ໂດຍ: ແສງພູໄຊ ອິນທະວີຄຳ
ມີຫລາຍໆຄອບຄົວໃນສັງ ຄົມລາວຈ້ອງມອງຈັບຜິດແຕ່ຜູ້
ເປັນລູກໆວ່າ: ລູກຕົນຂີ້ຄ້ານ ອ່ານໜັງສື ມີແຕ່ມັກເລາະທ່ຽວ ຫລິ້ນໄປວັນໆກັບມາແຕ່ໂຮງ ຮຽນບໍ່ເຄີຍເຫັນອ່ານໜັງສືບໍ່ເຄີຍເຫັນຈັບປື້ມມາອ່ານກັບມາແຕ່
ໂຮງຮຽນກໍມີແຕ່ຫົວຈຸ້ມກັບໝູ່ ຫລິ້ນໝາກບ່ີເວົ້າບອກກໍມີແຕ່ ຫລັບຕາພັບໆຢູ່ເມື່ອຍນຳແທ້ໆ
ຈັກຊິເຮັດແນວໃດມັນຈື່ງຊິຮຽນໜັງສືຫາກເຮົາເປັນເດັກນ້ອຍ ແລ້ວມາຟັງຄຳເຫັນແບບນີ້ ມັນ ເຈັບປວດຂະໜາດໃດ
? ເມື່ອຍິນ ຄຳເວົ້າແບບນີ້ອອກຈາກປາກ ຂອງຜູ້ເປັນພໍ່ແມ່ແລ້ວຈະ ຮູ້ສຶກ ແນວໃດ ? ເມື່ອວ່າລູກໆເບີ່ງພໍ່
ແມ່ຂອງຕົນເອງໃນເລື່ອງພຶດຕິ ກຳ ແລະ ຄຳເວົ້າຂອງພໍ່ແມ່ຕົນ ນັ້ນ ອອກມາສວນທາງ ກັນເພາະ ວ່າໃນຂະນະທີ່ພໍ່ແມ່ອອກມາເວົ້າແບບນັ້ນຫລືຕຳນິລູກແນວນັ້ນແຕ່ຊ້ຳພັດບໍ່ເບີ່ງພຶດຕິກຳຂອງຕົນ
ເອງ. ມີຄຳຖາມວ່າ : ພໍ່ແມ່ເຄີຍ ໃຊ້ເວລາຈັກນາທີຕໍ່ມື້ໜຶ່ງໃນການອ່ານ ? ຄຳຕອບອອກມາກໍແມ່ນ
ມີຫລາຍຄອບຄົວເກືອບວ່າ 90% ບໍ່ເຄີຍ ໃຊ້ເວລາແມ່ນແຕ່ນາ ທີດຽວທີ່ຈະຫາອ່ານໜັງສືໃນສັງ ຄົມລາວເຮົາ. ເພາະວ່າການເຮັດຫລືກະທຳຫຍັງນັ້ນມັນມີແມ່ ແບບຂອງມັນໃນເມື່ອເດັກຂາດ
ແມ່ແບບທີ່ດີໃນເລື່ອງຄຸນສົມບັດຂອງການອ່ານແລ້ວເດັກນ້ອຍ ເຫລົ່ານັ້ນຈະກາຍເປັນຄົນທີ່ຮັກ
ການອ່ານໄດ້ແນວໃດ ? ເທົ່າທີ່ ສັງເກດໂດຍທົ່ວໄປແລ້ວກໍມີເດັກບາງຄົນໃນບາງຄອບຄົວກໍມີໃຈ ໃນການອ່ານຢູ່ແຕ່ດ້ວຍສະຖາ ນະການໃນຄອບຄົວຈຶ່ງເຮັດໃຫ້
ເດັກບາງຈຳນວນທີ່ມຸ່ງໝັ້ນໃສ່ການ ອ່ານເພື່ອເພີ່ມຄວາມຮູ້ໃຫ້ກັບຕົນເອງແຕ່ເໝືອນ
ກັບຍັງມີບາງຢ່າງໃນຄອບຄົວທີ່ເປັນຕົວສະກັດ
ກັ້ນ ເອົາໄວ້ບໍ່ໃຫ້ໂອກາດແກ່ເດັກໄດ້ ເອົາຈິງເອົາຈັງໃສ່ການອ່ານ. ຕົວ ຢ່າງກໍມີໃຫ້ເຫັນເຊັ່ນ:
ເວລາເດັກເພັ່ງເລັງໃສ່ການອ່ານໜັງສືໃນຂະນະດຽວກັນກໍພໍເໝາະກັບພໍ່ແມ່ຕ້ອງເຮັດວຽກເຮັດງານການ ບ້ານການເຮືອນໂດຍສະເພາະແມ່ນຫລັງຈາກເດັກກັບມາຈາກໂຮງຮຽນ.
