ງານບຸນມະໂຫລານຮູບເງົາ ອາຊີຕາເວັນອອກສ່ຽງໃຕ້ຄັ້ງທີ
4 ໄດ້ເປີດຂຶ້ນ ຢ່າງເປັນທາງການຢູ່ຫລວງພະບາງແຕ່ວັນທີ 7-11 ທັນວານີ້, ເພື່ອພັດທະນາຮູບເງົາ
ລາວ ແລະ ສ້າງຂະບວນການ ເບີກບານມ່ວນຊື່ນໃນການສະເຫລີມສະ ຫລອງວັນ ຊາດທີ 2 ທັນ ວາຄົບຮອບ
38 ປີ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ອ່ອນ ຈັນ ສຸວັນນະລິດຫົວໜ້າພະແນກ ຖະແຫລງຂ່າວ, ວັດ
ທະນະທຳ ແລະ ທ່ອງທ່ຽວ ແຂວງຫລວງພະບາງ, ມີທ່ານບຸນເຈົ້າ ພິຈິດ ຫົວໜ້າກົມຮູບເງົາກະຊວງຖະແຫລງຂ່າວ,
ວັດທະ ນະທຳ ແລະ ທ່ອງທ່ຽວພ້ອມ ດ້ວຍມວນຊົນ ແລະ ນັກທ່ອງທ່ຽວທັງພາຍ ແລະ ຕ່າງປະເທດເຂົ້າຮ່ວມຈຳນວນຫລາຍ.
ທ່ານຫົວໜ້າກົມຮູບເງົາຊີ້ໃຫ້ ເຫັນວ່າ: ຕະຫລອດ 3 ປີຂອງການຈັດງານບຸນມະໂຫລານຮູບ
ເງົາຢູ່ຫລວງພະບາງແຕ່ປີ 2010 ເປັນຕົ້ນມາ ໄດ້ເຮັດໃຫ້ສັງຄົມ ທັງພາຍໃນ ແລະ ຕ່າງປະເທດຮູ້ຈັກກ່ຽວກັບ
ສປປ ລາວ ນັບມື້ກວ້າງຂວາງ, ຈຳນວນຜູ້ຊົມຮູບ ເງົາໄດ້ມີການເພີ່ມຂຶ້ນໃນແຕ່ລະຄັ້ງ, ສ້າງລາຍຮັບໃຫ້ຂະແໜງການທ່ອງທ່ຽວຕື່ມອີກ.
ງານບຸນມະໂຫລານຮູບເງົາທີ່ຫລວງ ພະບາງຄັ້ງທີ 4 ນີ້ ຍັງຈະໄດ້ປະກອບສ່ວນສົ່ງເສີມໃຫ້ແກ່ການພັດທະນາຮູບເງົາຂອງລາວໃຫ້ສືບຕໍ່ຂະຫຍາຍຕົວດີຂຶ້ນເລື້ອຍໆ
ນັບທັງປະລິມານ ແລະ ຄຸນນະພາບ. ເຖິງວ່າການຜະລິດຮູບເງົາຂອງລາວຍັງບໍ່ທັນຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງ
ການຂອງສັງຄົມແຕ່ການຜະລິດຮູບເງົາກໍມີການເພີ່ມຂຶ້ນເມື່ອທຽບໃສ່ເມື່ອກ່ອນ, ນອກຈາກມີການປັບປຸງຄຸນນະພາບໃຫ້
ດີຂຶ້ນກໍຍັງສາມາດນຳເອົາຮູບເງົາລາວສົ່ງເຂົ້າຮ່ວມບຸນມະໂຫລານຮູບເງົາຢູ່ຕ່າງປະເທດເພີ່ມຂຶ້ນໃນແຕ່ລະປີ
ແລະ ສາມາດ ເອົາຮູບເງົາລາວເຊື່ອມໂຍງກັບສາກົນເທື່ອລະກ້າວ.
ທ່ານ ອ່ອນຈັນ ສຸວັນນະລິດ ຍົກໃຫ້ເຫັນຕື່ມວ່າ:
ງານບຸນດັ່ງກ່າວເປັນການອານຸລັກ, ສົ່ງເສີມ ແລະ ໂຄສະນາເຜີຍແຜ່ ທາງດ້ານວັດທະນະທຳຮີດຄອງອັນດີງາມຂອງທ້ອງຖິ່ນ.
ເນື່ອງຈາກວ່າແຕ່ລະປະເທດລ້ວນແຕ່ມີພື້ນຖານການດຳລົງຊີວິດ ແລະ ວັດທະນະທຳອັນເປັນພື້ນຖານແຫ່ງການຄົງຕົວ
ແລະ ຂະຫຍາຍຕົວຂອງໃຜລາວຊຶ່ງເປັນໂອກາດດີທີ່ຈະພ້ອມກັນສຶກ ສາຄົ້ນຄ້ວາເອົາວັດທະນະທຳຮີດຄອງປະເພນີອັນຍອດຍິ່ງຂອງບັນດາປະເທດເພື່ອນຳມາຂະຫຍາຍ
ແລະ ຈັດຕັ້ງປະຕິບັດໃຫ້ມີ ຄວາມອຸດົມສົມບູນ, ທັງເປັນການເພີ່ມທະວີສາຍພົວພັນມິດຕະພາບ ແລະ
ການຮ່ວມມືສາກົນໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ຮູບ ເງົາແມ່ນສື່ທີ່ສຳຄັນໃນໄລຍະການປະຕິວັດຊາດຕະຫລອດເຖິງໄລຍະການປົກປັກຮັກສາ
ແລະ ສ້າງສາພັດທະນາປະເທດກໍຍັງ ຖືຮູບເງົາເປັນກະບອກສຽງສຳຄັນໃນການປຸກລະດົມຊວນເຊື່ອມີຄວາມຮັກຊາດຮັກບ້ານເກີດເມືອງນອນ,
ມາເຖິງປັດຈຸບັນ ດ້ວຍການພັດທະນາດ້ານເຕັກໂນໂລຊີທີ່ທັນສະໄໝ, ຟີມຮູບເງົາກໍໄດ້ຫັນມາເປັນກະແຊັດວີດີໂອ,
ວິຊີດີ, ດີວີດີ ແລະ ອື່ນໆອັນ ເຮັດໃຫ້ສື່ເຂົ້າເຖິງປະຊາຊົນເຂດຫ່າງໄກສອກຫລີກໄດ້ເປັນຢ່າງດີ.
ຕະຫລອດໄລຍະ 5 ວັນນີ້ ຈະມີກິດຈະກຳສາຍຮູບເງົາທີ່ເດີ່ນຕະຫລາດຫັດຖະກຳແຕ່ລວມມີຮູບເງົາປະມານ
28 ເລື່ອງ, ໃນນີ້ມີຮູບເງົາລາວຈຳນວນ 5 ເລື່ອງໂດຍຈະມີການນຳສະເໜີທັງກາງເວັນ ແລະ ກາງຄືນເຊັ່ນ:
ກິ່ນຫອມແຫ່ງຄວັນຫຍ້າ, ເບື້ອງຫລັງຄວາມໂຫດຮ້າຍຂອງອາຊາຊິລ, ຮັກທີ່ຍິ່ງໃຫຍ່, ສາວຄາຣາໂອເກະ,
ຈາກໄວເດັກສູ່ໄວຜູ້ໃຫຍ່, ແມ່ນ້ຳປ່ຽນທິດທາງ, ຄົນ ທີ່ໜ້າຮັກ, ຢູ່ທາງນີ້ ຫລື ຢູ່ທາງນັ້ນ,
ພົມແດນ, ຕາເວັນຂຶ້ນຜ່ານຂອບຟ້າ, ຮູບປັ້ນເຂົ້າໜຽວ, ຂ້ອຍຮັກສະຫວັນ ແລະ ອື່ນໆ.
No comments:
Post a Comment