Ad

Ad

8 August 2013

ຂປລ ຈະຍົກສູງບົດບາດຂອງຕົນໃຫ້ຫຼາຍຂຶ້ນເພື່ອເປັນກະບອກສຽງຂອງລັດຖະບານ



          ເຖິງແມ່ນວ່າຈະມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຢູ່ບາງປະການອັນ ເນື່ອງມາຈາກຄວາມຈຳກັດດ້ານລາຍຮັບ ແລະ ງົບປະມານທີ່ຮັບໃຊ້ເຂົ້າໃນການພັດ ທະນາ, ແຕ່ສຳນັກຂ່າວສານປະເທດລາວ ຫຼື (ຂປລ) ຈະສືບຕໍ່ຍົກສູງບົດບາດຂອງ ຕົນໃຫ້ສູງຂຶ້ນກວ່າເກົ່າໃນຖານະທີ່ເຮັດວຽກເປັນ ກະບອກສຽງຂອງພັກ, ຂອງລັດ ແລະ ຂອງປະຊາຊົນລາວບັນດາເຜົ່າ, ໂດຍການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ເນື້ອ ໃນ 4 ບຸກທະລຸໃຫ້ຕິດ ພັນກັບວຽກງານທົດລອງ 3 ສ້າງທີ່ພັກ ແລະ ລັດຖະ ບານວາງອອກເຂົ້າໃນຂົງເຂດວຽກງານຂອງຕົນພ້ອມ​ທັງສືບຕໍ່ສະໜອງຂໍ້ມູນຂ່າວສານ ແລະ ກະ ຈາຍສາລະຄວາມຮູ້ຕ່າງໆໃຫ້ແກ່ສັງຄົມ, ໂດຍຜ່ານໜັງສືພິມປະເທດລາວ (ທັງພາສາລາວ, ອັງກິດ ແລະ ຝຣັ່ງ).
      ທ່ານ ສູນທອນ ຄັນທະວົງ ຜູ້ອຳນວຍການໃຫຍ່ສຳນັກຂ່າວສານປະເທດລາວໃຫ້ສຳພາດຕໍ່ໜັງສືພິມລາວພັດທະນາ ວ່າ: ຂປລ ເປັນອົງການຈັດ ຕັ້ງດ້ານວິຊາການໃນໂຄງປະກອບກົງຈັກການຈັດຕັ້ງຂອງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີພາລະບົດບາດເປັນສຳນັກຂ່າວທາງ ການເພື່ອສະໜອງຂໍ້ມູນຂ່າວສານ ແລະ ຮູບພາບຕ່າງໆໃຫ້ແກ່ອົງການສື່
ມວນຊົນ ແລະ ການຈັດຕັ້ງຂອງສັງຄົມທົ່ວໄປ ເພື່ອໂຄສະນາແນວທາງນະໂຍ ບາຍຂອງພັກ, ລະບຽບກົດໝາຍຂອງລັດ, ນຳສະເໜີເຫດການຕ່າງໆທີ່ເກີດຂຶ້ນທັງພາຍໃນ ແລະ ຕ່າງປະເທດ ລວມທັງນຳເອົາຄຳຄິດຄຳເຫັນ ແລະ ຄວາມມຸ້ງມາດປາດ ຖະໜາຂອງປະຊາຊົນລາວ ມາເຜີຍແຜ່ໃຫ້ສັງຄົມໂດຍຜ່ານ: ໃບຂ່າວປະຈຳວັນ 3 ພາສາ: ລາວ, ອັງ ກິດ ແລະ ຝຣັ່ງ, ໜັງ ສືພິມເອ ເລັກໂຕຣນິກປະເທດລາວ ແລະ KPL news, ຂ່າວອອນລາຍຜ່ານທາງ ໂທລະ ສັບມືຖື, ໜັງສືພິມປະເທດລາວ ລາຍວັນ, ໃບຂ່າວຄົ້ນຄວ້າລາຍວັນ ແລະ ວາລະສານປະເທດລາວລາຍໄຕມາດ.
