Ad

Ad

12 December 2013

ເປີດນຳໃຊ້ຂົວມິດຕະພາບ 4 ຫ້ວຍຊາຍ-ຊຽງຂອງຢ່າງເປັນທາງການ



            ຂົວມິດຕະພາບລາວ-ໄທ 4 (ຫ້ວຍຊາຍ-ຊຽງຂອງ) ໄດ້ຈັດພິທີເປີດນຳ ໃຊ້ຢ່າງເປັນທາງການໃນເວລາ 10  ໂມງ ຂອງວັນ ທີ 11 ທັນວາ  2013 ຢູ່ເມືອງ ຫ້ວຍຊາຍ  ແຂວງບໍ່ແກ້ວ ໂດຍ ໃຫ້ກຽດເຂົ້າຮ່ວມເປັນສັກຂີພະ ຍານຂອງທ່ານ ບຸນຍັງ ວໍລະຈິດ ຮອງປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ, ສົມເດັດພະເທບ ພະຣັດຣາຊະ ສຸດາ ສະຫຍາມບໍຣົມຣາຊະກຸມາຣີ ແຫ່ງຣາຊະອານາຈັກໄທ, ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານນາງ ຍິ່ງລັກ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ, ທ່ານ ກວນຮົວປິ່ງ ເອກອັກຄະ ລັດຖະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ, ມີບັນດາລັດຖະມົນຕີວ່າການ, ຊ່ວຍວ່າການ, ບັນດາແຂວງພາກເໜືອຂອງລາວ ແລະ ແຂກຖືກເຊີນຈາກ ສປ ຈີນ, ຣາຊະອານາຈັກໄທ ແລະ ປະຊາຊົນ ແຂວງບໍ່ແກ້ວເຂົ້າຮ່ວມເປັນຈຳນວນຫລາຍ. 
         ພິທີເປີດການນຳໃຊ້ຂົວມິດຕະພາບ 4 ຢ່າງເປັນທາງການເລີ່ມຕົ້ນດ້ວຍພິທີທາງສາສະໜາຢູ່ກາງຂົວທາງສອງເບື້ອງ, ຫລັງຈາກນັ້ນ ກໍໄດ້ຈັດພິທີທາງການໂດຍການກ່າວປາໄສຂອງ ທ່ານ ຮອງນາຍົກລັດຖະມົນຕີສົມສະຫວາດ ເລັ່ງສະຫວັດ ແລະ ທ່ານ ນາງ ຍິ່ງລັກ ຊິນນະວັດ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ.      
                   
         ໃນພິທີທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກ່າວວ່າ: ຂ້າພະເຈົ້າຮູ້ສຶກເປັນ ກຽດຢ່າງສູງທີ່ໄດ້ຮັບມອບໝາຍຈາກທ່ານ ນາຍົກລັດຖະມົນຕີ ທອງສິງ ທຳມະວົງ ໃຫ້ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ເປັນເຈົ້າພາບຮ່ວມກັບທ່ານ ນາງ ຍິ່ງລັກ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຈັດພິທີເປີດການນຳໃຊ້ຂົວ ມິດຕະພາບລາວ- ໄທແຫ່ງ ທີ4 (ຫ້ວຍຊາຍ-ຊຽງ ຂອງ) ຢ່າງເປັນທາງການ. ລັດ ຖະບານລາວ ເຫັນວ່າຂົວແຫ່ງນີ້ ມີຄວາມ ໝາຍສຳຄັນທີ່ສຸດເພາະເປັນສັນຍາລັກອັນໃສແຈ້ງແຫ່ງມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີລະຫວ່າງສາມປະເທດລາວ, ໄທ ແລະ ຈີນ, ທັງເປັນການສະແດງອອກເຖິງເຈດຈຳນົງທາງການເມືອງອັນແນ່ວແນ່ຂອງລັດຖະບານສາມປະເທດໃນການສົ່ງ ເສີມການເປັນຄູ່ຮ່ວມພັດທະນາທີ່ດີລະຫວ່າງສາມປະເທດ ກໍຄືລະຫວ່າງຈີນກັບອາຊຽນອີກດ້ວຍ.                               
          ໃນໂອກາດອັນເປັນສິລິມຸງຄຸນນີ້, ຂ້າພະເຈົ້າຂໍຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວສະແດງຄວາມຂອບໃຈ ຢ່າງຈິງໃຈ ຕໍ່ລັດຖະບານ ແລະ ປະຊາຊົນຈີນ ແລະ ໄທ ທີ່ໄດ້ໃຫ້ການສະໜັບສະໜູນໃນການກໍ່ສ້າງຂົວຂ້າມນ້ຳຂອງແຫ່ງນີ້. ພ້ອມກັນນັ້ນ, ກໍຂໍສະແດງຄວາມຊົມເຊີຍສັນລະເສີນມາຍັງທຸກໆພາກສ່ວນທີ່ກ່ຽວຂ້ອງເປັນຕົ້ນແມ່ນບໍລິສັດທີ່ປຶກສາ, ບໍລິ ສັດກໍ່ສ້າງ, ນັກວິສະວະກອນ, ນາຍຊ່າງ, ກຳມະກອນ ແລະ ເຈົ້າໜ້າທີ່ທຸກໆທ່ານຂອງທັງສາມປະເທດໄທ-ຈີນ- ລາວ ທີ່ໄດ້ ຮ່ວມໄມ້ຮ່ວມມືກັນຢ່າງແໜ້ນແຟ້ນ, ສຸມສະຕິປັນຍາ ແລະ ກຳລັງວັງຊາເຂົ້າໃສ່ການກໍ່ສ້າງຂົວມິດຕະພາບແຫ່ງນີ້ໃຫ້ສຳເລັດ ຢ່າງຈົບງາມ.                    
         ຂົວມິດຕະພາບ ລາວ-ໄທ ແຫ່ງ ທີ 4 ໄດ້ສ້າງສຳເລັດແລ້ວ ແລະ ເປີດນຳໃຊ້ຢ່າງເປັນທາງການນັບແຕ່ມື້ ນີ້ເປັນຕົ້ນໄປ.  ອັນນີ້ ເປັນການຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະຊາຊົນລາວ ແລະ ໄທ ທີ່ຄອງຄອຍມາແຕ່ດົນນານແລ້ວ, ທັງ ສອດຄ່ອງກັບທ່າອ່ຽງແຫ່ງການສົ່ງເສີມການຮ່ວມມືເພື່ອການພັດທະນາໃນພາກພື້ນອາຊີອາຄະເນ ໂດຍສະເພາະຢ່າງຍິ່ງເປັນ ສ່ວນສຳຄັນອັນໜຶ່ງຂອງໂຄງການເຊື່ອມໂຍງອະນຸພາກພື້ນແມ່ນ້ຳຂອງ GMS), ແລວເສດຖະກິດເໜືອ-ໃຕ້ ແລະ ການເຊື່ອມ ໂຍງດ້ານຄົມມະນາຄົມລະຫວ່າງອາຊຽນກັບ ສປ ຈີນ.         
