ໂດຍ : ວິເສດ ສະແຫວງສຶກສາ
ໂດຍສັງລວມຈາກສື່ພາຍໃນ ແລະ ຕ່າງປະເທດ ໃນເດືອນມັງ
ກອນ ແລະ ກຸມພາປີນີ້ ສັງເກດ ເຫັນວ່າ: ຫລາຍປະເທດໄດ້ເອົາ ໃຈໃສ່ເຂັ້ມກົດໝາຍ, ລະບຽບ ການ
ໂດຍສະເພາະກ່ຽວກັບອັນ ໃດທີ່ “ຫ້າມ” ເຮັດ ແລະ ອັນທີ່ອະ ນຸຍາດ “ໃຫ້” ເຮັດ. ທັງນີ້ກໍເພື່ອ
ຮັບປະກັນຄວາມເປັນລະບຽບ ຮຽບຮ້ອຍໃນສັງຄົມ.
ຂໍ້ຫ້າມທຳອິດແມ່ນກ່ຽວກັບການຈຸດບັ້ງກະໂພກ ແລະ ດອກໄມ້ໄຟ.
ໃນຕົ້ນໆເດືອນກຸມພານີ້, ທາງການບິນໄດ້ປະກາດຢ່າງ ໂຈ່ງແຈ້ງວ່າ: ສປ ຈີນ ຈະອອກ ກົດໝາຍຫ້າມຈູດບັ້ງກະໂພກ
ແລະ ດອກໄມ້ໄຟ ທັງນີ້ກໍເພາະ ວ່າບັ້ງກະໂພກ ແລະ ດອກໄມ້ ໄຟມີສ່ວນເຮັດໃຫ້ສະພາບອາກາດເສື່ອມເສຍຢ່າງໜັກໜ່ວງໂດຍສະເພາະຢູ່ນະຄອນຫລວງປັກກິ່ງໃນຍາມປີໃໝ່.
ຄຳປະກາດ ນີ້ສ້າງຄວາມແປກປະຫລາດໃຫ້ແກ່ຜູ້ຕິດຕາມຂ່າວພໍສົມຄວນທັງນີ້ເພາະວ່າບັ້ງກະໂພກ ແລະ
ດອກ ໄມ້ໄຟນັ້ນແມ່ນຂອງ ຄູ່ກັນກັບບຸນປີໃໝ່ຈີນ (ກຸດຈີນ) ແຕ່ໃດໆມາ. ແຕ່ສຳລັບຜູ້ທີ່ຮູ້ກ່ຽວກັບສະພາບຝຸ່ນລະອອງ
ແລະ ຄວັນພິດທີ່ປົກ ຄຸມນະຄອນຫລວງປັກກິ່ງເຖິງ 26 ມື້ ໃນເດືອນມັງກອນປີນີ້ກໍຄົງເຫັນວ່ານັ້ນເປັນມາດຕະການທີ່ຈິງຈັງຂອງທາງການ
ເພື່ອແກ້ ໄຂສະພາບອາກາດເປັນພິດ.
ຢູ່ສະຫະລັດອາເມລິກາ, ທາງການໄດ້ສັ່ງຫ້າມໃຊ້ກັບໂຟມ
ເພື່ອບັນຈຸອາຫານ. ຢູ່ປະເທດເຮົາ ການໃຊ້ກັບໂຟມໃສ່ອາຫານ ໂດຍ ສະເພາະປະເພດອາຫານຈານດ່ວນ
(Fast Food) ນັ້ນ ເຫັນຈົນ ເບື່ອຕາ ແລະ ບໍ່ເຫັນມີການຫ້າມ ກັນ. ບ່ອນເລີ່ມຫ້າມໃຊ້ກ່ອນໝູ່ກໍແມ່ນຢູ່ນະຄອນນິວຢ໋ອກເຫດຜົນທີ່ຫ້າມກໍເພາະວ່າໂຟມບໍ່ສາມາດໝູນໃຊ້ຄືນໄດ້,
ວັດຖຸທີ່ໃຊ້ຜະ ລິດໂຟມນັ້ນບໍ່ສາມາດລະລາຍໄດ້ ຕາມທຳມະຊາດ. ນອກນັ້ນ ໂຟມຍັງອາດເປັນອັນຕະລາຍຕໍ່ຊີວິດຂອງຄົນນຳອີກ.
ແຕ່ລະປີ ນະຄອນນິວຢ໋ອກມີກັບໂຟມທີ່ໃຊ້ ແລ້ວເຖິງ 20.000 ໂຕນ, ແຕ່ການແຍກເອົາໂຟມອອກຈາກຂີ້ເຫຍື້ອປະເພດອື່ນໆນັ້ນ
ກໍຕ້ອງໄດ້ເປືອງ ເງິນໄປຕື່ມອີກ 20%.
