Ad

Ad

9 December 2013

10 ເດືອນ ສະຖາບັນການເງິນ ມີຜົນດຳເນີນງານຄືບຫນ້າ



       ທ່ານ ດຣ. ອາຄົມ ປຣະເສີດ ຫົວໜ້າກົມຄຸ້ມຄອງສະຖາບັນ ການເງິນ ໄດ້ແຈ້ງຜົນການ ເຄື່ອນໄຫວດຳເນີນທຸລະກິດຂອງ ສະຖາ ບັນການເງິນຈຸລະພາກ ແລະ ສະ ຫະກອນສິນເຊື່ອ- ເງິນຝາກປະຢັດ ໂດຍສ້າງຜົນກຳໄລໄດ້ທັງໝົດ 6,43 ຕື້ກີບ, ຊັບ ສິນ 217,62 ຕື້ກີບ ເພີ່ມຂຶ້ນ 25,9%, ໜີ້ສິນເພີ່ມຂຶ້ນ 15,7%, ທຶນເພີ່ມຂຶ້ນ 87%, ຍອດ ເງິນຝາກເພີ່ມຂຶ້ນ 72%, ຍອດ ສິນ ເຊື່ອເພີ່ມຂຶ້ນ 38%, ມີຜູ້ຝາກເງິນ 73.499 ຄົນ, ໃນນັ້ນ ມີແມ່ຍິງ 48.778 ຄົນ ກວມ ເອົາ 66% ເພີ່ມ ຂຶ້ນ 21.338 ຄົນ ເທົ່າກັບ 41%, ມີ ຜູ້ກູ້ເງິນ 26.969 ຄົນ, ໃນນັ້ນ ມີ ແມ່ຍິງ 15.616 ຄົນ ກວມເອົາ 57% ເພີ່ມຂຶ້ນ 5.951 ຄົນ ເທົ່າ ກັບ 28% ທັງໝົດທຽບໃສ່ປີ 2012.
     ທ່ານຫົວໜ້າກົມດັ່ງກ່າວ ຢືນ ຢັນວ່າ: ມາຮອດປັດຈຸບັນ ສະຖາບັນການເງິນທີ່ຈົດທະບຽນ ຢູ່ທະນາຄານແຫ່ງ ສປປ ລາວ ມີສະຖາບັນການເງິນທີ່ຮັບເງິນຝາກ 12 ແຫ່ງ, ສະຖາບັນການເງິນທີ່ບໍ່ ຮັບເງິນຝາກ 27 ແຫ່ງ ເພີ່ມຂຶ້ນ 6 ແຫ່ງ, ສະຫະ ກອນສິນເຊື່ອ-ເງິນ ຝາກປະຢັດ 21 ແຫ່ງ ເພີ່ມຂຶ້ນ 1 ແຫ່ງ, ໂຮງຊວດຈຳ 30 ແຫ່ງ ເພີ່ມຂຶ້ນ 4 ແຫ່ງ, ບໍລິສັດເຊົ່າສິນ ເຊື່ອ 12 ແຫ່ງ ເພີ່ມຂຶ້ນ 5 ແຫ່ງ ທັງໝົດທຽບໃສ່ປີ 2012. ນອກນີ້ ຍັງມີບໍລິສັດຕົວແທນໂອນເງິນດ່ວນ 5 ແຫ່ງ, ສະຖາບັນເງິນ ຝາກ ໄປສະນີ 1 ແຫ່ງ, ປະເພດສະຫະກອນອອມຊັບພະນັກງານ 2 ແຫ່ງ ແລະ ກອງທຶນພັດທະນາ ເສດຖະກິດເຂດບຸ່ງກວາງ 1 ແຫ່ງ.

     ພ້ອມນີ້ ຍັງໄດ້ຮ່ວມມືກັບສາກົນໃນການພັດທະນາຂະແໜງການເງິນຈຸລະພາກໂດຍສະເພາະໃນໂຄງການສົ່ງເສີມການເຂົ້າ ເຖິງແຫລ່ງທຶນຂອງຜູ້ທຸກຍາກ ໃຫ້ຫລາຍຂຶ້ນ (MAFIPP) ແລະ ໂຄງການເຂົ້າຫາແຫລ່ງທຶນຂອງຜູ້ທຸກຍາກໃນເຂດຊົນນະ ບົດ (AFP) ໄດ້ຊ່ວຍສ້າງຄວາມເຂັ້ມແຂງຢູ່ໃນ 3 ລະດັບ ໂດຍມີລະດັບມະຫາພາກທີ່ຊ່ວຍສະໜັບສະໜູນຜູ້ສ້າງລະບຽບ ຄຸ້ມຄອງຂະແໜງການເງິນ, ລະດັບກາງແມ່ນຊ່ວຍສະໜັບສະໜູນດ້ານວິຊາການ ແລະ ທຶນຈຳນວນໜຶ່ງເພື່ອຊຸກຍູ້ໃຫ້ຜູ້ບໍລິ ການຈັດເຝິກອົບຮົມ, ທີ່ປຶກສາ ຫລື ສະຖາບັນທີ່ສ້າງຄວາມອາດສາມາດໃຫ້ຂະແໜງການເງິນຈຸລະພາກ ແລະ ລະດັບຈຸລະ ພາກແມ່ນຊ່ວຍສະໜັບສະໜູນວິຊາການ ແລະ ທຶນໃຫ້ແກ່ສະຖາບັນການເງິນຈຸລະພາກທີ່ຢູ່ໃນການຄຸ້ມຄອງທະນາຄານແຫ່ງ ສປປ ລາວ ຫລື ສະຖາບັນ ການເງິນອື່ນທີ່ມີເງື່ອນໄຂເພື່ອໃຫ້ເຂົາເຈົ້າປັບປຸງການໃຫ້ບໍລິການດ້ານການເງິນທີ່ສາມາດຕອບສະ ໜອງ ແລະ ເຂົ້າເຖິງຄອບຄົວທຸກຍາກລວມທັງຜູ້ປະກອບການຂະໜາດນ້ອຍໃຫ້ຫລາຍຂຶ້ນ.

No comments:

Post a Comment