ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ
VII ໄດ້ໄຂຂຶ້ນຢ່າງເປັນທາງການໃນເຊົ້າວັນທີ 9 ທັນ ວານີ້ ຢູ່ສະພາແຫ່ງຊາດ
ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ
ໂດຍໄດ້ຮັບກຽດເຂົ້າຮ່ວມຂອງສະຫາຍເລຂາທິການໃຫຍ່ປະທານປະເທດ ຈູມມາລີ ໄຊຍະສອນ,
ມີບັນດາຜູ້ນຳພັກ-ລັດ ແລະ ອະດີດການນຳຂັ້ນສູງ, ສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ທ່ານປະທານສະພາແຫ່ງຊາດ ປານີ ຢາທໍ່ຕູ້
ໄດ້ຂຶ້ນກ່າວສູນທອນພົດໄຂກອງປະຊຸມວ່າ: ກອງປະຊຸມເທື່ອນີ້ໄຂຂຶ້ນໃນສະ ພາບແວດລ້ອມເສດຖະກິດຂອງໂລກ
ແລະ ພາກພື້ນພວມຟື້ນໂຕ ແລະ ເຫັນວ່າຍັງມີປັດໄຈສ່ຽງໃນຫລາຍດ້ານ. ສຳລັບພາຍໃນປະເທດ,
ໃນໄລຍະເຄິ່ງປີຜ່ານມາ ໃນຫລາຍທ້ອງຖິ່ນໄດ້ປະສົບກັບອຸທົກກະໄພທຳມະຊາດ,
ເກີດພະຍາດລະບາດໄຂ້ເລືອດອອກຢ່າງຮ້າຍແຮງ ເຊິ່ງໄດ້ສົ່ງຜົນກະທົບຕໍ່ຊີວິດ
ແລະ ຊັບສິນຂອງປະຊາຊົນບໍ່ໜ້ອຍ. ຄຽງຄູ່ກັນນັ້ນ, ປະເທດພວກເຮົາກໍໄດ້
ປະສົບກັບບັນຫາເສດຖະກິດ
ເປັນຕົ້ນເງິນເຟີ້ ແລະ ອັດຕາແລກ ປ່ຽນມີທ່າອ່ຽງເພີ່ມຂຶ້ນ, ການເກັບລາຍຮັບເຂົ້າງົບ
ປະມານແຫ່ງລັດບໍ່ໄດ້ຕາມແຜນການ, ໜີ້ສິນເພີ່ມຂຶ້ນ ແລະ ອື່ນໆ ເຊິ່ງໄດ້ສົ່ງຜົນກະທົບໂດຍກົງຕໍ່ສະຖຽນລະພາບທາງເສດ
ຖະກິດມະຫາພາກ, ແຕ່ດ້ວຍຄວາມຕັດສິນໃຈຂອງທົ່ວລະບົບການເມືອງ, ດ້ວຍຄວາມເອົາໃຈໃສ່ຊີ້ນຳຢ່າງໃກ້ຊິດຈາກກົມການເມືອງສູນກາງພັກ,
ດ້ວຍຄວາມຮັບຜິດຊອບສູງໃນການຊີ້ນຳ-ນຳພາໂດຍກົງຂອງລັດຖະບານ ແລະ ຄວາມເປັນເຈົ້າການ
ຈັດຕັ້ງປະຕິບັດຂອງຄະນະພັກ, ອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ ຕະຫລອດເຖິງທຸກພາກສ່ວນເສດຖະກິດກໍຄືປະ
ຊາຊົນຊັ້ນຄົນຕ່າງໆ, ພວກເຮົາກໍສາມາດແກ້ໄຂສະພາບການຕ່າງໆໄດ້ດີຂຶ້ນເປັນກ້າວໆ
ອັນໄດ້ປະກອບສ່ວນສຳຄັນເຂົ້າໃນການສ້າງເງື່ອນໄຂ ແລະ ປັດໄຈໃໝ່ໃຫ້ແກ່ການພັດທະນາເສດຖະກິດ-ສັງ
ຄົມສືບຕໍ່ມີບາດກ້າວຂະຫຍາຍໂຕຢ່າງຕໍ່ເນື່ອງ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍ,
ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການຍົກສູງຂຶ້ນ, ການພົວພັນຮ່ວມມືກັບບັນດາປະຊາຊາດໃນໂລກ
ແລະ ພາກພື້ນກໍໄດ້ຮັບການເປີດກວ້າງ.
