ກະເທີນວ່າບາງທ່ານໄດ້ອ່ານບົດ “ປາກກາໃຫຍ່ຄອງເລິກ”
ໃນຄໍລຳນີ້ຂອງອາທິດຜ່ານມາ, ກໍເລີຍຢາກເສີມຕໍ່ເລື່ອງ ຂີດໆຂຽນໆນີ້ລະເພາະວ່າຍັງມີອີກຮ້ອຍອັນພັນແນວທີ່ຍັງບໍ່ທັນໄດ້ເວົ້າ.
ເລື່ອງຜູ້ໃຫຍ່ໄມ້ສູງບິແບ່ງເວລາທີ່ຫາໄດ້ຍາ ກປານຊອກ ເລືອດນຳກະປູມາມອບໃຫ້ວົງການວັນນະກຳ
ຫລື ອັນທີ່ຈານ ແຍ່ເອີ້ນບໍ່ເຫືອດສົບເຫືອດປາກວ່າ: “ອາຫານໃຈ” ນັ້ນແມ່ນ ນິມິດໝາຍປາຍປາກກາທີ່ດີຈຶ່ງຂໍຖືໂອກາດຂອບໃຈທ່ານຮອງນາຍົກລັດຖະມົນຕີ
ດຣ. ທອງລຸນ ສີສຸລິດ ມານະທີ່ນີ້ດ້ວຍທີ່ ຂຽນກອນ “ອາເຊັມ 9” ໃຫ້ອ່ານ.
ມື້ນີ້ມີເລື່ອງຢາກໂສກັບບັນດາ ບ.ກ ທີ່ຮັກ ແລະ ເພື່ອນໆຮ່ວມສາຍຄາອັກສອນສິນນຳກັນວ່າ: ເຮັດແນວໃດປາຍ ປາກ ກາພວກເຮົາຈຶ່ງຈະເຊື່ອມຈອດກັນຢ່າງແນບແໜ້ນກວ່າເກົ່າ, ເຮັດແນວໃດສິນພວກເຮົາຈຶ່ງຈະ ລວມສູນເຂົ້າ- ອອກປະຕູດຽວ
ແລະ ເຮັດ ຈັ່ງໃດຊ່ອງຫວ່າງຄວາມຫ່າງເຫີນລະຫວ່າງຜູ້ຂຽນກັບ ບ.ກ ຈຶ່ງຈະໝົດໄປ, ແຕ່ອັນສຸດທ້າຍ
(Last but not Least !) ແມ່ນຄຳຖາມເຈາະເລິກວ່າ: ໃນກະໂຕ ຂອງພວກເຮົາຜູ້ຂຽນ ແລະ ບ.ກ ມີຫຍັງແດ່ທີ່ຄວນ ຊຳລະສະສາງຫລືເກັບມ້ຽນເຂົ້າສາງເພື່ອແຜ້ວທາງໃຫ້ການຂີດຂຽນເດີນແມ່ນແລ່ນສະດວກກວ່າເກົ່າ. ສາມ-ສີ່
ບັນຫາທີ່ວ່າມານີ້ ຖ້າຈະເວົ້າໃຫ້ ໝົດກໍຕ້ອງໄດ້ຕຳເຂົ້າຖົງແຮໄວ້ກິນທາງຫລາຍຖົງ. ດັ່ງນັ້ນ
ຈານແຍ່ຈຶ່ງຂໍເລືອກເວົ້າແຕ່ບັນຫາ ດຽວເຊັ່ນ: ເຮັດແນວໃດຈຶ່ງຈະມີ ສິນສາຂາວັນນະກຳປະຕູດຽວແຕ່ມີຫລາຍຫ້ອງເພາະວ່າຄວາມເປັນເອກະພາບຜ່ານປະຕູດຽວຈະຊ່ວຍພັດທະນາວົງການສິນ
ພວກເຮົາໃຫ້ກ້າວໄກໄປໄດ້ດົນຍ້ອນວ່າແຕ່ລະຂະແໜງວຽກມີໂອກາດໄດ້ຊຸກຍູ້ຊູກັນຂຶ້ນ. ຢູ່ຕ່າງປະເທດບໍ່ວ່າຈະເປັນການຜະ
ລິດລະຄອນ, ຮູບເງົາ, ການປະພັນບົດວັນນະຄະດີກໍຄືການປະພັນເພງລ້ວນແຕ່ມີກົນໄກປະສານງານກັນ.
ບົດປະພັນນະວະ ນິຍາຍເລື່ອງສັ້ນທີ່ດີໄດ້ລອກຄາບເປັນບົດລະຄອນ, ຮູບເງົາກາຍເປັນເນື້ອໃນເພງທີ່ເດັ່ນດັງ.
ໃນທາງກັບ, ຮູບເງົາ ແລະ ລະ ຄອນທີ່ສະແດງໄດ້ດີກໍມີສ່ວນເຮັດໃຫ້ຍອດການຂາຍປຶ້ມເລື່ອງດັ່ງກ່າວໄດ້ດີ.