ຂໍກ້ຽວຄືນມາຫາຂໍ້ຫ້າມໜຶ່ງ ອີກຢູ່ ສປ ຈີນ ນັ້ນຄືທາງການຈີນ
ໄດ້ປະກາດໃນວັນທີ 6 ກຸມພານີ້ ຈະອອກລະບຽບຫ້າມຕັ້ງ ບ່ອນ ບັນເທິງມ່ວນຊື່ນລື່ນເລີງຢູ່ໃກ້ບໍລິເວນໂຮງຮຽນ
ແລະ ໂຮງໝໍ ເຊິ່ງເປັນການລົບກວນບັນຍາກາດຮ່ຳຮຽນ ແລະ ຄວາມສະຫງົບຂອງ ຄົນເຈັບທີ່ພວມປິ່ນປົວ.
ຂໍ້ຫ້າມນີ້ ອອກມາໃນຮູບກົດລະບຽບ ຮ່າງ ໂດຍກະຊວງວັດທະນະທຳ ໂດຍ ໄດ້ລົງລະອຽດກ່ຽວກັບການສ້າງສະຖານທີ່ບັນເທີງ,
ຂັ້ນຕອນການຂໍອະນຸຍາດ, ການກຳນົດໄລຍະ ຄວາມຫ່າງລະຫວ່າງສະ ຖານທີ່ບັນເທີງກັບໂຮງຮຽນ-ໂຮງໝໍ.
ນອກນັ້ນ ຍັງໄດ້ກຳນົດເນື້ອທີ່ບ່ອນຄົນນັ່ງ ແລະ ເວທີເຕັ້ນລຳ ພາຍໃນສະຖານທີ່ບັນເທີງ ນຳອີກ.
ສ່ວນການກຳນົດສະຖານທີ່ບັນເທີງຢູ່ເຂດຊົນນະບົດນັ້ນມອບໃຫ້ເປັນຄວາມຮັບຜິດຊອບຂອງອຳນາດການປົກຄອງ
ແຂວງ. ລະ ບຽບສະບັບນີ້ຈະມີຜົນສັກສິດທາງປະຕິບັດນັບແຕ່ວັນທີ 11 ເດືອນມີນາປີນີ້ເປັນຕົ້ນໄປ.
ສຳລັບຂໍ້ “ໃຫ້” ເຊິ່ງກົງກັນຂ້າມກັບຂໍ້ “ຫ້າມ” ທີ່ເວົ້າມານັ້ນ ຂໍສະເໜີພຽງສອງກໍລະນີ ຄືໃຫ້
ອັນທີໜຶ່ງ ແມ່ນມາດຕະການ ໃຫ້ຕຳຫລວດອິນໂດເນເຊຍຫລຸດນ້ຳໜັກເພື່ອຈະໄດ້ປະຕິບັດງານຢ່າງຄ່ອງແຄ້ວ.
ບັນດາຕຳຫລວດເຈົ້າ ເນື້ອທີ່ມີນ້ຳໜັກຫລາຍ ກວ່າ 100 ກິໂລ ຕ້ອງໄດ້ອອກກຳລັງກາຍ ຢ່າງໜ້ອຍ
2 ເທື່ອຕໍ່ມື້. ຢູ່ນະຄອນຫລວງຈາກາຕາມີຕຳຫລວດຕຸ້ຍເກີນຂອບ ເຂດເຖິງ 400 ຄົນ. ນະໂຍບາຍນີ້ເນັ້ນສຸຂະພາບເປັນຕົ້ນຕໍ.
ດັ່ງນັ້ນ ຖ້າຫລຸດນ້ຳໜັກບໍ່ໄດ້ ແທ້ໆ ກໍບໍ່ຖືກໂທດຖືກໂພຍ ພຽງ ແຕ່ວ່າໃຫ້ເຂົ້າຮ່ວມໂຄງການຫລຸດນ້ຳໜັກກໍແລ້ວກັນ.
ນະໂຍບາຍ “ໃຫ້” ອັນທີສອງ ແມ່ນທາງການ ສປປ ເກົາຫລີ ອະນຸຍາດ ເປັນເທື່ອທຳອິດໃຫ້ຄົນຕ່າງປະເທດສາມາດນຳໂທລະສັບມືຖືຂອງຕົນເອງເຂົ້າ
ສປປ ເກົາຫລີ ໄດ້. ນະໂຍບາຍນີ້ເລີ່ມປະຕິບັດ ແຕ່ ວັນທີ 7 ມັງກອນປີນີ້ເປັນຕົ້ນມາ. ແຕ່ກ່ອນຄົນຕ່າງປະເທດຕ້ອງໄດ້ຝາກໂທລະສັບມືຖືຂອງຕົນໄວ້
ນຳຫ້ອງການເຈົ້າໜ້າ ທີ່ກວດຄົນ ເຂົ້າເມືອງ.
ທັງໝົດທີ່ເວົ້າມານີ້ ແມ່ນເນື້ອໃນມາດຕະການທາງກົດໝາຍໃນຕ່າງແດນເພື່ອຄຸ້ມຄອງລັດຄຸ້ມຄອງສັງຄົມ.
No comments:
Post a Comment