ໃນຂະນະທີ່ເດັກຫລືລູກໆ ອ່ານໜັງສືຢູ່ພໍ່ແມ່ພັດຕ້ອ ງການ ໃຫ້ຊ່ວຍວຽກຕ້ອງເອີ້ນລູກມາ ຊ່ວຍວຽກເຊັ່ນ:
ມາລ້າງຖ້ວຍ ໃຫ້ແດ່, ມາເບີ່ງໝໍ້ເຂົ້າໃຫ້ແດ່, ມາເບິ່ງນ້ອງໃຫ້ແດ່ການທີ່ ເປັນ ແບບນີ້ມັນກະຕຸກເສັ້ນຂອງເດັກ
ໃນຂະນະທີ່ອ່ານຢຸດນິ້ງປ່ຽນອາ ລົມຈາກການຢາກອ່ານຢາກຮູ້ ໄປແບບອື່ນ. ຈາກຈຸດນີ້ກໍເຮັດໃຫ້
ເດັກປ່ຽນນິໄສໄປເລື້ອຍໆກາຍ ເປັນວ່າຈາກການມັກຢາກອ່ານ ກາຍມາເປັນຄົນຂີ້ຄ້ານອ່ານກໍມີ. ໂດຍສະເພາະແມ່ນຄອບຄົວທີ່ມີ
ບັນຫາທາງເສດຖະກິດຫຍຸ້ງໆ ຍາກໆໃນຄອບຄົວແດ່. ເມື່ອ ເປັນແນວນີ້ແລ້ວຈຶ່ງມີຄຳຖາມ ຂຶ້ນມາວ່າ:
“ແລ້ວຈະເຮັດແນວໃດ ເພື່ອໃຫ້ສັງຄົມລາວເຮົາກາຍເປັນສັງຄົມຂອງຄົນມັກຮັກ ການອ່ານ ? ເພື່ອຈະປະກອບສ່ວນເຮັດໃຫ້ການພັດທະນາຊັບພະຍາ
ກອນມະນຸດໄດ້ດີ ? ”. ຜູ້ຂຽນເຄີຍ ໄດ້ພົບບາງຄອບຄົວຖືໄດ້ ວ່າມີຄວາມສຳເລັດໃນເລື່ອງນີ້ແນະ
ນຳວ່າ: “ເວລາເດັກພວມອ່ານ ໜັງສື ຫລື ຄົ້ນຄວ້າບົດຮຽນຂໍ ຄວາມກະລຸນາຈາກພໍ່ແມ່ຢ່າໄປ
ຮ້ອງຮຽກເຂົາໃຫ້ໄປແນວອື່ນ
ເຖິງວ່າພໍ່ແມ່ຈະມີວຽກຫຍັງກໍ ຕາມເພາະເວລານັ້ນລູກໆຂອງ ທ່ານພວມເຝິກຝົນຕົນເອງສູ່ການ ຮຽນຮູ້.
ເພາະວ່າຄົນເຮົານີ້ ເຮັດຫຍັງກະທຳຫຍັງກໍມີອາລົມ ເວລາເດັກສຸມໃສ່ການອ່ານໝາຍວ່າລູກໆເຮົາພວມຈິງຈັງກັບການຄົ້ນ
ຄວ້າບົດຮຽນຄວນປ່ອຍເວລາໃຫ້ເຂົາເຈົ້າເພາະຕອນນີ້ມັນຈະເປັນເວລາທີ່ດີທີ່ສຸດໃນການຮ່ຳຮຽນ.
ການທີ່ເຮົາໄປກະຕຸກເຂົາເຈົ້າເວ ລາຮຽນມັນເຮັດໃຫ້ລູກໆຂອງທ່ານປ່ຽນອາລົມທັນທີໃນຂະນະດຽວກັນຄວນກ່າວຄຳຊົມເຊີຍລູກໆທີ່ເຫັນເຂົາເຈົ້າເຮັດແບບນັ້ນເພື່ອເປັນການ
ໃຫ້ກຳລັງໃຈຢ່າກະທຳຫລືເວົ້າ ແນວໃດທີ່ກະທຳໃຫ້ລູກໆຂອງ ທ່ານຢຸດຕິກິດຈະກຳຂອງເຂົາ ເຈົ້າ”.
ນອກຈາກເວລາ ນີ້ແລ້ວ ເຮົາກໍສາມາດໃຊ້ເຂົາເຈົ້າໄດ້ແຕ່ ພໍ່ແມ່ຄວນເຂົ້າໃຈອີກວ່າທ່ານ ວາງເປົ້າໝາຍໃດໃຫ້ກັບລູກເປັນຕົ້ນຕໍ
? ຫາກທ່ານວາງເປົ້າ ໝາຍຕົ້ນຕໍໃຫ້ແກ່ລູກໃນການຮ່ຳຮຽນແລ້ວທ່ານຄວນອົດທົນໃນເລື່ອງນີ້ ຢ່າກ່າວຄຳໃດໆທີ່ເປັນການຂົ່ມບັງຄັບເດັກໃຫ້ຕາມຕົນ
ເກີນໄປແຕ່ຕ້ອງສອນລູກໃຫ້ຕາມໃນສິ່ງທີ່ຕົນເອງກະທຳໃນກິດຈະກຳທີ່ດີໆ.
ສະຫລຸບໄດ້ວ່າຢາກສົ່ງເສີມການອ່ານໃຫ້ດີຕ້ອງເລີ່ມຈາກຄອບຄົວພໍ່ແມ່ຕ້ອງເປັນແມ່ແບບໃຫ້ກັບລູກໆຂອງຕົນ.
ເພື່ອວ່າ ລູກໆຈະໄດ້ເຫັນແບບຢ່າງທີ່ດີໃຊ້ເຫດແລະຜົນໃນການອະທິບາຍໃຫ້ລູກໆຂອງທ່ານຢ່າງສົມເຫດສົມຜົນ.
No comments:
Post a Comment