           ຍ້ອນເຫັນຄວາມສຳຄັນຂອງຂົວແຫ່ງນີ້, ຈຶ່ງຫວັງຢ່າງຍິ່ງວ່າ ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງລາວ ແລະ ໄທ ຈະປະສານ ສົມທົບກັນໃຫ້ແໜ້ນແຟ້ນເພື່ອຄຸ້ມຄອງ ແລະ ນຳໃຊ້ຂົວແຫ່ງນີ້ ໃຫ້ເກີດປະໂຫຍດສູງສຸດແກ່ປະເທດ ແລະ ປະຊາຊົນສອງ ຊາດ; ພ້ອມກັນນັ້ນກໍສະເໜີໃຫ້ສອງຝ່າຍ ລາວ ແລະ ໄທ ຮີບຮ້ອນປຶກສາຫາລືກັບຝ່າຍຈີນເພື່ອກ້າວໄປເຖິງການເຊັນຂໍ້ຕົກ ລົງກ່ຽວກັບການເຊື່ອມໂຍງດ້ານຄົມມະນາຄົມທາງບົກ ແລະ ການອຳນວຍຄວາມສະດວກແກ່ການຂົນສົ່ງສິນຄ້າ ແລະ ໂດຍ ສານຜ່ານແດນລະຫວ່າງສາມປະເທດລາວ- ໄທ-ຈີນ ທີ່ຜ່ານຂົວແຫ່ງນີ້ກໍຄືເສັ້ນທາງ ເລກ 3 ຄຸນມິງ-ບາງກອກ, ແນໃສ່ສົ່ງເສີມ ການຮ່ວມມືລະຫວ່າງສາມປະເທດລາວ-ໄທ-ຈີນ ແລະ ລະຫວ່າງອາຊຽນກັບຈີນ ໃຫ້ຂະຫຍາຍຕົວຢ່າງແຂງແຮງ ແລະ ນຳເອົາ ຜົນປະໂຫຍດມາສູ່ພວກເຮົາໃຫ້ຫລາຍຍິ່ງໆຂຶ້ນ.                       
         ໃນພິທີດັ່ງກ່າວ ທ່ານ ນາງ ຍິ່ງລັກ ຊິນນະວັດ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ໄດ້ກ່າວວ່າ: ຣາຊະອານາ ຈັກໄທ ແລະ ສປປ ລາວ ມີນະໂຍບາຍ ຮ່ວມກັນໃນການສົ່ງເສີມການພັດທະນາພື້ນທີ່ຂອງການເຊື່ອມໂຍງທາງຄົມມະນາຄົມ ແລະ ກິດຈະກຳທາງດ້ານເສດຖະກິດ, ເຊິ່ງເປັນໜຶ່ງໃນແນວທາງການຮ່ວມມື ແລວ ທາງເສດຖະກິດຂອງສອງປະເທດໄທ-ລາວ. ໂດຍສະເພາະແມ່ນພາຍໃຕ້ຍຸດທະສາດການຮ່ວມມືທາງດ້ານເສດຖະກິດແມ່ນ້ຳເອລາວະດີ, ແມ່ນໍ້າຂອງ,  ເຈົ້າພະຍາ. ຂົວມິດຕະພາບ 4 ເປັນຂົວເຊື່ອມໂຍງແຂວງຊຽງລາຍ, ແຂວງບໍ່ແກ້ວ ແລະ ແຂວງຢຸນນານ ສປ ຈີນ ຕາມເສັ້ນທາງ 3R, ເປັນໂຄງການພັດທະນາຕາມແລວທາງເສດຖະກິດເໜືອ-ໃຕ້ພາຍໃຕ້ການຮ່ວມມືໃນພູມມີພາກພື້ນແມ່ນໍ້າ ຂອງ GMS ເຊິ່ງລັດຖະບານໄທ ແລະ ລັດຖະບານ ສປ ຈີນ ໄດ້ຮ່ວມພັດທະນາກັບທະນາຄານເອດີບີ ແລະ ໄດ້ດຳເນີນການຕະຫລອດ. ຂົວມິດຕະພາບ 4 ຈະ ຊ່ວຍອຳນວຍຄວາມສະດວກໃນການເດີນທາງ, ການຄົມມະນາຄົມຂົນສົ່ງ, ການສົ່ງເສີມການຮ່ວມ ມືເສດຖະກິດ-ສັງຄົມ, ການແລກປ່ຽນທາງດ້ານວັດທະນະທຳ, ປະເພນີອັນດີງາມ, ເຊື່ອມໂຍງການຄ້າ ແລະ ການລົງທຶນ ລະຫວ່າງປະເທດໄທ, ລາວ ແລະ ຈີນ, ມີຄວາມສຳພັນອັນດີກັບປະຊາຊົນ ໃນພູມມີພາກນີ້ໃຫ້ມີຄວາມໃກ້ຊິດກັນຫລາຍຂຶ້ນ. 
        ໃນພິທີທີ່ມີຄວາມໝາຍ ນັ້ນ ທ່ານ ບຸນຍັງ ວໍລະຈິດ ຮອງປະທານປະເທດ ແຫ່ງ ສປປ ລາວ ແລະ ສົມເດັດພະເທບ ພະຣັດຣາຊະສຸດາສະຫຍາມບໍຣົມຣາຊະກຸມາຣີ ໄດ້ຮ່ວມກັນກົດປຸ່ມເປີດປ້າຍຂົວມິດຕະພາບຢ່າງເປັນທາງການ.
          ໃນວັນດຽວກັນສົມເດັດພະເທບພະຣັດຣາຊະສຸດາສະຫຍາມບໍຣົມຣາຊະກຸມາຣີ ກໍໄດ້ມາຢ້ຽມຢາມ ແລະ ມອບເຄື່ອງ ກິລາ, ອຸປະກອນຮັບໃຊ້ການຮຽນ, ເຄື່ອງອຸປະໂພກ, ລົດຮັບໃຊ້ພາຍໃນໂຮງຮຽນພ້ອມທັງເງິນສົດ 5 ແສນບາດ, ມູນຄ່າລົດ 3 ແສນບາດ ລວມເປັນ 8 ແສນບາດ ໃຫ້ແກ່ໂຮງຮຽນສາມັນຊົນເຜົ່າກິນນອນແຂວງບໍ່ແກ້ວອີກດ້ວຍ.

No comments:

Post a Comment