ທ່ານນາງ ວຽງທອງ ສີພັນດອນ ຫົວໜ້າອົງການກວດສອບແຫ່ງລັດ
ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VII ໃນວັນທີ
9 ທັນວານີ້ວ່າ: ອົງການກວດສອບແຫ່ງລັດໄດ້ກວດເຫັນລາຍຈ່າຍທີ່ບໍ່ນອນໃນແຜນສະພາແຫ່ງຊາດຮັບຮອງຈຳນວນ
4.242,72 ຕື້ກີບ, ຂະນະດຽວກັນ ມີການເອົາລາຍຮັບທີ່ກວດເຫັນໄປຈ່າຍໃນວຽກບໍລິຫານ,
ຊຳລະໂຄງການລົງທຶນ, ຊຳລະເງິນກູ້ຢືມທະນາຄານ ແລະ ຊື້ພາຫະ ນະຈຳນວນ 437,42 ຕື້ກີບ
ຄືມີ 22 ຫົວໜ່ວຍ ເອົາເງິນລາຍຮັບວິຊາການໄປຈ່າຍ 115,49 ຕື້ກີບ, 8 ຫົວໜ່ວຍ ເອົາເງິນລາຍຮັບຈາກການຂາຍໄມ້ໄປຈ່າຍ
59,66 ຕື້ກີບ, 3 ຫົວໜ່ວຍ ເອົາເງິນກອງທຶນໄປຈ່າຍ 79,40 ຕື້ກີບ, 1 ຫົວ ໜ່ວຍ ເອົາລາຍຮັບຈາກເງິນລະ
ດົມໄປຈ່າຍ 12,84 ຕື້ກີບ, 2 ຫົວ ໜ່ວຍ ເອົາຄັງພັດທະນາແຂວງໄປຈ່າຍ 124,72 ຕື້ກີບ,
ມີ 1 ຫົວ ໜ່ວຍ ເອົາລາຍຮັບຈາກການຂຸດແຮ່ທາດໄປຈ່າຍ 8,32 ຕື້ກີບ, 1 ຫົວໜ່ວຍ
ເອົາລາຍຮັບຈາກການຂາຍຊັບສິນຂອງລັດໄປຈ່າຍ 2,36 ຕື້ກີບ, 2 ຫົວໜ່ວຍ ເອົາລາຍຮັບຈາກເງິນຊ່ວຍເຫລືອລ້າໄປຈ່າຍ
34,63 ຕື້ກີບ.
ຫົວໜ້າອົງການກວດສອບແຫ່ງລັດ ໃຫ້ຮູ້ຕື່ມວ່າ:
ລາຍຈ່າຍໂຄງການກໍ່ສ້າງພື້ນຖານໂຄງລ່າງທີ່ບໍ່ນອນໃນແຜນສະພາແຫ່ງຊາດຮັບຮອງມີ
124 ໂຄງການ ມູນຄ່າ 1.551,16 ຕື້ກີບ, ໃນນັ້ນ ໄດ້ຊຳລະແລ້ວ 49,85 ຕື້ກີບ ແລະ ຄ້າງຊຳລະ
1.501,31 ຕື້ກີບ, ສ່ວນລາຍຈ່າຍຊຳລະໜີ້ສິນທີ່ມີສ່ວນຫລຸດໃຫ້ບໍລິສັດຕ່າງໆຈຳ
ນວນ 2.254,14 ຕື້ກີບ ເຊິ່ງໄດ້ນຳໃຊ້ທຶນ
ຈາກ 3 ຮ່ວງ ຄືການອອກພັນທະບັດທີ່ມີເວລາຊຳລະໜີ້
ອອກໄປ 2-3 ປີ ແລະ ສາມາດປ່ຽນມືໄດ້, ເງິນລວມສູນບໍ່ແບ່ງ ປັນ ແລະ ກູ້ຢືມນຳຄັງເງິນແຫ່ງຊາດ,
ດ້ານຊັບສິນແມ່ນມີ 7 ຫົວ ໜ່ວຍມີບັນຊີເງິນຝາກສະເພາະທີ່ບໍ່ນອນໃນລະບົບຄັງເງິນແຫ່ງຊາດ
ຍອດເຫລືອ 107,54 ຕື້ກີບ, ກວດເຫັນຍອດເຫລືອໜີ້ຕ້ອງຮັບ ຮ່ວງຊຳລະໜີ້ສິນລາຍຈ່າຍລົງ
ທຶນ ແລະ ຮ່ວງບໍລິຫານຈຳນວນ 2.992,91 ຕື້ກີບ ໃນລະບົບຄັງເງິນແຫ່ງຊາດ, ໃນນັ້ນ
ຈ່າຍລ່ວງໜ້າຢູ່ຄັງເງິນແຫ່ງຊາດປະຈຳສູນກາງ ຈຳນວນ 2.708,30 ຕື້ກີບ ແລະ ທ້ອງຖິ່ນ
ຈຳ ນວນ 284,61 ຕື້ກີບ, ຍັງມີໜີ້ຕ້ອງຮັບສ່ວຍສາອາກອນ ແລະ ຊັບສິນທີ່ຫົວໜ່ວຍທຸລະກິດບໍ່ໄດ້ມອບເຂົ້າງົບປະ
ມານທັນຕາມກຳ ນົດເວລາ ແລະ ບໍ່ໄດ້ສະຫລຸບເຂົ້າໃນບົດສະຫລຸບການກວດນັບບັນຊີທ້າຍປີ
