ກອງປະຊຸມລັດຖະມົນຕີກິລາອາຊຽນ ຄັ້ງທີ
II ໄດ້ໄຂຂຶ້ນຢູ່ໂຮງແຮມດອນຈັນພາເລດ ນະຄອນຫລວງວຽງຈັນ ໃນວັນທີ 5 ທັນວານີ້
ໂດຍການໃຫ້ກຽດຂຶ້ນ ກ່າວເປີດຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ແຫ່ງ
ສປປ ລາວ ທອງສິງ ທຳມະວົງ, ກອງປະຊຸມດຳເນີນໄປພາຍໃຕ້ການເປັນປະທານຂອງທ່ານ
ດຣ. ພັນຄຳ ວິພາວັນ ລັດຖະມົນຕີວ່າການກະຊວງສຶກສາທິ ການ ແລະ ກິລາ, ມີທ່ານ ເລ ເລືອງ
ມິງ ເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍບັນດາລັດຖະມົນຕີຮັບຜິດຊອບວຽກງານກິລາປະເທດສະມາຊິກອາຊຽນ
ແລະ ປະເທດຄູ່ເຈລະຈາເຂົ້າຮ່ວມ.
ທ່ານນາຍົກລັດຖະມົນຕີ ທອງສິງ ທຳມະວົງ ໄດ້ກ່າວເປີດກອງປະຊຸມຄັ້ງສຳຄັນນີ້ວ່າ:ກອງ
ປະຊຸມຄັ້ງນີ້ໄຂຂຶ້ນໃນຂະນະປະ ຊາຊົນລາວທົ່ວປະເທດພວມສ້າງຂະບວນການເບີກບານມ່ວນຊື່ນສະເຫລີມສະຫລອງວັນສະຖາປະນາ
ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 38 ປີ (ວັນທີ 2 ທັນວາ 1975 - 2 ທັນວາ
2013) ແລະ ບັນດາປະເທດອາຊຽນພວມກະກຽມເຂົ້າຮ່ວມມະຫະກຳກິລາຊີເກມຄັ້ງທີ 27
ເຊິ່ງຈະຈັດຂຶ້ນໃນວັນທີ 11-22 ທັນວາ 2013 ທີ່ປະເທດມຽນ ມາ.
ທ່ານນາຍົກລັດຖະມົນຕີ ກ່າວຕື່ມວ່າ: ຕະຫລອດໄລຍະຜ່ານມາ,
ລັດຖະບານລາວ ໄດ້ຊຸກຍູ້ສົ່ງເສີມກິລາ-ກາຍະກຳໃຫ້ກາຍເປັນ ຄວາມຮັບຜິດຊອບຕໍ່ສັງຄົມ
ແລະ ໄດ້ກຳນົດແຜນຍຸດທະສາດການພັດທະ ນາກິລາ-ກາຍະກຳ ແນໃສ່ເຮັດໃຫ້ປະ ຊາຊົນມີສຸຂະພາບເຂັ້ມແຂງ,
ມີພາລະນາໄມສົມບູນ ແລະ ມີຄວາມສີວິໄລທາງດ້ານຈິດໃຈ. ພ້ອມກັນນີ້ ກໍໄດ້ຈັດການແຂ່ງຂັນກິລາປະເພດຕ່າງໆ
ທັງໃນລະດັບຊາດ ແລະ ທ້ອງຖິ່ນຢ່າງເປັນຂະບວນຟົດຟື້ນ ແລະ ເປັນປົກກະຕິ ແລະ
