ່ເປັນເອກະ ລັກນັ້ນ ບໍ່ສາມາດເປັນຂໍ້ອ້າງເຖິງ ຄວາມຍິ່ງ ໃຫຍ່ ຫລື ເປັນເລີດລື່ນ ຄົນຊາດອື່ນ, ຢ່າລືມວ່າ: ກຳປູ ເຈຍນັ້ນກໍມີອັງກໍວັດ ເຊິ່ງເປັນ 1 ໃນ 7 ສິ່ງມະຫັດສະຈັນຂອງໂລກ, ສ່ວນລາວກໍມີນ້ຳຕົກຫລີຜີທີ່ໜ້າ ງຶດງໍ້, ມີໝູ່ດອນຮອດ 4 ພັນດອນ ໃນພາກໃຕ້ຂອງລາວ.
     ສ່ວນບົດຄວາມກ່ຽວກັບທັດສະນະຂອງບັນດາອາຈານ ແລະ ຊ່ຽວຊານດ້ານປະຫວັດສາດຂອງໄທ (ຈາກມະຫາວິທະ ຍາໄລຣັງສິດ ແລະ ທຳມະສາດ) ທີ່ລົງພິມໃນ The Nation ສະບັບວັນທີ 20 ເດືອນເມສາ ປີ 2013 ໄດ້ເວົ້າ ວ່າ: ແນວຄິດ ໝິ່ນປະໝາດ, ຢຽບຫຍາມຂອງຄົນໄທຕໍ່ຄົນໃນປະເທດໃກ້ຄຽງ ໂດຍສະເພາະແມ່ນຕໍ່ຄົນລາວ, ກຳປູເຈຍ ແລະ ມຽນ ມານັ້ນ ເກີດມາຈາກວິທີສິດສອນ ປະຫວັດສາດ ແລະ ຈາກກະໂຕ ເນື້ອໃນຂອງປະຫວັດສາດໄທນັ້ນ ເອງ. ຈານແຍ່ເອງຍັງສົນໃຈຢູ່ວ່າ ປຶ້ມປະຫວັດສາດໄທນັ້ນກໍເວົ້າຢູ່ ບໍ່ວ່າ: ຂຸນເສິກໄທໃນເມື່ອກ່ອນ ໄດ້ກໍ່ກຳທຳເຂັນຕໍ່ຄົນລາວຢ່າງໂຫດຮ້າຍປ່າເຖື່ອນ, ໄດ້ເວົ້າ ຢູ່ບໍ່ ວ່າ: ເຄີຍມາເຜົານະຄອນຫລວງ ວຽງຈັນເປັນເຖົ່າຖ່ານ ? ແລະ ໄດ້ ເວົ້າບໍ່ວ່າ: ທະຫານໄທເຄີຍເປັນຂີ້ຂ້າຮັບໃຊ້ປະເທດ ນາຍເໜືອຫົວ ເຂົ້າມາຢ່ຳຢີປະເທດລາວ, ເຄີຍເຕື້ອງບໍ່ຮອດທາດສີສອງຮັກ, ສາຍສຳພັນອັນດີຖານທີ່ບັນພະບູ ລຸດຂອງສອງປ ະເທດໄດ້ພຽນສ້າງໄວ້, ເຄີຍເວົ້າຮອດບໍ່ປຶ້ມ “ສະເໜ່ພາສາລາວ” ເຊິ່ງນັກການທູດຄົນສຳຄັນຂອງໄທໄດ້ຂຽນໄວ້ ? ຫລື ມີສາຍ ແຕ່ເວົ້າເຖິງຄວາມຍິ່ງໃຫຍ່ລື່ນບ້ານລື່ນເມືອງ ຂອງຄົນໄທ ?.
     ຈານແຍ່ເຫັນພ້ອມກັບ ສາສະ ດາຈານ ເຈຣັນ ຟຣາຍ ທີ່ວ່າ: ໄທ ຕ້ອງທົບທວນຄືນປະຫວັດສາດຂອງຕົນ, ຕ້ອງສອນປະ ຫວັດ ສາດຢ່າງຄົນທີ່ສີວິໄລເຂົາສອນ ກັນ ແລະ ຕ້ອງກ້າເວົ້າຄວາມຈິງ ກ່ອນປະຊາຄົມອາຊຽນຈະກໍ່ຮູບຮ່າງຂຶ້ນມາໃນປີໜ້າ ນີ້ເອງ.

No comments:

Post a Comment