           ຜ່ານການຈັດຕັ້ງປະຕິບັດວຽກງານຕ່າງໆຕາມພາລະບົດບາດ, ສິດ ແລະ ໜ້າທີ່ທີ່ກ່າວມາຂ້າງເທິງໃນໄລຍະໜຶ່ງປີຜ່ານ ມາ ຂປລ ໄດ້ສູ້ຊົນ, ບຸກບືນ ແລະ ພັດທະນາຜະລິດຕະພັນຂອງຕົນຄືນໃໝ່ໂດຍສະເພາະແມ່ນວາລະສານປະເທດລາວ ແລະ ໃບຂ່າວລາຍວັນ ໂດຍການປັບປຸງເນື້ອໃນ, ຮູບແບບ, ວິທີການ ແລະ ກົນ ໄກຕ່າງໆໃຫ້ແທດເໝາະກັບເງື່ອນໄຂ ແລະ ສະພາບ ຄວາມ​ກ້າວໜ້າ​ຂອງການ​ພັດທະນາສັງຄົມ​ໃນ​ປັດຈຸບັນ ພ້ອມ​ນັ້ນ ຂປລ ຍັງ​ເປັນ​ຜູ້​ສັງ​ລວມ​ເອົາຮູບ​ພາບ ​ແລະ ​ຂໍ້​ມູນ​ຂ່າວສານ ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ເສດຖະ ກິດ - ສັງຄົມ​​ໃນ​ຂອບ​ເຂດທົ່ວ​ປະ​ເທດ​ໃຫ້​​ສື່​​ຕ່າງໆ ເພື່ອ​ແຈກ​ຢາຍ​ກັນ​ຕໍ່. ຂະນະ​ດຽວ​ກັນ​ກໍ​ໄດ້​ສ້າງ​ເວັບ​ໄຊ ​ແລະ ປັບປຸງ​ລະບົບ​ການ​ບໍລິການ​ຂໍ້​ມູນ​ຂ່າວສານ​ຜ່ານ​ທາງ​ເຄື່ອຄ່າ​ຍອິນ​ເຕີ​ເນັດ​ໃຫ້​ສັງ ຄົມ​ໄດ້​ຮັບ​ຮູ້. ໄປ​ພ້ອມໆ​ກັບການນຳ​ສະ​ເໜີຜົນງານ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ການ​ນຳ​ພັກ ​ແລະ ລັດຖະບານ​ທັງ​ພາຍ​ໃນ ແລະ ຕ່າງປະ​ເທດນັ້ນ ຂປລ ຍັງ​ໄດ້​ປັບ ປຸງ​ເນື້ອ​ໃນ​ຂ່າວ​ໃຫ້​ມີ​ລັກສະນະ​ກວ້າງຂວາງ, ​ເລິກ​ເຊິ່ງ​ ແລະ ສ້າງສັນ ທີ່ເປັນ​ປະ​ໂຫຍ​ດ​ໃຫ້​ແກ່​ຜູ້​ໃຊ້​ບໍລິການ ແລະ ສັງ ຄົມ.
       ຜູ້ອຳນວຍການໃຫຍ່ສຳນັກຂ່າວສານປະເທດລາວກ່າວ​ອີກ​ວ່າ: ​ເຖິງ​ແມ່ນ​ວ່າການ​ຈັດຕັ້ງປະຕິບັດ​ວຽກ​ງານ​ການ​ເຄື່ອນ​ໄຫວ​ຂອງ​ ຂປລ ມີ​ບາດກ້າວ​ທີ່​ຕັ້ງໜ້າ ​ແລະ ຂະຫຍາຍຕົວ​ກໍ​ຕາມ ​ແຕ່​ກໍ​ຍັງ​ມີ​ຄວາມ​ຫຍຸ້ງຍາກ​ບາງ​ປະການ​ຕໍ່​ການຈັດຕັ້ງປະ ຕິບັດວຽກ​ງານ ອັນ​ເນື່ອງ​ມາ​ຈາກ: ຄວາມ​ຈຳກັດ​ດ້ານ​ງົບ ປະມານ ແລະ ​ເຄື່ອງມື​ທີ່​ສຳຄັນ ແລະ ຈຳ​ເປັນ​ເຂົ້າ​ໃນ​ການ​ດຳ​ເນີນ​ງານ ເຊິ່ງ ຕາມ​ທິດ​ທາງ​ແຜນການ​ແລ້ວ ອະ ນາຄົດ ທາງ ຂປລ ຈະ​ສືບຕໍ່​ປັບ ປຸງ ​ແລະ ພັດທະນາ​ວຽກ​ງານ​ຂອງ​ຕົນ​ໃຫ້​ດີ​ຂຶ້ນກວ່າ​ເກົ່າ ​ໂດຍ​ການ​ຜັ່ນຂະຫຍາຍ ​ແລະ ຈັດຕັ້ງ ປະຕິບັດ​ເນື້ອ​ໃນ 4 ບຸກທະລຸ​ໃຫ້​ຕິດ​ພັນ​ກັບ​ວຽກ​ງານ​ທົດ​ລອງ 3 ສ້າງ ທີ່​ພັກ ​ແລະ ລັດຖະບານ​ວາງ​ອອກ​ເຂົ້າ​ໃນ​ຂົງ​ເຂດ​ວຽກ​ງານ​ຂອງ​ຕົນ, ໃນ​ການ​ເປັນ​ກະບອກ​ສຽງ​ຂອງ​ພັກ, ຂອງ​ລັດ ​ແລະ ຂອງ​ປະຊາຊົນ​ລາວ​ບັນດາ​ເຜົ່າ ​ເພື່ອ​ຍົກ​ສູງ​ບົດບາດ​ຂອງ​ຕົນ​ໃຫ້​ສູງ​ຂຶ້ນກວ່າ​ເກົ່າ.

No comments:

Post a Comment