ປີ 2014 ທີ່ຈະມາເຖິງນີ້ ກໍຈະໄດ້ຈັດມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ
ຢູ່ແຂວງຈຳປາສັກ ແລະ ມະຫະກຳກິລາແຫ່ງຊາດ ຢູ່ແຂວງອຸດົມໄຊ. ໃນໄລຍະຜ່ານມາ,
ສປປ ລາວ ກໍໄດ້ຮັບກຽດເປັນເຈົ້າພາບຈັດມະ ຫະກຳກິລາຊີເກມ ຄັ້ງທີ 25 ປີ
2009, ມະຫະກຳກິລາວິທະຍາໄລອາຊຽນ ຄັ້ງທີ 16 ປີ 2012 ແລະ ໄດ້ສົ່ງນັກກິລາເຂົ້າຮ່ວມແຂ່ງຂັນໃນລະດັບອາຊຽນ,
ອາຊີ ແລະ ສາ ກົນ. ລັດຖະບານ ໄດ້ຖືວຽກງານກິລາ-ກາຍະກຳເປັນວຽກງານໜຶ່ງທີ່ສຳຄັນຫລາຍຕໍ່ການພັດທະ
ນາຊັບພະຍາກອນມະນຸດຂອງຊາດ ແລະ ຖືເອົາການເຄື່ອນໄຫວວຽກງານກິລາ-ກາຍະກຳເປັນການສ້າງຄວາມສາມັກຄີ,
ມິດຕະ ພາບ ແລະ ການເຊື່ອມໂຍງກັບບັນດາປະເທດເພື່ອນມິດໃນພາກ ພື້ນ ແລະ ສາກົນ.
ສະນັ້ນ, ກອງປະຊຸມຄັ້ງນີ້ຈຶ່ງເປັນກອງປະຊຸມທີ່ມີຄວາມໝາຍສຳຄັນຍິ່ງຕໍ່ການພັດທະນາຊັບພະຍາກອນມະນຸດໃນດ້ານກິລາ-ກາຍະກຳສຳລັບບັນດາປະເທດອາຊຽນຂອງພວກເຮົາ
ພາຍໃຕ້ຄຳຂວັນ “ກິລາ-ກາຍະກຳ ເພື່ອການຮ່ວມມື, ມິດຕະ ພາບ, ສັນຕິພາບ ແລະ ການພັດ
ທະນາ”.
ໃນຕອນບ່າຍວັນດຽວກັນ, ທ່ານເລຂາທິການໃຫຍ່ອາຊຽນ
ເລ ເລືອງ ມິງ ແລະ ທ່ານ ດຣ ພັນ ຄຳ ວິພາວັນ ລັດຖະມົນ ຕີວ່າການກະຊວງສຶກສາທິການ ແລະ ກິລາ
ໄດ້ຖະແຫລງຜົນສຳເລັດ ຂອງກອງປະຊຸມຄັ້ງນີ້ວ່າ: ລັດ ຖະມົນຕີກິລາບັນດາປະ ເທດສະມາຊິກອາຊຽນ
ເຫັນດີໃຫ້ສ້າງຄວາມເຂັ້ມແຂງໃນການຮ່ວມມືກັນໂດຍຄຳນຶງເຖິງວິໄສທັດຂອງປະຊາຄົມອາຊຽນໃນການສ້າງເອກະລັກຂອງພາກພື້ນແລະ
ສ້າງ ສັງຄົມທີ່ມີຄວາມເອື້ອເຟື້ອເພື່ອແຜ່ ເຊິ່ງເປົ້າໝາຍສູງສຸດແມ່ນເພື່ອບັນລຸຄວາມເປັນເອກະພາບອັນໜຶ່ງອັນດຽວກັນ
ແລະ ຄວາມສາມັກຄີໃນບັນດາຊາດ ແລະ ປະ ຊາຊົນໃນປະເທດອາຊຽນ; ໃນອະ ນາຄົດເຫັນດີໃຫ້ທຸກພາກສ່ວນ
