 |
ພາບປະກອບຈາກອິນເຕີເນັດ |
ໃນອາທິດຜ່ານມາ, ຜູ້ຂຽນໄດ້ອ່ານບົດຄວາມທີ່ລົງພິມໃນໜັງ
ສືພິມສະບັບໜຶ່ງເປັນບົດຂຽນ ຂອງນັກຂຽນຮຸ້ນອາຈານໃຫຍ່ວົງການສື່ມວນຊົນລາວເຮົາ
ແລະ ຕ້ອງຂໍອະໄພທີ່ເອີ່ຍນາມທ່ານ ວິເສດ ສະແຫວງສຶກສາ. ບົດຄວາມດັ່ງກ່າວແມ່ນເພິ່ນໄດ້ແປຈາກຂ່າວຂອງປະເທດອັງ
ກິດເມື່ອອ່ານແລ້ວເຫັນວ່າມັນເປັນບົດຮຽນອັນດີທີ່ວົງການແພດບ້ານເຮົາບໍ່ຄວນເບິ່ງຂ້າມບັນຫານີ້ເຊັ່ນກັນ.
ບົດຂຽນດັ່ງ ກ່າວລະບຸວ່າ: ໃນກາງເດືອນພຶດ ສະພາ 2014 ນີ້, ໂຮງໝໍຫລາຍແຫ່ງຢູ່ປະເທດອັງກິດພວມມີແຜນຍົກເລີກການຈ່າຍຢາຕາມໃບສັ່ງທີ່ຂຽນດ້ວຍມືທ່ານໝໍ
ທັງນີ້ເພາະວ່າລາຍມືທ່ານໝໍນັ້ນ ອ່ານຍາກຫລາຍ ແລະ ມີຫລາຍກໍລະນີອ່ານບໍ່ອອກ
ຈຶ່ງເຮັດໃຫ້ເປັນອຸປະສັກໃນການຈ່າຍຢາ ເຮັດໃຫ້ການຈ່າຍຢາຖືກໆຜິດໆ ແລະ ຈາກການຈ່າຍຢາຜິດນີ້
ຈຶ່ງເຮັດໃຫ້ຄົນເຈັບ 11 ຄົນເສຍຊີວິດໃນປີ 2012 ຜ່ານມາ, ໃນນັ້ນ ມີກໍລະນີນາງ
ວິກຕໍເລຍ ແຮຣິສັນ ອາຍຸ 17 ປີ ເປັນຊ່າງເຝິກຫັດຕັດຜົມ ໂດຍສາວນ້ອຍຜູ້ເຄາະຮ້າຍຄົນນີ້
ໄດ້ເຂົ້າຜ່າຕັດໄສ້ຕິ່ງຢູ່ໂຮງໝໍແຄດເທີຣິງ, ນາງມີອາ ການເລືອດໄຫລບໍ່ຢຸດຈົນເຮັດໃຫ້ນາງເສຍຊີວິດໃນທີ່ສຸດສາເຫດກໍແມ່ນວ່າ:
ແພດທີ່ຮັບຜິດຊອບປິ່ນປົວນັ້ນອ່ານຂໍ້ແນະນຳການປິ່ນປົວຈາກແພດຜ່າຕັດບໍ່ອອກ.
ເລື່ອງນີ້ເລີຍຮ້ອນໄປຮອດໜ່ວຍງານຕິດຕາມສຸຂະພາບຂອງຜູ້ບໍລິໂພກ ເຊິ່ງຂຽນເປັນຕົວຫຍໍ້ວ່າ:
NHS
Trnst. ຜ່ານການ ກວດສອບລາຍມືຂອງທ່ານໝໍໃນໂຮງໝໍແຫ່ງຕ່າງໆຢູ່ເມືອງແຊດສະເຕີຈຶ່ງຮູ້ວ່າ:
ແພດຈຳໜ່າຍຢາ ຫລື ປິ່ນປົວອ່ານຕົວໜັງສືທ່ານໝໍບໍ່ອອກ. ຈາກກໍລະນີທີ່ເກີດຂຶ້ນຢູ່ປະເທດດັ່ງກ່າວກໍເຫັນວ່າຢູ່ບ້ານເຮົາການຈຳໜ່າຍຢາ
ແລະ ການປິ່ນປົວຍັງຕ້ອງອາໄສໃບສັ່ງຈາກແພດໃຫຍ່ໃນຂະແໜງກ່ຽວຂ້ອງ. ດັ່ງນັ້ນ
ການຂຽນຊື່ຢາ ແລະ ຂໍ້ແນະນຳຕ່າງໆຄວນໃຫ້ອ່ານອອກຈະແຈ້ງຢ່າໃຫ້ເປັນຄືໃນສັງຄົມມັກເວົ້າຢອກຕິດປາກວ່າ:
“ຫຍຸ້ງປານໂຕໜັງສືດ໋ອກເຕີ”.
No comments:
Post a Comment