ສະຖານເອກອັກຄະຣາຊະທູດ ຍີ່ປຸ່ນຮ່ວມກັບກະຊວງຖະແຫລງຂ່າວ,
ວັດທະ ນະທຳ ແລະ ທ່ອງ ທ່ຽວ ແລະ ບໍລິສັດ ຍີ່ປຸ່ນ (Negi bose), ຈັດກິດຈະ ກຳງານ ກະຕູນຍີ່ປຸ່ນຂຶ້ນ,
ຢູ່ລາວ-ໄອເຕັກ, ນະ ຄອນຫລວງວຽງຈັນ ໃນວັນທີ 14 ມິຖຸນານີ້, ໂດຍການເຂົ້າຮ່ວມ ຂອງທ່ານ ຮິໂຣະຢຸກິ
ຄິສິໂນະ ເອກອັກຄະລາຊະທູດຍີ່ປຸ່ນປະ ຈຳລາວພ້ອມດ້ວຍບັນດານັກສະແດງ ຈາກລາວ, ໄທເຂົ້າຮ່ວມຢ່າງຫລວງຫລາຍ.
ກິດຈະກຳດັ່ງກ່າວຈັດຂຶ້ນ ເພື່ອສົ່ງເສີມຄວາມເຂົ້າໃຈຮ່ວມກັນໃນຂັ້ນຮາກຖານໂດຍການ
ແນະນຳວັດທະນາທຳຍຸກໃໝ່ ເຊັ່ນ: ກາຕູນອານິເມະຍີ່ປຸ່ນ ແລະ ເພງຍີ່ປຸ່ນ. ພາຍໃນງານຍັງມີ ບັນດາເຍົາວະຊົນ
ແລະ ຊາວ ໝຸ່ມທີ່ນຸ່ງເຄື່ອງຮຽນແບບຕົວລະ ຄອນໃນກາຕູນໄດ້ມາ ເຮັດການສະແດງທີ່ປະທັບໃຈໂດຍການ
ແຕ່ງໂຕທີ່ມີສີສັນເທິງເວທີ. ນອກ ຈາກນີ້ຜູ້ເຂົ້າຮ່ວມງານໄດ້ ມ່ວນຊື່ນກັບການ
ຫລີ້ນເກມຕອບຄຳ
ຖາມເພື່ອຮັບເອົາລາງວັນ, ເບິ່ງ ການສາຍກາຕູນຍີ່ປຸ່ນ, ລອງນຸ່ງ ຊຸດ ຢູກະຕະ (Yuka ta) ເປັນຊຸດ
ພື້ນເມືອງຍີ່ປຸ່ນ ທີ່ຄົນຍີ່ປຸ່ນໃສ່ ໃນລະດູຮ້ອນແທນຊຸດກິໂມໂນ (Kimono) ເຊິ່ງເປັນຊຸດໃນລະດູ
ຮ້ອນຂອງປະ ເທດຍີ່ປຸ່ນ. ນອກ ນັ້ນຍັງມີກິດຈະກຳແຕ້ມຮູບກາ ຕູນ, ທາສີຮູບກາຕູນ ແລະ ອື່ນໆ
ອີກຫລາຍລາຍການ.
ທ່ານ ຮິໂຣະຢຸກິ ຄິສິໂນະ ເອກອັກຄະລາຊະທູດຍີ່ປຸ່ນປະ
ຈຳລາວໄດ້ກ່າວໃນງານຄັ້ງນີ້ ວ່າ: ກາຕູນອານີເມເຊິນ ແມ່ນ ກາຕູນທີ່ໄດ້ຮັບຄວາມນິຍົມທີ່ສຸດ
ໃນວັດທະນາທຳຂອງຍີ່ປຸ່ນ ແລະ ກໍຍັງເປັນທີ່ຊື່ນຊອບຂອງຄົນໃນ ທົ່ວໂລກນຳອີກ, ເຊິ່ງບໍ່ ພຽງແຕ່ໃຫ້ຄວາມມ່ວນຊື່ນໃນການ
ຮັບຊົມເທົ່ານັ້ນແຕ່ຍັງນຳມາເຊິ່ງພະລັງວິເສດໃນການເຮັດໃຫ້ຄົນມີຄວາມຫວັງ ແລະ ຄວາມຝັນ, ສ້າງໃຫ້ຄົນມີຄວາມຄິດສ້າງສັນ
ແລະ ເຮັດໃຫ້ຄົນມາລວມເປັນ ໜຶ່ງດຽວໄດ້ ໂດຍບໍ່ມີພົມແດນ ແລະ ກິດຈະກຳ ດັ່ງກ່າວນີ້ ຍັງຈະສາມາດປະກອບສ່ວນສົ່ງເສີມສາຍພົວພັນມິດຕະພາບ,
ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ລາວ-ຍີ່ປຸ່ນໃຫ້ເລິກເຊິ່ງ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ.
No comments:
Post a Comment