ລວມທັງກະຊວງທີ່ກ່ຽວຂ້ອງ, ພາກສ່ວນເອກະຊົນ ແລະອົງການ ຈັດຕັ້ງທີ່ບໍ່ສັງກັດລັດຖະບານຄວນມີສ່ວນຮ່ວມຢ່າງເຕັມສ່ວນເຂົ້າໃນການສ້າງວິໄສທັດທີ່ໄດ້ກ່າວມາຂ້າງເທິງ;
ສືບຕໍ່ຮັກສາພັນທະໃນການສົ່ງເສີມວຽກງານກິລາ-ກາຍະກຳໃຫ້ເປັນເຄື່ອງມືໃນການປູກຈິດສຳນຶກໃຫ້ປວງຊົນໃນອາຊຽນ
ໂດຍຜ່ານການຈັດກິດຈະກຳກິລາ ແລະ ງານຕ່າງໆໃນລະດັບພາກພື້ນ ແລະ ມີການແລກປ່ຽນດ້ານວິຊາການເຊັ່ນ:
ການສ້າງຕັ້ງບານເຕະລີກຂອງອາຊຽນ ແລະ ກົນໄກໃນການປະຕິບັດ ແລະສົ່ງເສີມຄວາມ
ສະໝັກໃຈໃນວຽກງານກິລາອາຊຽນ; ສືບຕໍ່ຄົ້ນຄວ້າ ແລະ ປຶກສາຫາລື ເພື່ອສ້າງຄວາມເປັນໄປໄດ້ໃຫ້ອາຊຽນໃນການເຂົ້າປະມູນການເປັນເຈົ້າພາບຈັດການແຂ່ງ
ຂັນເຕະບານໂລກຂອງຟີຟ້າ; ຍິນດີຮັບມະຕິຈາກກອງປະຊຸມກິລາມວນຊົນຂອງອາຊຽນທີ່ຈັດຂຶ້ນໃນວັນທີ
31 ຕຸລາ 2013 ທີ່ປຸຕຣາ ຈາຢາ ປະເທດມາເລເຊຍ; ເຫັນດີສືບຕໍ່ຈັດການຕັ້ງຄ້າຍກິລາຊາວໜຸ່ມອາຊຽນ
ເຊິ່ງຈັດຂຶ້ນໂດຍປະເທດບຣູໄນ ດາຣູຊາລຳ ແຕ່ວັນທີ 25-29 ພະຈິກ 2013. ຊາວໜຸ່ມນັກກິລາຜູ້ທີ່ມີພອນສະຫວັນເຂົ້າຮ່ວມໃນກິດຈະກຳກິລາ
ແລະ ວັດທະ ນະທຳ ໂດຍແນໃສ່ຈຸດປະສົງຂອງປະຊາຄົມອາຊຽນທີ່ເນັ້ນໃສ່ປະຊາຊົນເປັນຫລັກ
ແລະ ຄວາມຮັບຜິດຊອບຂອງສັງຄົມໃຫ້ເປັນການປະກອບສ່ວນໃນການສ້າງຄວາມສາມັກຄີ,
ສັນຕິພາບ ແລະ ເອກະພາບໃນບັນດາປະເທດ ແລະ ປະຊາຊົນໃນອາຊີຕາເວັນອອກສຽງໃຕ້ພາຍໃນປີ
2015; ສຸມໃສ່ການສົ່ງເສີມການຮັກສາສຸຂະພາບໃຫ້ແຂງແຮງ ແລະ ວິທີການດຳລົງຊີວິດທີ່ຫ້າວຫັນໃນບັນດາປະຊາຊົນຂອງອາຊຽນ
ໂດຍຜ່ານນະໂຍບາຍກິລາ-ກາຍະກຳ ເພື່ອໝົດທຸກຄົນ ແລະ ຊຸກຍູ້ການສ້າງຕັ້ງກົນໄກໃນການຈັດສັນຊັບພະຍາກອນທີ່ມີປະສິດທິຜົນ
ລວມທັງການມີສ່ວນຮ່ວມຂອງພາກສ່ວນເອກະຊົນ, ສື່ມວນຊົນແລະ ບັນດາປະເທດພາຄີຂອງ
