Ad

Ad

13 December 2013

ຊຸກດັນ​ໃຫ້​ທະນາຄານ​ມີ​ລະບົບ​ເກັບ​ຂໍ້​ມູນ​ລູກ​ຄ້າ​ທີ່​ປອດ​ໄພ



        ການ​ຂະຫຍາຍຕົວ​ໄວ​ຂອງ​ທຸລະ​ກິດ​ທະນາຄານ​ຢູ່​ລາວ ​ໄດ້​ເຮັດ​ໃຫ້​ທະນາຄານ​ແຫ່ງ ສປປ ລາວ ທີ່​ຄຸ້ມ​ຄອງ​ມະຫາ​ພາກ​ທະ ນາຄານ​ທົ່ວ​ລະບົບ​ຕ້ອງ​ຄຳນຶງ​ເຖິງ​ຄວາມ​ປອດ​ໄພ​ໃນ​ການ​ເກັບ​ກຳ​ຂໍ້​ມູນ​ລູກ​ຄ້າ​ຂອງ​ທະນາຄານ ​ໂດຍ​ເນັ້ນໜັກ​ໃຫ້​ທຸກ​ທະນາຄານ​ຕ້ອງ​ມີ​ການ​ສ້າງ​ແຜນ​ຕໍ່​ເນື່ອງ Business Continuity Plan (BCP) ​ແລະ ການ​ແນະນຳ​ໃຊ້​ແຜນ​ດັ່ງກ່າວ​ໄດ້​ມີ​ການ​ສຳ​ມະ​ນາ​ໃນ​ວັນ​ທີ 12 ທັນວາ​ນີ້ ຢູ່​ໂຮງ​ແຮມ​ລາວ​ພາລາ ນະຄອນຫລວງ​ວຽງ​ຈັນ ​ໂດຍ​ການ​ເຂົ້າຮ່ວມ​ຂອງ​ທ່ານ ສອນ​ໄຊ ສິດ​ພະ​ໄຊ ຮອງ​ຜູ້​ວ່າ ການ​ທະນາຄານ​ແຫ່ງ ສປປລາວ.
        ທ່ານ​ຮອງ​ຜູ້​ວ່າການ​ທະນາ ຄານ​ແຫ່ງ ສປປ ລາວ ກ່າວ​ເປີດ​ການ​ສຳ​ມະ​ນາ​ວ່າ: ປັດຈຸບັນ ​ໄອ​ທີ (IT) ​ໄດ້​ມີ​ບົດບາດ​ສຳຄັນ​ໃນ​ທຸກ​ຂົງ​ເຂດ​ວຽກ​ງານ ​ແລະ ມັນ​ມີ​ການ​ພັດທະນາ​ໄວ​ຫລາຍ, ມີ​ຄວາມ​ໄວ, ປະຢັດ​ເວລາ, ປະຢັດ​ບຸກຄະລາ​ກອນ ​ແລະ ມີ​ຄວາມ​ແມ້ນ​ຢຳ​, ​ໃນ​ປະ​ເທດ​ທີ່​ພັດທະນາ​ແລ້ວ IT ​ໄດ້​ຖືກ​ນຳ​ໃຊ້​ເຂົ້າ​ໃນ​ການ​ເກັບ​ຮັກສາ​ຂໍ້​ມູນ​ລູກ​ຄ້າ​ຂອງ​ທຸລະ​ກິດ​ທະນາຄານ ​ເພື່ອ​ສ້າງ​ຄວາມ​ເຊື່ອ​ຖື ​ເນື່ອງ​ຈາກ​ທຸລະ​ກິດ​ທະນາຄານ​ແມ່ນ​ມີ​ການ​ພັດທະນາ​ຫລາຍ. ສະນັ້ນ ພວກ​ເຮົາ​ຈຶ່ງ​ຕ້ອງ​ຄຳນຶງ​ເຖິງ​ລະບົບ​ຮັກສາ​ຄວາມ​ປອດ​ໄພ​ດ້ານ​ຂໍ້​ມູນ​ຂອງ​ລູກ​ຄ້າ​ແບບ​ຕໍ່​ເນື່ອງ BCP ເຊິ່ງຜ່ານ​ມາ​ມີ​ຫລາຍ​ທະນາຄານ​ມັກ​ພົບ​ບັນຫາ​ຫຍຸ້ງຍາກ​ໃນ​ລະບົບ​ບໍລິການ​ຂອງ​ຕົນ ​ເປັນຕົ້ນຄອມ​ພິວ​ເຕີ​ຄ້າງ​ເປັນ​ເວລາ​ດົນ​ຈົນ​ບໍ່​ສາມາດ​ດຳ​ເນີນ​ການ​ບໍລິການ​ຕໍ່​ລູກ​ຄ້າ​ໄດ້​ໃນ​ໄລຍະ​ໃດ​ໜຶ່ງ ກໍລະນີ​ນີ້​ແນ່ນອນ​ອາດ​ສ້າງ​ຄວາມ​ກັງວົນ​ຕໍ່​ລູກ​ຄ້າ​ວ່າ: ​ເລກ​ບັນຊີ​ຂອງ​ເຂົາ​ອາດ​ຖືກ​ລຶບ ຫລື ສູນຫາຍ​ຕ່າງໆ ​ເຊິ່ງບັນ ຫາ​ເຫລົ່ານີ້​ເກີດ​ຈາກ​ບາງ​ທະນາ ຄານ​ບໍ່​ຍອມ​ລົງທຶນ​ເຂົ້າ​ໃສ່​ດ້ານ​ຄວາມ​ປອດ​ໄພ​ໃນ​ການ​ເກັບ​ຂໍ້​ມູນ​ຂອງ​ລູກ​ຄ້າ​ທີ່​ມີ​ລະບົບ​ມາດຕະ ຖານ ​ໂດຍ​ສະ​ເພາະ​ເມື່ອ​ເກີດ​ກໍລະ ນີ​ສຸກ​ເສີນ​ເຊັ່ນ: ​ໄຟ​ດັບ, ​ໄຟ​ໄໝ້ ​ແລະ ອື່ນໆ.

