ໂດຍ:
ແສງພູໄຊ ອິນທະວີຄຳ
ທີ່ຜ່ານມາອາດມີຫລາຍຄົນເຂົ້າໃຈວ່າ: ສະຖາບັນການສຶກສານັ້ນສ່ວນຫລາຍກໍແມ່ນບ່ອນໄປຮ່ຳຮຽນສຶກ
ສາພຽງຢ່າງ ດຽວນັບແຕ່ອະນຸບານຈົນໄປເຖິງລະດັບມະຫາວິທະຍາໄລ. ແຕ່ທ່ານເຂົ້າໃຈບໍ່ວ່າສະຖາບັນການສຶກສາ
ນັ້ນແມ່ນເປັນຈຸດທີ່ສຳ ຄັນຍິ່ງໃນການປະກອບສ່ວນສົ່ງເສີມໃນເລື່ອງການອ່ານຢ່າງມີປະສິດທິພາບທີ່ສຸດຫາກແມ່ນ
ວ່າພວກເຮົາວິເຄາະໃຫ້ຄັກໆ ແລະ ຢ່າງມີເຫດຜົນ. ມີຜູ້ຮູ້ຫລາຍທ່ານໄດ້ສະແດງທັດສະນະໃນການສົ່ງເສີມການອ່ານ
ບອກ ວ່າ: “ສະຖາບັນການສຶກສານອກຈາກ ສອນຮຽນແລ້ວຍັງແມ່ນບ່ອນເຝິກຝົນຄົນໃຫ້ຮັກການອ່ານ, ວິທີການອ່ານ, ຮັກນິໄສການອ່ານ, ມີທັດສະນະຄະຕິໃນການ ອ່ານທີ່ດີສະນັ້ນສະຖາບັນການສຶກສາຈຶ່ງບໍ່ພຽງແຕ່ເປັນບ່ອນສອນ ແລະ ຮຽນຢ່າງດຽວຄູຫລືອາຈານໃນສະຖາບັນ ນັ້ນຕ້ອງເຝິກ ຝົນໃຫ້ຕົນເປັນນັກອ່ານທີ່ດີເພື່ອເປັນແບບຢ່າງອັນດີໃຫ້ແກ່ນິສິດຂອງຕົນອີກເພາະເຫັນຫລາຍທີ່ຫລາຍບ່ອນຄູອາຈານນອກ ຈາກໂມງສອນແລ້ວສ່ວນຫລາຍມີແຕ່
ນັ່ງຈຸ້ມກັນໂສເຫລ້ເກືອບບໍ່ເຫັນເລີຍວ່ານອກຈາກໂມງສອນແລ້ວຈະ ເຫັນອາຈານ ຫລື ຄູອ່ານປື້ມຫາກຊິເວົ້າຊ້ຳ
ພັດ ວ່າຄູອາຈານເມື່ອຍກັບການອ່ານແຕ່ງບົດສອນມາໝົດຄືນເພື່ອກຽມການສອນໃຫ້ນັກຮຽນ”. ຄູອາຈານນອກຈາກການສອນໃນຊົ່ວໂມງສອນແລ້ວທີ່ຈິງນັ້ນຕ້ອງໄດ້ເຮັດໜ້າທີ່ຢ່າງໜື່ງອີກນັ້ນກໍຄືຕົວແບບໃນການອ່ານເພາະ ຄູອາຈານ
ເປັນແມ່ພິມທີ່ໄວ້ວາງໃຈຂອງຄົນໃນສັງຄົມແລະແມ່ນໜ້າທີ່ອັນສຳຄັນທີ່ປະເທດຊາດ ແລະ ປະຊາຊົນມອບໝາຍ
ໃຫ້ນອກຈາກການສອນນັກຮຽນຄູຍັງຕ້ອງເປັນແບບຢ່າງທີ່ດີໃນການເຄື່ອນໄຫວກິດຈະກຳອື່ນໆ ແລະ ການອ່ານກໍ
ແມ່ນກິດຈະ ກຳໜື່ງທີ່ສົມຄວນຢ່າງຍິ່ງທີ່ຄູຕ້ອງເຮັດເພື່ອສ້າງມາດຕະຖານທີ່ເປັນແບບຢ່າງໃຫ້ນັກຮຽນ,
ນອກຈາກເປັນແບບຢ່າງໃຫ້ນັກນັກ ຮຽນແລ້ວຄູກໍມີຄວາມຈຳເປັນທີ່ຕ້ອງຮຽນຈາກການອ່ານເພື່ອສ້າງເສີມຄວາມຮູ້ຂອງຕົນເອງໃຫ້ເຂັ້ມແຂງຂື້ນໃນທຸກໆດ້ານເພື່ອ ສອນນັກຮຽນຂອງຕົນການເຮັດແນວນີ້ນອກຈາກເພີ່ມພູນສະສົມຄວາມຮູ້ໃຫ້ກັບຕົນເອງແລ້ວຍັງເປັນການຊ່ວຍໃຫ້ຕົນເອງເກັ່ງ ຂຶ້ນອີກທາງດ້ານວິຊາການ ແລະ ນັກຮຽນກໍຈະຖືກພັດທະນາ