ອາຊຽນໃນການສະໜັບສະ ໜູນຄວາມຄິດລິເລີ່ມດັ່ງກ່າວນີ້; ສູ້ຊົນໃນການສ້າງຄວາມເຂັ້ມແຂງໃນການຮ່ວມມືດ້ານການວິໄຈ
ແລະ ພັດທະນາກິລາ ແລະ ກິດຈະກຳທີ່ພົວພັນກັບວຽກງານກິລາ ໂດຍຜ່ານການຈັດເຝິກອົບຮົມ
ຫລື ໂຄງການແລກປ່ຽນ ໂດຍການຊອກຫາການຮ່ວມມືທີ່ເປັນໄປໄດ້ ແລະ ການສະໜັບສະໜູນຈາກພາກສ່ວນທີ່ກ່ຽວຂ້ອງ
ເພື່ອແນໃສ່ການສ້າງນະໂຍບາຍທີ່ຄ້າຍຄືກັນກ່ຽວກັບວຽກງານກິລາໃນອາຊຽນ;
ພະຍາຍາມສົ່ງເສີມໂຄງ ການ, ແຜນງານທີ່ອີງໃສ່ຊຸມຊົນເປັນເຈົ້າການ, ບໍ່ມີການຈຳແນກ,
ປະຢັດ ແລະ ເຂົ້າຫາໄດ້ງ່າຍ, ສິ່ງອຳນວຍຄວາມສະດວກໃຫ້ແກ່ກິດຈະກຳກິລາກາຍະກຳ
ແລະ ອອກກຳລັງກາຍ ລວມທັງກິລາກາງແຈ້ງ, ເໝາະສົມກັບຊຸມຊົນ ແລະ ສະພາບແວດລ້ອມສຳລັບທຸກເພດໄວ
ແລະ ທຸກລະດັບ; ສືບ ຕໍ່ປະກອບສ່ວນເຂົ້າໃນການສ້າງກິລາໃນອາຊຽນໃຫ້ກາຍເປັນອຸດ
ສາຫະກຳ ເພື່ອສົ່ງເສີມການພັດ ທະນາເສດຖະກິດ-ສັງຄົມໃນບັນ ດາປະເທດອາຊຽນ; ສືບຕໍ່ສົ່ງເສີມການສ້າງຕັ້ງສູນຊ່ວຍເຫລືອທີ່ດີເລີດໃນດ້ານການເຝິກອົບຮົມວຽກງານກິລາໃນອາຊຽນ
ລວມ ທັງການພັດທະນາ ແລະ ຈັດຕັ້ງ ປະຕິບັດແຜນການ ເພື່ອການສ້າງສູນເຝິກຄູເຝິກ
ແລະ ກຳມະການຕັດສິນໃນອາຊຽນ; ມອບໃຫ້ເຈົ້າ ໜ້າທີ່ອາວຸໂສດ້ານກິລາສືບຕໍ່ການວາງແຜນກ່ຽວກັບວຽກງານກິລາ-ຫກາຍະກຳ
ເພື່ອຮັບປະກັນໃນການປະຕິບັດຖະແຫລງການວຽງຈັນໃຫ້ປະສົບຜົນສຳເລັດ ແລະ ທົບທວນຄວາມຄືບໜ້າໃນການປະຕິບັດແຜນດັ່ງ
ກ່າວຜ່ານເຄື່ອງມື ແລະ ການປະ ຕິບັດທີ່ເໝາະສົມ ໂດຍການສະ ໜັບສະໜູນຈາກບັນດາປະເທດສະມາຊິກອາຊຽນ
ແລະ ຮັບຮອງຖະແຫລງການວຽງຈັນ ໃນວັນທີ 5 ທັນວາ 2013 ໂດຍມີຕົ້ນສະບັບເປັນພາສາອັງກິດສະບັບດຽວ.
No comments:
Post a Comment