Ad

Ad

11 December 2013

ສສຊ ​ຂໍໃຫ້ເຂັ້ມງວດກວດກາໂຄງການລົງທຶນຂອງລັດ



           ພາຍຫລັງຮັບຟັງການ ລາຍງານຂອງລັດຖະບານກ່ຽວ ກັບການຈັດຕັ້ງປະຕິບັດ​ແຜນ​ພັດທະນາເສດຖະກິດ-ສັງຄົມ, ແຜນ​ງົບປະມານ​ແຫ່ງ​ລັດ, ການ​ປະຕິບັດ​ນະ​ໂຍບາຍ​ເງິນຕາ​ໃນ​ປີ 2013 ​ແລະ ຜົນ​ການກວດ​ສອບ​ແຜນ​ງົບປະມານ ປະຈຳ​ປີ 2011- 2012 ໃນກອງປະຊຸມສະໄໝສາມັນເທື່ອ 6 ຂອງສະພາແຫ່ງຊາດ ຊຸດທີVII ແລະ  ໃນວັນທີ 10 ທັນວານີ້, ສະມາຊິກສະພາແຫ່ງ ຊາດກໍໄດ້ສືບຕໍ່ປະກອບຄຳເຫັນໃສ່ບົດ ລາຍງານດັ່ງກ່າວໂດຍສຸມໃສ່ມາດ​ຕະການ​ຄຸ້ມ​ຄອງ​ການ​ລົງທຶນ​ຂອງ​ລັດ​ເປັນຕົ້ນ:ການ​ຊັບ ຊ້ອນ​ແຫ​ລ່ງທຶນ​ພາຍ​ໃນ​ຈາກ​ບັນດາ​ໂຄງການ​ລົງທຶນທີ່​ຖືກ​ໂຈະ​ໄປ​ໃສ່​ໂຄງການ​ສືບຕໍ່​, ການ​ແກ້​ໄຂ​ໜີ້ສິນ​ຈາກການ​ລົງທຶນ​ຂອງ​ລັດ ​ແລະ ​​ໂຄງການ​ນອກ​ແຜນ, ບັນດາຫລັກການ ​ແລະ ​ເງື່ອນ​ໄຂການ​ອະນຸມັດ​ການ​ລົງທຶນ​ກ່ອນ ແລະ ກຳນົດ​ຂັ້ນຕອນ​ໃນ​ການ​ຕິດ ຕາມ​ໂຄງການ​ລົງທຶນ​ຂອງ​ລັດ ​ເພື່ອ​ຮັບປະກັນ​ໃຫ້ການ​ລົງທຶນ​ໄປ​ຕາມ​ມູນ​ຄ່າ​​ທີ່​ໄດ້​ອະນຸມັດ,ມີ​ປະ ສິດທິ​ຜົນ ​ແລະ ສອດຄ່ອງ​ກັບ​ກົດ ໝາຍ​ວ່າ​ດ້ວຍ​ການ​ລົງທຶນ.ນອກ ຈາກນີ້,ສະມາຊິກ​ສາ​ພະ​ແຫ່ງ​ຊາດ​ບາງ​ເຂດ​ເລືອກ​ຕັ້ງ ​ໄດ້​ສະ​ເໜີ​ໃຫ້​ມີ​ການ​ຕິດຕາມ​ກວດກາ​ການ​ປອມ​ແປງ​ບັນຊີການ​ເງິນ ໂດຍສະເພາະບັນຫາຈຳນວນ​ພະ ນັກງານທີ່​ບໍ່​
ຈະແຈ້ງໝາຍວ່າ:​ບາງ​ກົມ​ກອງພະນັກງານ​ເສຍ​ຊີວິດ​ແລ້ວ ພັດ​ຍັງ​ມີ​ລາຍ​ຊື່​ກິ​ນ​ເງິນເດືອນ​ຢູ່ ລວມທັງບັນຫາລູກ-​ຫລານ​ອາຍຸ​ເກີນ​ກໍ​ຍັງ​ມີ​ບັນຊີ​ກິນ​ເງິນ. ນອກຈາກນີ້ ຍັງມີຄຳເຫັນບາງ ສ່ວນກ່ຽວກັບການການ​ຊື້-ຂາຍ​ເລກ ຫລື ຫວຍ​ເຖື່ອນ ໂດຍສະ​ເໜີ​ໃຫ້​ມີ​ມາດ​ຕະການ​​ຄຸ້ມ​ຄອງ, ກວດກາ, ຕິດຕາມ​ລວມເຖິງການ ຊຸກຍູ້​ພະນັກງານໃນທຸກຂົງເຂດໃຫ້​ມີ​ຄວາມ​ຮັບ​ຜິດ​ຊອບ​ສູງ​ຂຶ້ນທາງ​​ຄຸນ​ນະພາ​ບຂອງ​ການ​ເຮັດໜ້າທີ່ຂອງຕົນ.

No comments:

Post a Comment