ສົກປີ 2012-2013 ຖືວ່າແມ່ນ ສົກປີເຄິ່ງສະໄໝຂອງການຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ
5 ປີ ຄັ້ງທີ VII (2011-2015) ສົກປີນີ້ ລັດຖະບານໄດ້ວາງເປົ້າໝາຍການເກັບລາຍຮັບແຫ່ງຊາດຫຼາຍສົມຄວນ ຍ້ອນມີການລົງທຶນໃສ່ໂຄງການຂອງລັດຫລວງຫລາຍ, ການຂຶ້ນດັດຊະນີເງິນເດືອນ
ແລະ ເງິນອຸດໜູນໃຫ້ພະນັກງານ- ລັດຖະກອນ ຈຶ່ງເຮັດໃຫ້ ການຈັດຕັ້ງປະຕິບັດການເກັບລາຍຮັບຕົວຈິງບໍ່ໄດ້ຕາມແຜນຈົນສົ່ງຜົນໃຫ້ລັດຖະບານຕ້ອງໄດ້ດັດປັບໂຕເລກງົບປະມານຢ່າງຫລວງຫລາຍ. ສິ່ງສຳຄັນແມ່ນໄດ້ໂຈະການຈ່າຍເງິນອຸດໜູນພະນັກງານ-ລັດຖະ ກອນຈຳນວນ
760.000 ກີບຕໍ່ຄົນຕໍ່ເດືອນ ແລະ ໂຈະການຂຶ້ນແຜນສ້າງອາຄານສຳນັກງານຂອງລັດໃນສົກປີ
2013-2014.
ລັດຖະມົນຕີວ່າການກະ ຊວງການເງິນ,ທ່ານ ພູເພັດ
ຄຳພູນວົງ ກ່າວຊີ້ແຈງບັນຫາດັ່ງກ່າວຕໍ່ສະ ພາແຫ່ງຊາດວ່າ: ສົກປີ 2012- 2013
ສາມາດປະຕິບັດລາຍຮັບໄດ້ທັງໝົດ 26.288 ຕື້ກວ່າກີບ ເທົ່າກັບ 96,37% ຂອງໂຕເລກຄາດໝາຍ,
ຂະນະທີ່ລາຍຈ່າຍກໍມີສູງເຖິງ 26.222 ຕື້ກີບ ເທົ່າກັບ 96,62% ຂອງແຜນການ ໃນນີ້
ຈ່າຍເງິນເດືອນ ແລະ ເງິນອຸດໜູນ 8.881 ຕື້ກີບ.ລັດຖະມົນຕີກະຊວງການເງິນ ຍອມຮັບວ່າ:
ລາຍຈ່າຍສົກປີນີ້ເພີ່ມຂຶ້ນເຖິງ 37,18% ເຊິ່ງເປັນໂຕເລກລາຍຈ່າຍກ້າວກະໂດດຍ້ອນການເພີ່ມຂຶ້ນຂອງເງິນເດືອນ,ເງິນອຸດໜູນ
ແລະ ຂະແໜງສັງຄົມຈຳນວນໜຶ່ງ.ແຕ່ການຂຸດຄົ້ນລາຍຮັບຕົວຈິງພັດບໍ່ທັນໄດ້ຕາມຄວາມສາມາດບົ່ມຊ້ອນຂອງພື້ນຖານ
ເສດຖະກິດ,ສະພາບການຕົກເຮ່ຍ,
ຮົ່ວໄຫລເກັບບໍ່ຄົບຖ້ວນ ແລະເກັບບໍ່ໝົດຍັງມີຢ່າງຫລວງ ຫລາຍໃນທຸກໆຂະແໜງລາຍຮັບ
ເຊິ່ງມີສາເຫດຕົ້ນຕໍຄືພວກເຮົາຍັງບໍ່ສາມາດສ້າງຖານລາຍຮັບທີ່ມີຄວາມໝັ້ນຄົງຂອງການຜະລິດທຸລະກິດພາຍໃນຢ່າງແຂງແຮງ,
ລາຍຮັບສ່ວນໃຫຍ່ຍັງແມ່ນມາຈາກການຂຸດຄົ້ນສົ່ງອອກແຮ່ທາດ ແລະ ການນຳເຂົ້າສິນຄ້າເປັນຕົ້ນຕໍ,
ການເກັບກຳຖານອາກອນຍັງບໍ່ທັນຈະແຈ້ງ,ມີສະ ພາບໃຊ້ໃບເກັບເງິນຂອງໃຜລາວ ຢ່າງຫລວງຫລາຍ.ນອກຈາກນີ້
ການຄຸ້ມຄອງກວດກາສິນຄ້າເຂົ້າ-ອອກຍັງບໍ່ທັນເຂັ້ມງວດ ມີຊ່ອງຫວ່າງການຫລົບຫລີກພາສີອາກອນຢ່າງຫລວງຫລາຍເປັນຕົ້ນຄວາມບໍ່ເຂັ້ມງວດໃນການຕິດຕາມກວດກາຂຸດຄົ້ນ
ແລະ ສົ່ງອອກໄມ້, ແຮ່ທາດ ແລະ ອື່ນໆ ແລະ ສິ່ງສຳຄັນລາຍຮັບຈາກຊັບສິນຂອງລັດບໍ່ທັນສາມາດເກັບໄດ້ຢ່າງຄົບຖ້ວນ
ເປັນຕົ້ນຄ່າສຳປະທານສຳຫລວດຂຸດຄົ້ນແຮ່ທາດ,ການຫັນຊັບສິນເປັນທຶນ,ການເອົາຊັບພະຍາກອນແລກກັບໂຄງການຄືຊ່ອງຫວ່າງການຮົ່ວໄຫລ
ແລະ ມີການຕົກເຮ່ຍເສຍຫາຍຂອງລາຍຮັບງົບ ປະມານຢ່າງຫລວງຫລາຍ.
No comments:
Post a Comment