Ad

Ad

11 December 2013

ຍ້ອນຫຍັງ 4 ແຍກ 450 ປີນາ ຄວາຍ ຈຶ່ງກາຍເປັນ 4 ແຍກ ມໍລະນະ



       ພາຍຫລັງ​ເສັ້ນທາງ 450 ປີ ກໍ່ສ້າງ​ສຳ​ເລັດ, ໄດ້ສ້າງ ຄວາມສະດວກ​ໃນ​ການ​ສັນ ຈອນ​ບົນ​ເສັ້ນທາງ​ດັ່ງກ່າວ, ​ແຕ່​ສິ່ງທີ່ໜ້າ ເປັນ ຫວ່ງກໍແມ່ນ ສະພາບອຸປະຕິເຫດມັກເກີດຂຶ້ນ ຫລາຍ​ໂດຍ​ສະ​ເພາະ​ຈຸດສີ່​ແຍກ​ລະຫວ່າງ​ທາງ 450 ປີ ​ແລະ ບ້ານ​ນາ​ຄວາຍ ຈົນ​ປະຊາຊົນ​ໃນ​ເຂດ​ໃກ້​ຄຽງ​ຮ້ອງ​ວ່າ​ເປັນ 4 ​ແຍກ​ມໍລະນະ ແລະ ຄວາມ​ຈິງ​ມັນກໍ​ແມ່ນແນວ ນັ້ນແທ້ ເພາະ​ກໍລະນີ​ອຸປະຕິ​ເຫດ​ມັກ​ເກີດ​ຂຶ້ນ​ໃນ 4 ​ແຍກ​ດັ່ງ ກ່າວເປັນຈຳນວນຫລາຍ ແລະ ​ມີ​ຜູ້​ເສຍ​ຊີວິດ​ມາ​ແລ້ວ​ບໍ່​ໜ້ອຍ ​ເພາະວ່າ​ພາຍຫລັງ​ເສັ້ນທາງ​ດັ່ງກ່າວ​ກໍ່ສ້າງ​ສຳ​ເລັດ​ກໍ​ມີ​ລົດ​ຈຳນວນຫລາຍ ​ໂດຍ​ສະ​ເພາະລົດ​ບັນທຸກສິນ ຄ້າແລ່ນຜ່ານຕະຫລອດວັນດ້ວຍ ຄວາມໄວສູງ ແລະ ຢູ່ຈຸດ 4 ແຍກດັ່ງກ່າວແມ່ນບໍ່ມີໄຟອຳ ນາດ ພ້ອມນັ້ນໄຟເຍືອງທາງ ກໍມີພຽງ ບາງຈຸດ ຈຶ່ງເຮັດໃຫ້ການ ສັນຈອນໃນຍາມຄ່ຳຄືນມີຄວາມ ລຳບາກ. ນອກຈາກນີ້ ເສັ້ນທາງ ດັ່ງກ່າວຍັງຂາດການບົວລະບັດຈຶ່ງເຮັດໃຫ້ມີຫຍ້າເກີດຂຶ້ນ ສູງຈົນລົດສອງຟາກທາງຂີ່ສວນບໍ່ເຫັນ ກັນໃນບາງຍ່ານ. ຈາກບັນຫາດັ່ງກ່າວຈຶ່ງມັກເກີດອຸປະຕິເຫດ ເລື້ອຍໆ ເຊັ່ນ: ເມື່ອສອງ ອາທິດ ຜ່ານມາກໍເກີດອຸປະຕິເຫດລົດບັນທຸກຕຳລົດຈັກສອງກໍລະນີຢູ່ 4 ແຍກດັ່ງກ່າວ ແລະ ມີຜູ້ເສຍຊີວິດທັງ ສອງກໍລະນີ.

No comments:

Post a Comment