ໃນກອງປະຊຸມເທື່ອນີ້ຈະໄດ້ສຸມໃສ່ຄົ້ນຄວ້າພິຈາລະນາ
ແລະ ຕົກລົງບັນຫາສຳຄັນ ຄືຮັບຟັງການລາຍງານຂອງລັດຖະ ບານກ່ຽວກັບສະພາບພົ້ນເດັ່ນຂອງເສດຖະກິດມະຫາພາກ
ແລະ ມາດຕະການແກ້ໄຂ; ຮັບຟັງການລາຍງານຂອງລັດຖະບານກ່ຽວກັບມາດຕະການແກ້ໄຂຜົນກະທົບຈາກອຸທົກກະໄພທຳມະຊາດ;
ພິ ຈາລະນາ ແລະ ຮັບຮອງເອົາບົດລາຍງານຜົນການ ກວດສອບບົດສະຫລຸບຂາດຕົວການຈັດຕັ້ງປະ
ຕິບັດງົບປະມານແຫ່ງລັດ ສົກປີ 2011-2012; ຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງຄະນະປະຈຳສະ
ພາແຫ່ງຊາດ ໃນລະຫວ່າງກອງປະຊຸມສະໄໝສາມັນເທື່ອທີ 5 ຫາເທື່ອທີ 6 ຂອງຄະນະປະຈຳສະພາແຫ່ງຊາດຊຸດທີ
VII; ພິຈາລະນາກົດໝາຍຈຳນວນ 15 ສະບັບ, ໃນນັ້ນ ມີກົດໝາຍສ້າງໃໝ່ຈຳ ນວນ 6 ສະບັບ
ຄືກົດໝາຍວ່າດ້ວຍອົງ ການໄອຍະການທະຫານ, ກົດ ໝາຍວ່າດ້ວຍສານທະຫານ, ກົດ ໝາຍວ່າດ້ວຍການດຳເນີນຄະດີເດັກ,
ກົດໝາຍວ່າດ້ວຍການປ້ອງກັນຄວາມສະຫງົບ, ກົດໝາຍວ່າດ້ວຍອະຊີວະສຶກສາ, ກົດໝາຍວ່າດ້ວຍຄວາມປອດໄພດ້ານເຕັກໂນໂລຊີຊີວະພາບ
ແລະ ກົດໝາຍທີ່ຈະປັບປຸງອີກ 9 ສະບັບ ຄືກົດ ໝາຍວ່າດ້ວຍອາກອນມູນຄ່າເພີ່ມ, ກົດ
ໝາຍວ່າດ້ວຍມໍລະດົກແຫ່ງຊາດ, ກົດໝາຍວ່າດ້ວຍວິສາຫະກິດ, ກົດໝາຍວ່າດ້ວຍຊັບພະ
ຍາກອນແຫລ່ງນ້ຳ, ກົດໝາຍວ່າດ້ວຍການວັດແທກ, ກົດໝາຍວ່າດ້ວຍການໄປສະນີ, ກົດໝາຍວ່າດ້ວຍແຮງງານ,
ກົດໝາຍວ່າດ້ວຍການບັນຊີ ແລະ ກົດ ໝາຍວ່າດ້ວຍອຸດສາຫະກຳປຸງແຕ່ງ. ນອກຈາກນັ້ນ
ກອງປະຊຸມຍັງຈະໄດ້ພິຈາ ລະນາວຽກງານສຳຄັນອື່ນໆອີກຈຳນວນໜຶ່ງ.
No comments:
Post a Comment