ໃນວັນທີ 30 ພະຈິກຜ່ານມານີ້, ທ່ານ ສົມສະຫວາດ
ເລັ່ງສະ ຫວັດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານເສດ ຖະກິດ ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມ
ເມືອງບູນໃຕ້ໂດຍໃຫ້ການຕ້ອນຮັບຢ່າງອົບອຸ່ນຂອງທ່ານເຈົ້າແຂວງຜົ້ງ ສາລີ ພ້ອມດ້ວຍຄະນະພັກ-ຄະນະປົກຄອງທ້ອງຖິ່ນ
ແລະ ປະຊາຊົນອ້ອມຂ້າງເມືອງດັ່ງກ່າວ.
ໃນໂອກາດນີ້, ທ່ານເຈົ້າເມືອງບູນໃຕ້ ໄດ້ລາຍງານສະພາບການ
ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໃຫ້ທ່ານຮອງນາຍົກລັດຖະມົນຕີຊາບວ່າ:
ເມືອງບູນໃຕ້ເປັນເມືອງໜຶ່ງຕັ້ງຢູ່ຫ່າງຈາກເທສະບານແຂວງປະ ມານ 92 ກິໂລແມັດ,
ມີພົນລະເມືອງ 23.132 ຄົນ, ຍິງ 11.422 ຄົນ, ປະກອບມີ 65 ບ້ານ, 9 ກຸ່ມບ້ານ; ເມືອງບູນໃຕ້ມີທ່າແຮງອັນສຳຄັນຫລາຍດ້ານໃນການພັດ
ທະນາເສດຖະກິດ-ສັງຄົມ ເປັນ ຕົ້ນມີຊັບພະຍາກອນທຳມະຊາດອຸດົມສົມບູນ ທັງປ່າໄມ້,
ບໍ່ແຮ່, ແຫລ່ງ ນ້ຳທຳມະຊາດ, ແຫລ່ງ ທ່ອງທ່ຽວ ແລະ ວັດທະນະທຳອັນດີງາມທີ່ເປັນເອກະລັກສະເພາະ,
ມີເນື້ອທີ່ທຳການຜະລິດກວ້າງ ຂວາງ-ອາກາດຊຸ່ມເໝາະແກ່ການປູກພືດ ແລະ ລ້ຽງສັດ
ແລະ ມີຊາຍແດນຕິດກັບ ສປ ຈີນ ເຊິ່ງເປັນເງື່ອນໄຂສະດວກໃນການຜະລິດສິນຄ້າກະສິກຳ
ເພື່ອສົ່ງອອກ ເປັນຕົ້ນການປູກພືດປະເພດໝາກແໜ່ງ, ໝາກຂ່າ, ໝາກ ກ້ວຍ, ໝາກໜອດ,
ຊາ, ຢາງພາລາ, ໝາກເຜັດ, ໝາກໂມ, ໝາກຖົ່ວ, ໝາກອຶ ແລະ ພືດຜັກອື່ນໆອີກ. ນອກນີ້ ຍັງມີ
ການລ້ຽງສັດໃຫຍ່
ແລະ ຂະ ຫຍາຍການບໍລິການເຮືອນພັກ, ໂຮງແຮມ, ຮ້ານອາຫານ, ຕະ ຫລາດ ແລະ ສະຖານທີ່ທ່ອງທ່ຽວຕ່າງໆ;
ໃນຊຸມປີຜ່ານມາ ເມືອງມີອັດຕາການຂະຫຍາຍຕົວຂອງເສດຖະກິດສະເລ່ຍ 13%, ລາຍຮັບສະເລ່ຍ
810 ໂດລາສະຫະລັດຕໍ່ຄົນຕໍ່ປີ ສາມາດສູ້ຊົນໃຫ້ບ້ານທຸກຍາກຍັງເຫລືອ 49%
ແລະ ຄອບຄົວທຸກຍາກຍັງເຫລືອ 59%.
