Ad

Ad

3 October 2013

ເຊັນສັນຍາກໍ່ສ້າງອາຄານພິເສດໂຮງຫມໍເຊດຖາທິລາດຫລັງໃຫມ່



     ພິທີເຊັນສັນຍາການຮ່ວມມືກໍ່ສ້າງອາຄານນອນພິເສດໂຮງໝໍເຊດຖາທິລາດ ຫລັງໃໝ່ໄດ້ມີຂຶ້ນໃນວັນທີ 2 ຕຸລານີ້ ຢູ່ໂຮງ ແຮມລ້ານຊ້າງ ນະຄອນຫລວງວຽງ ຈັນ ລະຫວ່າງທ່ານ ຮສຈ. ດຣ. ຄຳເປ ພົງສະຫວັດ ອຳນວຍການ ໂຮງໝໍເຊດຖາທິລາດ ແລະ ທ່ານ ນາງ ສີວຽງໄຊ ມະນີວົງ ອຳ ນວຍການບໍລິສັດ ກິ່ງແກ້ວອຸດົມ ສຳຫລວດ- ອອກແບບ ແລະ ກໍ່ສ້າງເຄຫາສະຖານ ຈຳກັດຜູ້ດຽວ ໂດຍມີທ່ານ ຮສຈ. ດຣ. ຈັນ ພົມມາ ວົງສຳພັນ ຫົວໜ້າກົມປິ່ນປົວກະຊວງສາທາລະນະສຸກ, ພະນັກງານແພດໝໍ ພ້ອມພາກສ່ວນ ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.
    ການກໍ່ສ້າງອາຄານດັ່ງກ່າວ ແມ່ນການຮ່ວມທຶນລະຫວ່າງ ໂຮງໝໍເຊດຖາທິລາດ ທີ່ເປັນເຈົ້າ ຂອງທີ່ດິນ ຄິດໄລ່ເປັນທຶນ 30% ແລະ ບໍລິສັດ ກິ່ງແກ້ວອຸດົມກໍ່ ສ້າງເຄຫາສະຖານ ຈຳກັດຜູ້ ດຽວ ຄິດເປັນທຶນຮ່ວມ 70% ຈະ ສ້າງເປັນອາຄານ 3 ຊັ້ນ, ຫ້ອງ ນອນຕຽງດ່ຽວລວມມີ 60 ຫ້ອງ ນອນ, ໃນເນື້ອທີ່ການກໍ່ສ້າງ 795 ຕາແມັດ, ຍາວ 53 ແມັດ, ກວ້າງ 15 ແມັດ
ເຊິ່ງຈະປະກອບມີອຸປະກອນການແພດຄົບຊຸດ ລວມມູນ ຄ່າທັງໝົດ 27 ຕື້ກວ່າກີບ ໂດຍ ຈະໃຊ້ເວລາກໍ່ສ້າງ 1 ປີໃຫ້ສຳ ເລັດ. ສຳລັບຕົ້ນທຶນໃນການກໍ່ສ້າງແມ່ນທາງບໍລິສັດເປັນຜູ້ລົງ ທຶນຜູ້ດຽວ ແລະ ຄ່າບໍລິການ ຕ່າງໆ ບໍລິສັດຈະເປັນຜູ້ເກັບຕາມ ລະບຽບການທີ່ວາງໄວ້ ພາຍໃນກຳນົດເວລາ 15 ປີ ແລະ ທຸກໆ 5 ປີ ທັງສອງຝ່າຍຈະໄດ້ມີການຕີລາຄາໂຄງການຄືນຈົນ ຄົບ ກຳນົດເວລາ ແລະ ຈະຕໍ່ສັນຍາໄດ້ຕາມເງື່ອນໄຂຕົກລົງກັນໃໝ່ ຕາມນິຕິກຳກ່ຽວກັບການຮ່ວມມື ທາງພາກລັດ ແລະ ເອກະ ຊົນ. ນອກນັ້ນ ຈະມອບພັນທະໃຫ້ໂຮງໝໍປີໜຶ່ງ 20 ລ້ານກີບ.

No comments:

Post a Comment