Ad

Ad

13 December 2013

ເກີດເຫດປຸ້ນຊັບຢູ່ບ້ານໂນນຂີ້ເຫລັກ ຜູ້ເສຍຫາຍໄດ້ຮັບບາດເຈັບສາຫັດ



          ​ເຈົ້າໜ້າ​ທີ່​ພະ​ແນ​ກສືບສວນ-ສອບ​ສວນ ນະຄອນຫລວງວຽງ​ຈັນ ​ໃຫ້​ຮູ້​ວ່າ: ​ໃນ​ເວລາ​ປະມານ 12 ​ໂມງ​ຂອງ​ວັນ​ທີ 11 ທັນວາ​ນີ້ ​ໄດ້​ເກີດ​ເຫດ​ຄົນ​ຮ້າຍ​ປຸ້ນ​ຊັບ​ນາງ ອາ​ນົງ ວົງ​ສະຫວ່າງ ອາຍຸ 32 ປີ ພະນັກງານ​ແພດ ຢູ່​ບ້ານ ໂນນ ຂີ້ເຫລັກ ເມືອງສີໂຄດ ຕະບອງ, ນະຄອນຫລວງວຽງຈັນ ​ໂດຍ​​ຄົນ​ຮ້າຍ​ໄດ້​ລັກ​ປີນ​ກຳ​ແພງ​ເຂົ້າມາ​ໃນ​ຂະນະ​ທີ່ຢູ່​ເຮ​ືອນຄົນ​ດຽວ ​ແລະ ຖືກທຳຮ້າຍ​ຮ່າງ ກາຍ ​ແລະ ​ໃຊ້​ມີດ​ປາດ​ຄໍ​ຈົນ​ໄດ້​ຮັບ​ບາດ​ເຈັບ​ສາຫັດ ​ແລ້ວ ໂຈນໄດ້ເອົາສາຍ ແຂນຄຳນ້ຳໜັກ 2 ບາດ, ແຫວນ​ຄຳ​ 2 ສະ ຫລຶງ, ເງິນ 9.000 ບາດ (ສະກຸນ​ເງິນ​ໄທ) ​ແລະ ​ໂທລະສັບ​ມື​ຖື 1 ໜ່ວຍ.
         ຜ່ານ​ການ​ລົງ​ສັນ​ລະ​ສູດ​ສະຖານ​ທີ່​ເກີດ​ເຫດ ​ເຈົ້າໜ້າ​ທີ່​ສາມາດ​ຮູ້​ໄດ້​ເປົ້າໝາຍ​ຄົນ​ຮ້າຍ​ທີ່​ລົງມື​ກໍ່​ເຫດ​ຢ່າງ​ໂຫດ​ຫ້ຽມ ​ເຊິ່ງ​ເປັນ​ຄົນອາ​ໄສ​ຢູ່​ເຮືອນ​ໃກ້​ກັນ ​ແລະ ​ເມື່ອ​ກາງ​ປີນີ້ ຄົນ​ຮ້າຍຜູ້ນັ້ນກໍ​ເຄີຍ​ເຂົ້າມາ​ງັດ​ເຮືອນ​ຂອງ​ຜູ້​ເຄາະ​ຮ້າຍ​ເຖິງ 2 ຄັ້ງ ​ເຊິ່ງມີ​ເຄື່ອງ​ເຮືອນ​ຈຳນວນ​ໜຶ່ງ​ເສຍ​ຫາຍ ​ແລະ ກໍ​ໄດ້​ແຈ້ງ​ຕໍ່​ອຳນາດ​ການ​ປົກຄອງ​ບ້ານ​ດັ່ງກ່າວ​ແລ້ວ, ​ແຕ່​ບໍ່​ຄິດ​ວ່າຄັ້ງນີ້ຜູ້ກ່ຽວ​ຈະ​ກັບ​ມາ​ລົງມື​ກໍ່​ເຫດ​ຢ່າງ​ໂຫດ​ຫ້ຽມ ​ແລະ ກໍຖືກເຈົ້າໜ້າ​ທີ່ຈັບຕົວໄດ້ໃນເຊົ້າມືດຂອງວັນຕໍ່ມາ.

1 comment: