Ad

Ad

13 December 2013

ປະທານໄກສອນ ໃນສາກແຫ່ງຄວາມຊົງຈຳ ( ຄໍລຳ ບັນຫາຈານແຍ່ )



ໂດຍ : ວິເສດ ສະແຫວງສຶກສາ
     ເນື່ອງຈາກວ່າ ບົດທີ່ທ່ານກຳລັງອ່ານຢູ່ນີ້ອອກມາໃນວັນສຸກທີ 13 ກົງກັບວັນຄ້າຍວັນ ເກີດຂອງປະທານໄກສອນ ພົມວິຫານ ທີ່ເຄົາລົບຮັກຄົບຮອບ 93 ປີ ນັ້ນ, ຈານແຍ່ຈຶ່ງ ຂໍໂຈະການແຍ່ຕາມປົກກະຕິວິໄສໄວ້ກ່ອນ ແລ້ວຂໍຢ້ອນ ເຖິງຄວາມຊົງຈຳຂອງ ຕົນຕໍ່ ທ່ານປະທານ. ມັນເປັນຄວາມຊົງຈຳທີ່ເອົາມາຕິດມາຕໍ່ໃສ່ກັນເທົ່າທີ່ຄວາມຈຳຈະອຳ ນວຍໃຫ້. ໃນຕົວຈິງແລ້ວ ຈານແຍ່ເອງ ບໍ່ເປັນຄົນໂຊກດີມີໂອກາດໄດ້ຢູ່ໃກ້ຊິດຮັບ ໃຊ້ທ່ານປະທານພໍທີ່ຈະມີເລື່ອງ ເປັນກອບເປັນກຳມາເລົ່າຄືຫລາຍທ່ານ. ຈານ ແຍ່ຈຳໄດ້ວ່າ ວັນໜຶ່ງໃນປີ 1958, ປະທານ ໄກສອນ ລົງໄປໂຄສະນາ ເພື່ອສະໝັກຮັບ ເລືອກຕັ້ງເປັນຜູ້ແທນຢູ່ບ້ານວັດທາດ ເມືອງເກົ່າ (ເມືອງໄຊເສດຖາໃນປັດຈຸບັນ) ແຂວງ ອັດຕະປື. ຮ້ານທີ່ຕັ້ງຂຶ້ນແບບຈັບຈູດນັ້ນປູດ້ວຍແປ້ນເລື່ອຍມືສູງພຽງກົກຂາຜູ້ໃຫຍ່. ດ້ວຍຄວາມຢາກຮູ້ຢາກເຫັນ “ກອມມຸຍ ນິດ” ຕາມເຂົາ ຊ່າ, ຈານແຍ່ຈຶ່ງຫລອຍໄປນັ່ງເອົາຄາງກ່າຍຮ້ານຟັງປະທານ ໄກສອນ ໂຄສະນາ. ທ່ານຜູ້ອ່ານຄົງຈະ ນຶກອອກເອງແລ້ວວ່າ ຈານ ແຍ່ໃນໄວເວລານັ້ນຈະເຂົ້າໃຈໄດ້ແນວໃດຄຳວ່າສັນຕິພາບ, ເປັນກາງ, ປະຊາທິປະໄຕ, ນາຍທຶນຂູດຮີດ ແລະ ອື່ນໆ. ທ່ານຄິດ ແນວນັ້ນຖືກແລ້ວ, ແຕ່ຈານແຍ່ກໍສັງເກດອອກວ່າທຸກຄົນຕັ້ງໃຈຟັງ ທ່ານປະ ທານຈົນເກືອບບໍ່ໄດ້ຍິນຮອດສຽງຫາຍໃຈ. ທ່ານ ປະທານ ໄກສອນ ຕອນນັ້ນໃສ່ຊຸດກາກີອອກຂາວ, ເປັ່ງສຽງອັນ
ໜັກແໜ້ນເຂັ້ມແຂງ, ຂຶ້ນລົງ, ມີຈຸດມີຈ້ຳ. ເມື່ອເລີກການປະ ຊຸມຮັບຟັງການໂຄສະນາ, ຝູງຄົນກໍບໍ່ຍອມກັບເຮືອນ ງ່າຍໆ ແຕ່ຫາກຈັບກຸ່ມກັນສົນທະນາ, ແມ່ນແຕ່ເວລານັ່ງອ້ອມພາເຂົ້າ ຕອນຄ່ຳມື້ນັ້ນຄົນກໍຍັງສືບຕໍ່ເວົ້າເຖິງປະທານ ໄກສອນ.