        ທ່ານ​ຮອງ​ຜູ້​ວ່າການ​ທະນາ ຄານ ກ່າວ​ວ່າ: ປັດຈຸບັນ ທະນາ ຄານ​ຂອງ​ລັດ ​ແລະ ​ເອກະ​ຊົນ​ຢູ່​ລາວ​ມີ​ເກືອບ 40 ຫົວໜ່ວຍ ​ແລະ ​ແຕ່​ລະ​ຫົວໜ່ວຍ​ມີ​ລະບົບ​ເກັບ​ຮັກ ສາ​ຂໍ້​ມູນ​ແຕກ​ຕ່າງ​ກັນ. ​ແຕ່​ໃນຕໍ່ ໜ້າ ທະນາຄານ​ແຫ່ງ ສປປ ລາວ ຈະ​ມີ​ການ​ຊຸກຍູ້​ໃຫ້​ມີ​ການ​ນຳ​ໃຊ້​ລະບົບ​ເກັບ​ຂໍ້​ມູນ​ອັນ​ດຽວ​ກັນ ​ໂດຍ​ຈະ​ອອກ​ລະບຽບ​ເພື່ອ​ໃຫ້​ທຸກ​ທະນາຄານ​ຫັນ​ມາ​ນຳ​ໃຊ້​ການ​ລະບົບ IT ​ເຂົ້າ​ໃສ່​ການ​ເກັບ​ກຳ​ຂໍ້​ມູນ​ຂອງ​ລູກ​ຄ້າ ​ແລະ ຕ້ອງ​ມີ​ການ​ທົດ​ລອງ​ລະບົບ​ຢ່າງ​ເປັນ​ປະຈຳ ​ເພື່ອ​ຮັບປະກັນ​ຄວາມ​ເຊື່ອ​ໝັ້ນ ​ແລະ ຄວາມ​ປອດ​ໄພ​ຂອງ​ລູກ​ຄ້າ​ໃນ​ມາດຕະຖານດຽວ ​ແລະ ສະດວກ​ໃນ​ການ​ຕິດຕາມ​ຄຸ້ມ​ຄອງ.
        ການ​ສຳ​ມະ​ນາ​ດັ່ງກ່າວ​ຈັດ​ຂຶ້ນ​ໂດຍ​ການ​ຮ່ວມ​ມື​ລະຫວ່າງ​ທະນາຄານ​ແຫ່ງ ສປປ ລາວ, ບໍລິ ສັດ​ໄຊ​ເບ​ເລຍ (CYBERIA), ​ໄອ​ບີ​ເອັມ (IBM) ​ແລະ ບໍລິສັດ​ຄອມ​ພິວ​ເຕີ​ຊີ​ຢູຢູນຽນ​ປະ​ເທດ​​ໄທ.

No comments:

Post a Comment