Ad

Ad

3 October 2013

ຍຸດທະສາດຫລຸດຜ່ອນຄວາມສ່ຽງຕໍ່ຄວາມບໍ່ຫມັ້ນຄົງຂອງເສດຖະກິດ



      ລັດຖະບານໄດ້​ວາງ​ຍຸດ​ທະ​ສາດ ​ເພື່ອ​ຫລ​ຸດຜ່ອນ​ຄວາມ​ສ່ຽງ​ຕໍ່​ຄວາມ​ບໍ່​ໝັ້ນ​ຄົງ​ຂອງ​ເສດຖະ ກິດ ໂດຍ​ໄດ້​ກຳນົດ 3 ຍຸດ​ທະ​ສາດ ​ຄືສຸມ​ໃສ່​ຕ້ານ​ແລ້ງ, ຕ້ານ​ຖ້ວມ ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ ​ໂດຍ​ສະ​ເພາະ​ໃນ​ຂະ​ແໜງ​ກະສິກຳ​ໃຫ້​ເຂັ້ມ​ແຂງ​ຂຶ້ນ ກວ່າ​ເກົ່າ; ສຸມ​ໃສ່​ສ້າ​ງ​ໂຄງ​ປະ ກອບ​ການ​ສົ່ງ​ອອກ​ສິນຄ້າ​ໃຫ້​ມີ​ຄວາມ​​ຫລາຍຮູບການເຊັ່ນ: ສົ່ງ​​ເສີມຄວາມ​ສາມາດ​ແຂ່ງຂັນ​ຂອງ​ບັນດາ​ຂະ​ແໜງ​ການ​ເສດຖະກິດ ທີ່​ບໍ່​ແມ່ນ​ຊັບພະຍາກອນ​ທຳ​ມະ​ຊາດ ​ເປັນຕົ້ນອຸດສາ​ຫະກຳ​ປຸງ​ແຕ່ງ​ກະສິກຳ-ປ່າ​ໄມ້, ອຸດສາຫະ ກຳ​ການທ່ອງທ່ຽວ, ອຸດສາຫະ ກຳ​ຕັດຫ​ຍິບ, ອຸດສາຫະກຳ​ວັດ​ສະ​ດຸ​ກໍ່ສ້າງ ​ແລະ ສົ່ງ​ເສີມ​ກິດຈະ ກຳ​ການ​ສ້າງ​ມູນ​ຄ່າ​ເພີ່ມ​ໃນ​ຂະ​ແໜງ​ບໍ່​ແຮ່, ຫັດຖະກຳ​ແຜ່ນ​ແພ ແລະ ວຽກ​ງານ​ສົ່ງ​ເສີມ​ຫົວຄິດ​ປະດິດ​ສ້າງ​ອື່ນໆ; ສຸມ​ໃສ່​ພັດທະ​ນາພື້ນຖານ​ໂຄງ​ລ່າງ​ເສັ້ນທາງ​ ທາງບົກ, ທາງນ້ຳ ​ແລະ ທາງ​ອາ ກາດທີ່​ເຊື່ອມຕໍ່​ປະ​ເທດ​ໃກ້​ຄຽງ ແລະ ປະ​ເທດ​ທີ​ສາມໃຫ້​ສະດວກ​ຫລາຍ​ຂຶ້ນ ​ເພື່ອ​ຫລຸດຜ່ອນ​ຄ່າ​ສິ້ນ​ເປືອງ​ຕົ້ນ​ທຶນ​ຂົນ​ສົ່ງ, ປັບປຸງ​ໂຄງ​ລ່າງ​ການ​ບໍລິການ ​ແລະ ສິ່ງ​ອຳ ນວຍ​ຄວາມ​ສະ​ກວດ​ດ້ານ​ການ​ຄ້າ​ໃນ​ຂົງ​ເຂດ ​ແລະ ພາກພື້ນ.

      ການ​ຫລຸດຜ່ອນ​ຄວາມ​ສ່ຽງ ຕໍ່​ຄວາມ​ບໍ່​ໝັ້ນຄົງ​ທາງ​ເສດຖະ ກິດ​ແມ່ນ​ມາດຕະຖານ​ໜຶ່ງ​ທີ່ສຳ ຄັນສຳລັບ​ການ​ຫລຸດ​ພົ້ນ​ອອກຈາກຄວາມ​ດ້ອຍ​ພັດທະນາທີ່​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ກຳນົດ ​ເປັນຕົ້ນຫລຸດຜ່ອນ​ຄວາມ​ບໍ່​ມີ​ສະ​ຖຽນລະ​ພາບ​ຂອງ​ການ​ຜະລິດ​ກະ ສິກຳ ອັນ​ເນື່ອງ​ມາ​ຈາກ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ​ໃນ​ແຕ່ ລະ​ປີ ​ເປ​ັນຕົ້ນ​​ໄພ​ແຫ້ງ​ແລ້ງ, ​ໄພ​ນ້ຳ​ຖ້ວມ, ອາ ກາດ​ໜາວ, ອາກາດ​ຮ້ອນ​ຜິດ​ປົກກະຕິ ​ແລະ ຫລຸດ ຜ່ອນ​ຄວາມ​ສ່ຽງຕໍ່​ຄວາມ​ບໍ່​ຮັບ ປະກັນ​ສະ​ຖຽນລະ​ພາບ​ຂອງ​ການ​ສົ່ງ​ເສີມ​ສິນຄ້າ​ອຸດສາຫະກຳ ແລະ ບໍລິການ ອັນ​ເນື່ອງ​ມາ​ຈາກ​ລາຍ​ຮັບ​ຕົ້ນຕໍຈາກ​ການ​ສົ່ງ​ອອກ​ ຂຶ້ນກັບ​ບາງ​ລາຄາ​ສິນຄ້າ ​ເມື່ອ​ປະ​ເທດ​ນຳ​ເຂົ້າ​ສິນຄ້າ​ດັ່ງກ່າວ​ມີ​ວິ​ກິດ​ການກໍ​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ເສດ ຖະກິດ​ແຫ່ງ​ຊາດຢ່າງ​ງ່າ​ຍດາຍ.
    ຍຸດ​ທະ​ສາດ​ດັ່ງກ່າວ​ ​ໄດ້​ກຳນົດ ​ຢູ່ໃນ​ແຜນ​ຍຸດ​ທະ​ສາດ​ການພັດ ທະນາ​ເສດຖະກິດ​-ສັງຄົມ ​ໄລຍະ 2016-2020 ເຊິ່ງ​ໄດ້​ຮັບ​ການ​ລາຍ​ງານ​ຈາກ​ກະຊວງ​ແຜນການ ແລະ ການ​ລົງທຶນ ​ໃນ​ກອງ​ປະຊຸມ​ເຜີຍ​ແຜ່​ແນະນຳ​ການຈັດຕັ້ງປະຕິ ບັດ​ແຜນ​ພັດທະ ນາ​ເສດຖະກິດ- ສັງຄົມ ​ແລະ ​ແຜນການ​ສົ່ງ​ເສີມ​ການ​ລົງທຶນ​ສົກ​ປີ 2013-2014 ເມື່ອ​ບໍ່​ດົນ​ຜ່ານ​ມາ.

No comments:

Post a Comment