Ad

Ad

8 August 2013

ການຖິ້ມຂື້ເຫຍື້ອຊະຊາຍຍັງແມ່ນບັນຫາຊ້ຳເຮື້ອທີ່ແກ້ໄຂຍາກຢູ່ນະຄອນຫຼວງວຽງຈັນ



            ປັດຈຸບັນນະຄອນຫຼວງວຽງຈັນ ພວມສຸມໃສ່ການພັດທະນາ, ໃຫ້ມີ ຄວາມຈະເລີນກ້າວໜ້າ ເພື່ອກຽມ ເຂົ້າສູ່ປະຊາຄົມອາ ຊຽນໃນປີ 2015 ບົນ ຈິດໃຈຄຳ ຂວັນ 6 ສ ດ້ວຍຄວາມກະຕືລືລົ້ນ, ແຕ່ກໍໜ້າ ເສຍດາຍທີ່ຍັງມີ, ຄົນຮູ້ ເທົ່າບໍ່ເຖິງການ ແລະ ເຫັນແກ່ ຜົນປະໂຫຍດສ່ວນຕົວ, ລະເມີດລະບຽບທີ່ນະຄອນ ຫຼວງວາງອອກ, ໂດຍການລັກຖິ້ມຂີ້ເຫຍື້ອຢູ່ຕາມຈຸດຕ່າງໆຢ່າງຊະຊາຍ, ໂດຍບໍ່ຄຳນຶງ ເຖິງຄວາມສະອາດຂອງບ້ານເມືອງແຕ່ຢ່າງໃດ, ຂະນະທີ່ພາກສ່ວນກ່ຽວຂ້ອງກໍພວມ ສຸມໃສ່ເອົາໃຈໃສ່ແກ້ໄຂ, ແຕ່ກໍຍັງເຮັດໄດ້ໜ້ອຍ, ສົ່ງຜົນໃຫ້ການຈັດຕັ້ງປະຕິບັດຄຳຂວັນ ສ ສະອາດມີບັນຫາ.
         ໃນຂະນະທີ່ປັດຈຸບັນນີ້ທົ່ວນະຄອນຫຼວງພວມສຸມໃສ່ເປີດບັ້ນອະນາໄມສິ່ງແວດລ້ອມກຳຈັດບ່ອນເພາະພັນຂອງຍຸງລາຍ ໂດຍການປຸກລະ ດົມໃຫ້ປະຊາຊົນຊັ້ນຄົນຕ່າງໃນຄອບຄົວເຮັດອະໄມກຳຈັດສິ່ງເສດເຫຼືອ (ຂີ້ເຫຍື້ອ) ແລະ ພະຊະນະທີ່ເປັນ ແຫຼ່ງເພາະພັນຂອງຍຸງລາຍຢູ່ຕາມສະຖານ ທີ່ສາທາລະນະແລະຊຸມຊົນຕ່າງໆ ຢ່າງເອົາການເອົາງານ. ແຕ່ຂະນະດຽວກັນ, ຂະ
ແໜງການກ່ຽວຂ້ອງຊຳພັດຍັງເບິ່ງກາຍບັນຫາການຖິ້ມຂີ້ເຫຍື້ອຊະຊາຍເຊິ່ງ  ກໍແມ່ນຈຸດໜຶງທີ່ເປັນແຫຼ່ງທີ່ຢູ່ອາ ໃສ່ຂອງຍຸງ ລາຍ, ຊຶ່ງຜ່ານມາຜູ້ຂຽນໄດ້ພົບເຫັນການລັກລອບຖິ້ມຂີ້ເຫຍີ້ອແບບນີີ້ສ່ວນໃຫຍ່ຈະແມ່ນຢູ່ ຕາມເສັ້ນທາງປ່ຽວ, ບ່ອນລັບ ຕາຄົນ, ບ່ອນມືດຢູ່ຕາມຊານ ເມືອງຄື: ເຂດຖະໜົນ 450 ປີ, ເສັ້ນທາງຫຼັກ 21, ເສັ້ນທາງບ້ານນາຄວາຍ, ເສັ້ນທາງໜອງບົວ ທອງ-ໜອງບຶກລວມໄປເຖິງແຄມຄອງລະບາຍນ້ຳ, ແລະ ຮ່ອງລະບາຍນ້ຳຕ່າງໆ, ແມ່ນຈຸດຂອງພວກລັກລອບຖິ້ມ ຂີເຫຍື້ອຢ່າງ ຊະຊາຍອັນໄດ້ກໍໃຫ້ ເກີດສິ່ງເປະເປື້ອນ, ເໝັ່ນເນົ່າພາໃຫ້ສະພາບແວດລ້ອມສູນເສຍ, ສ້າງຄວາມບໍ່ຈົບງາມໃຫ້ແກ່ຜູ້ທ່ຽວທາງ ແລະ ສັງຄົມ, ເຮັດໃຫ້ພາບພົດນະຄອນຫຼວງເ ສື່ອມໂຊມດັ່ງນັ້ນ, ຈຶ່ງຮຽກຮ້ອງໃຫ້ພາກສ່ວນຮັບຜິດຊອບພ້ອມພາກັນແກ້ ໄຂບັນຫາດັ່ງກ່າວໃຫ້ໝົດໄປ ແລະ ເຕືອນ ໃຫ້ທຸກຄົນໃນສັງຄົມ, ຄວນມີ ຈິດສຳນຶກຕໍ່ການກະທຳຂອງຕົນທີ່ຜືນກັບລະ ບຽບຫຼັກການໃນການຮັກສາອະນາໄມ 3 ສະອາດທ່ີຂະແໜງການກ່ຽວຂ້ອງກຳນົດໄວ້, ໂດຍສະເພາະແມ່ນ ໃຫ້ການຮ່ວມ ມີຊ່ວຍເປັນຫູເປັນຕາເບິ່ງການກະທຳຂອງພວກບໍ່ດີດັ່ງກ່າວ, ເພື່ອການກ່າວເຕືອນ ແລະ ດຳເນີນຄະດີຕາມລະບຽບກົດໝາຍ, ຊ່ວຍກັນ ເປັນເຈົ້າການກະຕຸກຊຸກຍູ້ການປະຕິບັດຄຳຂວັນ ສ ສະອາດເປັນຈຶງເທື້ອລະກ້າວ.
       ອພບ ໃຫ້ຮູ້ວ່າປັດຈຸບັນ ຢູ່ນ ຄອນຫຼວງວຽງຈັນມື້ໜຶ່ງມີຂີ້ເຫຍື້ອຜະລິດອອກປະມານ 250 - 350 ໂຕນ/, ໃນຈຳນວນ ນີ້ ພາກສ່ວນກ່ຽວຂ້ອງ ສາມາດກຳຈັດໄດ້ພຽງ 250- 300 ໂຕນ/ມື້ເທົ່ານັ້ນ, ເຊິ່ງບັນຫານີ້ໄດ້ເປັນສິ່ງທ້າທາຍໃນການຈັດຕັ້ງ ປະຕິບັດ 6 ສ,ໂດຍສະເພາະ ສ ສະອາດ ທີ່ນະ ຄອນຫຼວງວາງອອກອາດພົບຄວາມຫຍຸງຍາ ກຖ້າຫາກບໍ່ມີວິທີການທີ່ເໝາະ ສົມ, ໃນການກຳຈັດສິ່ງເສດເຫຼື່ອດັ່ງກ່າວ.

No comments:

Post a Comment