Ad

Ad

13 December 2013

ດ້ວຍຄວາມເອົາໃຈໃສ່ເປັນເຈົ້າການຮ່ວມກັນຈຶ່ງສາມາດສະກັດ ກັ້ນການລະບາດຂອງພະຍາດໄຂ້ຍຸງລາຍ ໄດ້ຢ່າງມີໄຊ



          ວັນທີ 10 ທັນວານີ້ ຄະນະຄວບຄຸມ ແລະ ປ້ອງກັນການລະບາດຂອງພະຍາດນະຄອນ ຫລວງ​ວຽງ​ຈັນ ​ໄດ້ຈັດກອງປະ ຊຸມສະຫຼຸບການເຄື່ອນໄຫວວຽກງານຂອງຕົນຂຶ້ນຢູ່ຫ້ອງການປົກຄອງນະຄອນ. ຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງ ທ່ານ ສາຍທອງ ແກ້ວດວງດີ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທັງ ເປັນປະ ທານຜູ້ຊີ້ນຳວຽກງານຄວບຄຸມ ແລະ ປ້ອງກັນ ການລະບາດຂອງພະຍາກໄຂ້ຍຸງປະຈຳປີ 2013, ມີເຈົ້າເມືອງ, ຫົວ ໜ້າພະແນກ ແລະ ຫົວໜ້າຂະແໜງສາທາລະນະສຸກຈາກ 9 ເມືອງເຂົ້າຮ່ວມຢ່າງ​ພ້ອມພຽງ.
        ທ່ານ ປະທານກອງ​ປະຊຸມ ກ່າວວ່າ: ​ໃນ​ປີຜ່ານມາ, ປະ​ເທດ​ເຮົາ​ໄດ້​ຜະ​ເຊີນ​ກັບສະພາບການລະບາດຂອງພະ ຍາດໄຂ້ຍຸງ ລາຍຢ່າງໜັກໜ່ວງ  ເຊິ່ງມີຜູ້ຕິດເຊື້ອຫລາຍເຖິງ 50.694 ຄົນ ແລະ ເສຍຊີວິດ 96 ຄົນ,ໃນນັ້ນ ຢູ່ນະ ຄອນຫຼວງວຽງຈັນແມ່ນ ໄດ້ຮັບຜົນກະທົບເປັນອັນດັບໜຶ່ງໃນບັນດາ 17 ແຂວງທົ່ວປະເທດ, ມີ ຜູ້ຕິດເຊື້ອ 17.151 ຄົນ ແລະ ເສຍຊີວິດ 26 ຄົນ, ນອກ ຈາກນີ້ຍັງ ເຮັດໃຫ້ປະຊາຊົນບັນດາເຜົ່າເສຍເວລາໃນການປິ່ນປົວຮັກສາ, ພ້ອມ ນັ້ນ ລັດຖະບານ, ກໍຄືອຳນາດການປົກຄອງໄດ້ ເສຍວັດຖຸເງິນຄຳ ແລະ ງົບປະມານເປັນຈຳນວນບໍ່ໜ້ອຍເຂົ້າໃນການ ຄວບຄຸມການລະບາດຂອງພະຍາດໄຂ້ຍຸງດັ່ງກ່າວ, ແຕ່ລັດ ຖະບານກໍໄດ້ປຸກລະດົມບັນດາບໍລິສັດຫ້າງຮ້ານ, ອົງການ ຈັດຕັ້ງທັງພາຍໃນ ແລະ ສາກົນຊວ່ຍສົມທົບງົບປະມານເຂົ້າໃນການ ຄວບຄຸມພະຍາດດັ່ງກ່າວໄດ້ຢ່າງມີປະສິດທິຜົນ ຫລາຍກວ່າ 2 ຕື້ກີບ ແລະ ຍ້ອນຄວາມສາມັກຄີ, ຄວາມເອົາໃຈໃສ່ປຸກລະດົມ, ຊຸກຍູ້, ຕິດຕາມຂອງບັນດາການນຳ   ແລະ ຄະນະກຳມະການແຕ່ລະຂັ້ນ ແລະ ຄວາມພ້ອມພຽງຮຽງໃຈຂອງປະຊາຊົນໃນການ ສະກັດກັ້ນ ແລະ ຄວບຄຸມຈຶ່ງສາມາດຢຸດຕິການລະບາດຂອງພະຍາດດັ່ງກ່າວລົງໄດ້.

No comments:

Post a Comment