ຢູ່ປະເທດພວກເຮົາກໍພໍມີຕົວຢ່າງກ່ຽວກັບເລື່ອງ ນີ້ເຊັ່ນ: ເພງ “ເພັດໃນຕົມ”, “ຮັກເຈົ້າສຸດຫົວໃຈ”
ທີ່ມີຄົນຕິດຟັງມາຮອດປັດຈຸບັນກໍ ແມ່ນຍ້ອນມັນເປັນເພງປະກອບ ລະຄອນ ເຊິ່ງມີຄົນໃນຍຸກກ່ອນໆຕິດກັນງອມແງມ,
ຮູບເງົາເລື່ອງ “ແຮຣີປອດເຕີ”, “ຂຸມຄຳແມກເຄນາ” ດົ່ງດັງກໍຍ້ອນມັນສ້າງຂຶ້ນ ຈາກ ບົດປະພັນທີ່ມີຊື່ສຽງສຸດ
ທ້າຍທັງສອງຂະແໜງກໍຊຸກຍູ້ເຊິ່ງກັນ ແລະ ກັນ. ຮູບເງົາເລື່ອງ “ຄູບ້ານນອກ”, “ສີ່ແຜ່ນດິນ”,
“ລູກອີສານ”... ທີ່ດົ່ງດັງຢູ່ປະ ເທດໄທໃນເມື່ອກ່ອນກໍແມ່ນຍ້ອນ ມັນອອກມາຈາກບົດປະພັນທີ່ມີຊື່ສຽງ.
ຢູ່ປະເທດພວກເຮົາ, ຂະແໜງສິນຍັງເຮັດພໍໃຜພໍລາວ, ໃຜຍາດໄດ້ທຶນບໍ່ວ່າຈະເປັນຂອງລັດ,
ຂອງເອກະຊົນ ກໍຄືຂອງອົງ ການຕ່າງປະເທດ ແມ່ນບຸກດ່ຽວໂລດ, ກາຍເປັນຜູ້ຮູ້ເຮັດໝົດທຸກຢ່າງ:
ປະພັນເອງ, ຈັດສາກເອງ, ອອກແບບເອງ ແລະ ສະແດງເອງ, ມີບາງຂະແໜງນັ້ນເຕົ້າໂຮມເອົາພັກພວກຄົນທີ່ຮູ້ຈັກມັກເຄີຍກັນມາເຮັດ.
ຜົນອອກມາເຖິງຈະເປັນຕ່ອນເປັນ ໂຕ ແຕ່ກໍບໍ່ແນ່ວ່າຈະດີທີ່ສຸດ. ມີບາງຄັ້ງເລື່ອງທີ່ແຕ່ງຂຶ້ນໃໝ່ນັ້ນພັດໄປຫລຳຮອຍກັບເລື່ອງທີ່ມີຢູ່ແລ້ວ,
ແຕ່ຄຸນນະພາບ ຫລຸດອັນ ເກົ່າ. ໜັງສືພິມບາງສະບັບທີ່ມີທຶນສະໜັບສະໜູນກໍຢືນຂຶ້ນເອົາມືຄ້ຳແອວປະກາດວ່າເຮັດເປັນໝົດທຸກແນວ.
“Mr. Know-all” ຫລື “Monsieur Sait-tout” (ຮູ້ໝົດທຸກແນວ). ປາກົດການແບບນີ້ມັນທຳລາຍກະແສສິນກະແສສື່ຂອງປະເທດເຮົາ,
ເຮັດໃຫ້ຂາດຄວາມເປັນປຶກແຜ່ນໄດ້ແຕ່ແລ່ນນຳທຶນ, ໝົດທຶນແລ້ວກໍແບມືແປ່ງແຊ່ງ. ຂີ້ຮ້າຍໄປກວ່ານັ້ນ,
ຖ້າມີແຕ່ແລ່ນຍາດ ທຶນກັນ, ວົງການສິນຂອງພວກເຮົາກໍຈະຕົກເປັນທາດອິດທິພົນຂອງບຸກຄົນ, ຂອງກຸ່ມກ້ອນໄດ້ງ່າຍໆ.
ຈານແຍ່ວ່າ: ສະມາຄົມນັກປະພັນລາວ ແລະ ສະມາຄົມນັກຂ່າວລາວ
ຄວນເປັນໂຕຢືນໃນການຄຸ້ມຄອງວົງການສິນວົງ ການສື່, ເປັນຜູ້ໃຫ້ທິດວ່າ: ວັນນະກຳບົດໃດຄວນສ້າງເປັນຮູບເງົາ,
ເປັນບົດລະຄອນ, ເນື້ອໃນພື້ນແຜ່ນວັນນະກຳບູຮານໃດ ຄວນປຸງແຕ່ງເປັນເພງ, ເນື້ອໃນປະຫວັດສາດຕອນໃດຄວນກາຍເປັນຮູບສະຫລັກຮູບຄວັດຮູບແຕ້ມ.
ນັກປະພັນ ແລະ ຄົນສິນພວກເຮົາດຽວນີ້ຍັງບໍ່ທັນໂຮມກັນເປັນກ້ອນກຸ່ມທີ່ໜຽວແໜ້ນ.
ຢາກສ້າງໄດ້ປະຕູດຽວສຳລັບ ທາງທຽວທີ່ມີຫລາຍເສັ້ນຂອງວົງການສື່ ແລະ ສື່ນັ້ນ, ສອງສະມາຄົມທີ່ເອີ່ຍຊື່ມາແລ້ວນັ້ນຕ້ອງມີກົນໄກປະສານງານ,
ມີລະ ບອບລະບຽບການເຮັດວຽກທີ່ຮັດກຸມ ແລະ ມີອຳນາດໃນການຕັດສິນບັນຫາທີ່ແນ່ນອນອີ່ຫລີ.
No comments:
Post a Comment