ໂອກາດນີ້, ທ່ານຮອງນາຍົກ ລັດຖະມົນຕີ ສົມສະຫວາດ
ເລັ່ງ ສະຫວັດ ກໍໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວຈາກສູນກາງພັກ-ລັດຖະບານມາເຖິງການນຳຂອງເມືອງ,
ພະນັກງານອາວຸໂສບຳນານ, ທະຫານ, ຕຳຫລວດ ແລະ ປະຊາຊົນຊາວເມືອງບູນເໜືອ ກໍຄືແຂວງຜົ້ງສາລີ
ເປັນແຂວງຍຸດທະສາດໜຶ່ງທີ່ສຳຄັນ. ສຳລັບການປະຕິວັດໃນສະໄໝຕໍ່ສູ້ກູ້ຊາດຈົນມາເຖິງປັດ
ຈຸບັນ ໂດຍສະເພາະວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ; ດ້ານການພັດທະນາເສດຖະກິດກໍເຫັນວ່າມີທ່ວງທ່າຂະຫຍາຍຕົວທີ່ດີ
ເມື່ອທຽບໃສ່ເມືອງອື່ນໆ, ແຕ່ກໍຍັງຕ້ອງໄດ້ສູ້ຊົນໃຫ້ໄດ້ຕາມຄາດ ໝາຍທີ່ກອງປະຊຸມໃຫຍ່ຄັ້ງທີ
9 ຂອງພັກວາງອອກ ໂດຍສະເພາະເຮັດໃຫ້ລາຍຮັບຂອງປະຊາຊົນບັນລຸ 1.700 ໂດລາຕໍ່ຄົນຕໍ່ປີ
ໃນປີ 2015 ເຊິ່ງຕ້ອງໄດ້ເບິ່ງຄືນໃໝ່ແຜນພັດທະນາເສດຖະກິດ-ສັງ ຄົມຂອງແຂວງ-ເມືອງໃຫ້ແທດເໝາະກັບຈຸດພິເສດ,
ທ່າແຮງ ແລະ ຄວາມອາດສາມາດບົ່ມຊ້ອນຂອງທ້ອງຖິ່ນ ອັນເປັນການບຸກທະລຸຢ່າງແທ້ຈິງດ້ານຈິນຕະ
ນາການ, ຕາມທິດທາງການພັດ ທະນາໃນຂອບເຂດທົ່ວປະເທດໃນຕໍ່ໜ້າໄດ້ກຳນົດໃຫ້ພາກເໜືອຈະຕ້ອງສຸມໃສ່ໃນການລ້ຽງສັດ,
ປູກພືດອຸດສາຫະກຳ, ປົກປັກຮັກ ສາ ແລະ ຂະ ຫຍາຍຢາພື້ນເມືອງ, ສົ່ງເສີມການທ່ອງທ່ຽວທຳມະຊາດ,
ການທ່ອງທ່ຽວນິເວດ ເຊິ່ງແຂວງຜົ້ງສາລີມີຊື່ສຽງດ້ານປ່າໄມ້, ດ້ານນິເວດ ແລະ
ທຳມະຊາດ. ດັ່ງນັ້ນ ຕ້ອງໄດ້ຮັກສາໄວ້, ສ່ວນບັນດາແຂວງພາກໃຕ້ຈະເປັນແຫລ່ງຜະລິດເຂົ້າທີ່ສຳຄັນຂອງປະເທດ.