ຂຶ້ນເຊັ່ນກັນ. ມີຫລາຍຄົນໃຫ້ຄຳເຫັນວ່າ “ມາຮອດປັດຈຸບັນນີ້ ມີຄູຈຳນວນຫນຶ່ງມັກທີ່ນຳເອົາບົດສອນເກົ່າໆທີ່ເຄີຍສອນມາແລ້ວສາມສີ່ປີຫລັງມາສອນນັກຮຽນຍ້ອນວ່າບໍ່ມີເວລາແຕ່ງບົດ ສອນບໍ່ມີເວລາອ່ານຕຳລາເພື່ອແຕ່ງບົດສອນໃຫມ່ສະນັ້ນ ຈຶ່ງຈຳເປັນເອົາບົດສອນເກົ່າໆມາສອນນັກຮຽນ”. ຄັນແມ່ນວ່າ ຫາກເປັນຕາມຫລາຍຄົນສະທ້ອນອອກ
ມາແນວນັ້ນມັນກໍອາດບໍ່ສົມຄວນເທົ່າໃດເພາະການພັດທະນາປະເທດຊາດນີ້, ພວກເຮົາຖືວ່າຄູເປັນບຸກຄົນທີ່ສຳຄັນ
ຫຼາຍເພາະຄູເປັນບຸກຄົນທີ່ສ້າງບຸກຄະລາກອນຕອບສະໜອງໃຫ້ປະເທດຊາດ. ສະນັ້ນ, ຄູຕ້ອງໄດ້ເປັນແບບຢ່າງ
ຮອບດ້ານເພື່ອເປັນຕົວແບບທີ່ດີຕໍ່ນັກຮຽນນອກຈາກຄູຈະເປັນຕົວແບບໃຫ້ແກ່ສັງຄົມເພາະສັງ ຄົມເຊື່ອເຫລືອເກີນ
ວ່າຄູເປັນຄົນທີ່ມີຄວາມອົດທົນສູງທີ່ສຸດໃນສັງຄົມ ແລະ ເປັນຕົວແບບທີ່ດີທີ່ສຸດໃນສັງຄົມ.
ເມື່ອເປັນ ແນວນັ້ນ, ການອ່ານຈຶ່ງເປັນອີກກິດຈະກຳໜື່ງທີ່ສະຖາບັນການສຶກສາຄວນໃຫ້ຄວາມສຳຄັນສະຖາບັນການ ສຶກສາຕ້ອງໄດ້ເພີ່ມ ຄວາມພະຍາຍາມເຝິກຝົນພະນັກງານຄູຂອງຕົນໃຫ້ເຫັນໄດ້ຄວາມສຳຄັນນີ້ແນ່ໃສ່ ເຮັດໃຫ້ບຸກຄະລາກອນຂອງຕົນ
ເພີ່ມພູນ ຄວາມຮູ້ຂຶ້ນໄປຢ່າງແຂງແຮງການອ່ານແມ່ນການຮຽນຮູ້ອັນໜຶ່ງທີ່ເປັນປະໂຫຍດຫລາຍ. ເຊື່ອແນ່ວ່າຫາກ ນັກຮຽນເຫັນຄູເປັນ ແບບຢ່າງທີ່ດີໃນການເອົາໃຈໃສ່ການອ່ານໜ້ອຍບໍ່ຫລາຍນັກຮຽນກໍເຂົ້າໃຈວ່າການອ່ານມີສ່ວນປະກອບໃຫ້ຕົນພັດທະນາຂຶ້ນ.
ການທີ່ຄູສາມາດພັດທະນາຕົນເຂົ້າສູ່ການອ່ານຢ່າງຈິງຈັງນັ້ນນອກຈາກຈະເປັນແບບ ຢ່າງໃຫ້ນັກຮຽນແລ້ວ,
ຍັງພັດທະນາ ຕົນເອງເພີ່ມພູນຄວາມຮູ້ອັນໃໝ່ຈາກການອ່ານແລ້ວຍັງເປັນແບບຢ່າງທີ່ດີໃຫ້ກັບລູກໆຫລານໆຂອງຕົນຫາກສະຖາ ບັນການສຶກເຝິກຝົນບຸກຄະລາກອນຂອງຕົນໃຫ້ໄປຕາມສາຍທາງນີ້ພວກເຮົາກໍວ່າສະຖາບັນຄອບຄົວຄົງເດີນຕາມ ແບບ ຢ່າງດັ່ງກ່າວເພາະວ່ານີ້ຄືຕົວແບບທີ່ສຸດປະເສີດຫລາຍໃນການສ້າງບຸກຄະລາກອນໃຫ້ແກ່ປະເທດຊາດຍ້ອນວ່າປະເທດຊາດ ນີ້ເປັນຂອງໝົດທຸກຄົນ, ການກະທຳແບບນີ້ນອກຈາກເຮັດ
ໜ້າທີ່ຂອງຕົນໄດ້ດີແລ້ວຍັງສ້າງທັດສະນະຄະຕິທີ່ດີໃຫ້ແກ່ວົງການ ຂອງຕົນເພື່ອຄົນໃນສັງຄົມເດີນຕາມແບບຢ່າງທີ່ດີ
ນັ້ນ.
No comments:
Post a Comment