ໃນວັນທີ 11 ທັນວານີ້ ຢູ່ບ້ານສະພານທອງເໜືອ
ເມືອງສີສັດຕະນາກ ນະ ຄອນຫຼວງວຽງຈັນ ໄດ້ມີພິທີເປີດຕົວສູນບໍລິການສ້ອມແປງລົດຄົບວົງຈອນ ໂດຍມີຊື່ ວ່າຄວິກແລນ
ຂື້ນຢູ່ໃນລາວ ເປັນຄັ້ງທຳອິດເພື່ອເປັນການ ປ່ຽນແປງໃຫຍ່ຂອງອຸດສາ ຫະກຳສ້ອມແປງລົດຍົນທີ່ມີຄວາມທັນສະໄໝ
ແລະ ຄົບວົງຈອນສຳລັບການບໍລິການ ແກ່ລູກຄ້າຜູ້ທີ່ໃຊ້ລົດຍົນທຸກປະເພດ.
ທ່ານ ແສງດາວ ພອນມະນີ ຜູ້ຈັດການສູນບໍລິການ
ຄວິກແລນ ມີຄວາມ ເຫັນໃນການເປີດສູນດັ່ງກ່າວວ່າ: ຄວິກແລນເປັນສູນບໍລິການລົດຍົນທີ່ມີຄວາມ ທັນສະໄໝມີຫຼາກຫຼາຍບໍລິການທີ່ ສາມາດຕອບສະໜອງຍານພາຫະ
ນະຂອງ ທ່ານທຸກລຸ້ນທຸກຍີ່ຫໍ້ດ້ວຍອາໄຫຼ່ທີ່ຫຼາກຫຼາຍ ເຊິ່ງເປັນອາໄຫຼ່ທີ່ມາຈາກໂຮງງານ ແລະ
ໄດ້ຮັບມາດຖານສາ ກົນ ຈາກປະເທດ ອາເມລິກາເຊັ່ນ: Motorcraft Quicklane ມີສາຂາທັງໝົດ 600
ແຫ່ງ ໃນ 45 ປະ ເທດ ແລະ ເປັນໜຶ່ງໃນສາຂາບໍລິການ RMA, ພວກເຮົາມີຄວາມຊຳນານໃນການປ່ຽນຖ່າຍນ້ຳມັນເຄື່ອງ,
ກວດສອບລະ ບົບເບກ, ລະບົບຊ່ວງລ່າງ, ລະບົບໄຟຟ້າ, ກວດສອບ ແລະ ເຊັກສະພາບລົດ ແລະ ອື່ນໆ, ເນື່ອງຈາກວ່າຈຳນວນ
ລົດ ແລະ ພາຫະນະ ຢູ່ນະຄອນຫຼວງວຽງຈັນ ໄດ້ເພີ່ມ ສູງຂຶ້ນຢ່າງຕໍ່ເນື່ອງ ພວກເຮົາເຫັນວ່າການບໍລິການບຳລຸງຮັກ
ສາລົດໃຫ້ມີສະພາບດີໄດ້ມາດຖານ ເປັນສິ່ງທີ່ຈຳເປັນດັ່ງນັ້ນ ພວກ ເຮົາຈຶ່ງໄດ້ເປີດສູນບໍລິການນີ້ຂຶ້ນ
ເພື່ອຕອບສະ ໜອງຄວາມຕ້ອງການຂອງລູກຄ້າໄດ້ສະດວກສະບາຍ.
No comments:
Post a Comment