ພ້ອມນີ້, ທ່ານຮອງນາຍົກລັດ ຖະມົນຕີ ຍັງໄດ້ເນັ້ນຕື່ມຕໍ່ການປູກພືດກະສິກຳເປັນສິນຄ້າທີ່ມີມູນຄ່າສູງກວ່າການຜະລິດແບບດັ້ງເດີມ
ໂດຍຕິດພັນກັບວຽກງານສາມສ້າງ, ການຈັດສັນພູມລຳເນົາ ແລະ ອາຊີບຄົງທີ່. ຄຽງຄູ່ກັນນັ້ນ
ກໍໃຫ້ເອົາໃຈໃສ່ພັດທະນາຊັບພະ ຍາກອນມະນຸດ ເພື່ອຕອບສະ ໜອງໃຫ້ແກ່ການຜະລິດກະສິກຳດັ່ງກ່າວ,
ດ້ານການລ້ຽງສັດ ກໍໃຫ້ເບິ່ງຄືນວ່າຈະລ້ຽງຫຍັງທີ່ຈະເປັນທ່າແຮງຂອງທ້ອງຖິ່ນ
ເປັນ ຕົ້ນແບ້ ແລະ ສັດໃຫຍ່ອື່ນໆໃຫ້ເບິ່ງຕະຫລາດທີ່ຈະຮອງຮັບ ໂດຍສະເພາະການສົ່ງອອກໄປ
ສປ ຈີນ. ພ້ອມນີ້ ກໍໃຫ້ເບິ່ງຄືນດ້ານການປູກ-ການລ້ຽງ ເພື່ອຕອບສະໜອງໃຫ້ແກ່ໂຮງງານອຸດສາຫະກຳພາຍໃນ
ເປັນຕົ້ນໂຮງງານຜະລິດຫົວອາຫານສັດຢູ່ແຂວງອຸດົມໄຊ, ການລ້ຽງໝູລາດ ແລະ ການລ້ຽງປາທີ່ມີລາຄາສູງ
ເພື່ອການສົ່ງອອກ; ອີກທ່າແຮງໜຶ່ງຂອງເມືອງແມ່ນການຜະລິດສິນ ຄ້າກະສິກຳ ກໍໃຫ້ຂະແໜງການກ່ຽວຂ້ອງຂອງເມືອງນຳພາປະຊາຊົນເຮັດຢ່າງມີການຈັດຕັ້ງຄັກແນ່
ເພື່ອການຄຸ້ມຄອງຂອງລັດ ແລະ ເກັບລາຍຮັບເຂົ້າງົບປະ ມານ; ດ້ານເສັ້ນທາງຄົມມະນາ
ຄົມ ແມ່ນຈະໄດ້ມີການກໍ່ສ້າງໃຫ້ສຳເລັດໂດຍໄວ ອັນເປັນເງື່ອນໄຂໃຫ້ແກ່ການຂົນສົ່ງສິນຄ້າ-ໂດຍ
ສານ; ສິ່ງທີ່ເປັນຫ່ວງອີກບັນຫາໜຶ່ງແມ່ນການບັນລຸຄາດໝາຍສະຫັດສະວັດດ້ານການພັດທະ
ນາ, ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ໂດຍຕິດພັນກັບວຽກງານສາມສ້າງ, ນຳພາປະ
ຊາຊົນປູກ-ລ້ຽງ ເພື່ອສ້າງລາຍຮັບ ແລະ ຫລຸດພົ້ນອອກຈາກຄວາມທຸກຍາກຕາມຄາດໝາຍທີ່ວາງໄວ້;
ດ້ານການສຶກສາ ກໍໃຫ້ເອົາໃຈໃສ່ເຮັດໃຫ້ເດັກນ້ອຍໃນເກນອາຍຸໄດ້ເຂົ້າຮຽນຢ່າງທົ່ວເຖິງ,
ຍົກສູງບົດບາດຍິງ-ຊາຍ ແລະ ປູກຈິດສຳນຶກໃຫ້ເຂົາເຈົ້າ ຮັກຫອມປະເທດຊາດ, ຮັກສິ່ງແວດລ້ອມ,
ພູຜາປ່າໄມ້ ແລະ ສັດສາວາສິ່ງ ໃຫ້ຄົງຢູ່ກັບລູກຫລານລາວຕະຫລອດໄປ.
No comments:
Post a Comment