     ຈາກນັ້ນມາອີກບໍ່ພໍເທົ່າໃດວັນ ກໍຮອດວັນປ່ອນບັດເລືອກຕັ້ງຕົວຈິງ, ຫີບປ່ອນບັດແຕ່ລະໜ່ວຍເວລານັ້ນຈະ ຕິດຮູບຜູ້ສະໝັກໃສ່ເປັນອັນສະເພາະເນື່ອງຈາກວ່າເຮືອນຈານແຍ່ຕິດແຄມວັດທາດ (ວັດພະໄຊໃນປັດຈຸບັນ) ທີ່ເປັນ ບ່ອນປ່ອນບັດ. ດັ່ງນັ້ນ, ຈານແຍ່ ຈຶ່ງຍູທ່າງນັ່ງເບິ່ງຄົນໄປໃຊ້ສິດ. ວັນປ່ອນບັດມື້ນັ້ນເປັນວັນແຫ່ງຄວາມຢ້ານກົວ ເພາະທະຫານ ຝ່າຍວຽງຈັນຕັ້ງຈຸດຍາມເປັນຈຸດໆ, ຈຳພວກທີ່ຢືນຍາມຫີບບັດນັ້ນ ມືຄາຢູໄກປືນ, ແຕ່ປານນັ້ນຄົນ ກໍຍັງຫລັ່ງໄຫລໄປປ່ອນບັດ ໂດຍເລັ່ງບາດກ້າວໄປຫາຫີບບັດປະທານໄກສອນ. ບັງເອີນ... ບັງເອີນແທ້ໆ, ມີແມ່ເຖົ້າ ຄົນໜຶ່ງອາດເປັນຍ້ອນຕາບໍ່ດີ, ບໍ່ຮູ້ວ່າອັນໃດແມ່ນຫີບບັດປະທານໄກສອນ. ແມ່ເຖົ້າທັງຈັບບັດທັງສີຫູສີຕາຈາກນັ້ນ ຈຶ່ງຍ່າງດ້ອມໆເຂົ້າໄປຫາທະຫານທີ່ກ້າວກຶດໜ້າເຄັ່ງປານໜ້າກອງເພນ ແລະ ຖາມວ່າ: “ອາດຍາ... ຂ້ານ້ອຍ, ອັນໃດ ແມ່ນຫີບບັດທ່ານໄກສອນ ? ” ແຕ່ແທນຄຳຕອບ, ທະຫານຄົນນັ້ນ ໄດ້ຊາກປືນສຽງດັງກຼັບກຼັບໆ, ທັງຮ້ອງໃສ່ແມ່ ເຖົ້າວ່າ: “ແມ່ເຖົ້າເຈົ້າຢາກຕາຍຊັ້ນບໍ ?” ຈານແຍ່ ເວໜ້າໜີເພາະຮູ້ວ່າຈະເກີດມີອັນຕະລາຍ ຈຶ່ງບໍ່ຮູ້ວ່າແມ່ເຖົ້າຄົນ ນັ້ນໄດ້ໃຊ້ສິດເລືອກເອົາປະທານໄກສອນ ຫລື ບໍ່.
    ຂ່າວການເຂັນຂ້າ, ການລັກ ແລະ ທຳລາຍຫີບບັດນັ້ນດັງກ້ອງ ໄປທົ່ວດິນແດນແຄວ້ນອັດຕະປື, ບ່ອນປ່ອນບັດ ຫລາຍຈຸດໄດ້ກາຍເປັນບວກເລືອດຍ້ອນມີການຕໍ່ສູ້ກັນ.
     ຂ່າວຖັດຈາກນັ້ນມາອີກຫລາຍວັນບອກວ່າ: ປະທານ ໄກສອນ ບໍ່ໄດ້ເປັນຜູ້ແທນ ເພາະບໍ່ມີໃຜປ່ອນເອົາ. ນີ້ຄືຄຳເວົ້າຂອງພວກປະຕິການຝ່າຍຂວາເວລານັ້ນ. ເວລາທ່ານປະທານ ໄກສອນ ກັບຄືນເມືອເຂດປົດປ່ອຍເພື່ອສືບ ຕໍ່ການຕໍ່ສູ້, ຝ່າຍວຽງຈັນກໍໂຄສະນາວ່າ: ທ່ານ ໄກສອນ ໂຕນເຂົ້າປ່າຍ້ອນຄຽດບໍ່ໄດ້ເປັນຜູ້ແທນ. ແຕ່ຄົນອັດຕະປືຮູ້ ດີວ່າພວກເຂົາຫັ້ນລະເປັນໂຕການໂກງ ແລະ ປຸ້ນສັດທາປະຊາຊົນຕໍ່ປະທານ ໄກສອນ. ນີ້ຄືຄວາມຊົງຈຳເລັກໆ ນ້ອຍໆທີ່ຕິດຫ້ອຍຈານແຍ່ມາຮອດສູ່ມື້ນີ້. ເມື່ອລົງໂຄສະນາຫາສຽງ ເພື່ອຮັບສະໝັກເລືອກຕັ້ງແຕ່ລະຄັ້ງ, ຈານແຍ່ ມັກຈະແນມໄປຕາມຂອບເວທີ ເພື່ອເບິ່ງວ່າມີເດັກນ້ອຍມາເອົາຄາງກາຍຮ້ານ ຟັງ ຫລື ບໍ່ ? ຖ້າມີ, ເດັກຄົນນັ້ນ ຫລື ເດັກໆເຫລົ່ານັ້ນຄົງໂຊກດີ ເພາະການເລືອກຕັ້ງໃນຍຸກນີ້ບໍ່ມີການຂົ່ມຂູ່ຂ້າຝັນລັນແທງກັນເໝືອນເປີງນັ້ນ.

No comments:

Post a Comment