ຈຳ ນວນ 261,31 ຕື້ກີບ ຍ້ອນເປັນໜີ້ ສິນທີ່ຕິດພັນກັບໂຄງການລົງທຶນກ່ອນຂອງລັດ
ບໍລິສັດຮັບເໝົາກໍ່ ສ້າງບໍ່ທັນໄດ້ຮັບການສະສາງຈາກງົບປະມານ. ຮອດທ້າຍປີ
2012, ທະນາ ຄານສົ່ງເສີມກະສິ ກຳ ແລະ ທະນາຄານນະໂຍບາຍ ມີໜີ້ຕ້ອງຮັບຈາກການປ່ອຍກູ້ຕາມສັນຍາ
ຈຳນວນ 4.705,63 ຕື້ກີບ, ໃນນັ້ນ ມີໜີ້ຕ້ອງຮັບກາຍສັນຍາ ລວມຕົ້ນທຶນ ແລະ ດອກເບ້ຍ
ຈຳນວນ 455,78 ຕື້ກີບ ແລະ ທະນາຄານນະໂຍບາຍຍັງສືບຕໍ່ປ່ອຍເງິນກູ້ນອກເມືອງເປົ້າໝາຍສະສົມຮອດທ້າຍປີ
2012 ຈຳ ນວນ 482,54 ຕື້ກີບ. ນອກຈາກນີ້ ເງິນກູ້ຢືມພາຍໃນນະຄອນຫລວງ ວຽງຈັນໄດ້ກູ້ຢືມເງິນຈາກທະນາ
ຄານແຫ່ງ ສປປ ລາວ ຈຳນວນ 6,91 ຕື້ກີບ ເພື່ອຊຳລະຄ່າສ້ອມແປງເສັ້ນທາງ 5 ເສັ້ນ ທີ່ບໍ່ນອນໃນແຜນງົບປະມານແຫ່ງລັດ
ສົກປີ 2011-2012.
ຫົວໜ້າອົງການກວດສອບແຫ່ງລັດ ກ່າວວ່າ:
ສາເຫດຕົ້ນຕໍທີ່ເຮັດໃຫ້ມີວົງເງິນຈຳນວນຫລາຍບໍ່ມອບເຂົ້າງົບປະມານ ແລະ ຖືກນຳໃຊ້ນອກແຜນແມ່ນການບໍລິຫານຂອງຫົວໜ່ວຍທຸລະກິດມີລັກສະນະເກື້ອກູນ,ຟຸມເຟືອຍບໍ່ສົມເຫດສົມຜົນກັບການດຳເນີນທຸລະກິດຂອງຫົວໜ່ວຍຕົນ,
ສະຕິເຄົາລົບກົດໝາຍຂອງຫົວໜ່ວຍງົບປະມານຈຳນວນໜຶ່ງຍັງຖືເບົາຕໍ່ວິໄນແຜນການ-
ການເງິນ ເຊິ່ງເຮັດໃຫ້ມີຜົນສະ ທ້ອນຕໍ່ກັບສະພາບຄ່ອງທາງດ້ານການເງິນ ແລະ
ແຕະຕ້ອງເຖິງການພັດທະນາເສດຖະກິດ- ສັງຄົມຂອງຊາດ.
ອັນນີ້ແຫລະບັນຫາຕົ້ນຕໍຂອງຊາດ ຖ້າເອົາງົບປະມານທີ່ສູນເສຍໄປດ້ວຍການສໍ້ໂກງດ້ານອື່ນໆອີກ ຄາດວ່າ ຈະມີອີກຫລາຍພັນຕື້ໃນແຕ່ລະປີ ຖ້າຈຳກັດ ຫລື ຫລຸດຜ່ອນດ້ານນີ້ຢ່າງຈິງຈັງ ລັດກໍບໍ່ຫນ້າຈະມີບັນຫາດ້ານການເງິນ ໃນສະພາບທີ່ເສດຖະກິດພວມຂະຫຍາຍຕົວແບບນີ້
ReplyDeleteດີແລ້ວທີ່ ມີຄົນແບບນີ້ ຊາດລາວຄົງຊິຈະເລີນໄວດ້ວຍຫຼ້າຫຼັງເນາະ
ReplyDeleteກວດເຫັນແລ້ວເຮັດຫຍັງໄດ້ ບໍ່ເຫັນວ່າມີມາດຕະການລົງໂທດໃດໆ
ReplyDeleteບໍ່ແມ່ນກວດເພື່ອຈະຈັບໄປລົງໂທດ, ເພິ່ນກວດເພື່ອຢາກຮູ້ເງິນເສັຍໄປຫລາຍປານໃດ ໃຜເອົາໄປເພິ່ນຮູ້ແລ້ວ
ReplyDeleteກວດໄປຕາມລະບຽບ.........ແຕ່ປະຕິບັດລະບຽບບໍ່ໄດ້...........ປະເທດຊາດຕ້ອງລົງທຶນຫລາຍພັນຕື້ໃຫ້ມີການສູນເສຍໃຫ້ມີຊ່ອງຫວ່າງຕໍ່ໄປເພື່ອໃຫ້ພວກກ່ຽວຂ້ອງຍັກຍອກຊັບລັດມາເປັນຂອງຕົວເອງ
ReplyDelete