ຂະບວນການນຳເອົາກົດ ໝາຍລົງສູ່ປະຊາຊົນນັບມື້ກວ້າງ
ຂວາງ, ເລິກເຊິ່ງໃນທົ່ວປະເທດ ສື່ມວນຊົນກໍເປັນໜຶ່ງໃນພາ ຫະນະທີ່ນອນໃນຂະບວນການດັ່ງກ່າວ
ເຊິ່ງຜ່ານມາ, ຄະນະພັກ-ຄະນະນຳກະຊວງຍຸຕິທຳ ໄດ້ຖືສຳຄັນ ແລະ ໄດ້ຈັດຕັ້ງການໂຄສະ
ນາເຜີຍແຜ່ວຽກງານຍຸຕິທຳຢ່າງຕັ້ງ ໜ້າ ແລະ ເປັນປົກກະຕິ ສາມາດຍາດໄດ້ຜົນສຳເລັດໃຫຍ່ຫລວງ
ຫລາຍດ້ານ. ນີ້ຄືຄຳເຫັນຂອງທ່ານ ສາສະດາຈານ ດຣ. ຈະເລີນ ເຢຍປາວເຮີ້ ກຳມະການສູນກາງພັກ,
ລັດຖະມົນຕີວ່າການກະຊວງຍຸຕິທຳ ກ່າວໃນພິທີແລກ ປ່ຽນບົດຮຽນວຽກງານສື່ມວນຊົນ
ແລະ ການນຳສະເໜີໜັງສືພິມ ກົດໝາຍ ຢູ່ກະຊວງຍຸຕິທຳ ໃນວັນທີ 5 ທັນວານີ້.
ລັດຖະມົນຕີວ່າການກະຊວງຍຸຕິທຳ ໄດ້ເນັ້ນວ່າ:
ການສ້າງລັດແຫ່ງກົດໝາຍຂອງປະ ຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ, ກະຊວງຍຸຕິທຳໄດ້ມີຄວາມພະຍາຍາມ,ບາກບັ່ນບຸກ
ບືນຮ່ວມກັບຂະແໜງ ແລະ ອົງ ການອ້ອມຂ້າງ ແລະ ທ້ອງຖິ່ນ, ດຳເນີນການສ້າງຮ່າງກົດໝາຍ
ແລະ ນິຕິກຳໃຕ້ກົດໝາຍ ໂດຍຕິດພັນກັບການເອົາໃຈໃສ່ຈັດຕັ້ງໂຄ ສະນາລວມທັງໂຄສະນາຜ່ານສື່ມວນຊົນ
ອັນພົ້ນເດັ່ນແມ່ນໄດ້ມີຂະບວນການນຳເອົາກົດໝາຍລົງສູ່ປະຊາຊົນນັບມື້ກວ້າງຂວາງ,
ເລິກເຊິ່ງໃນທົ່ວປະເທດ ເຊິ່ງເອີ້ນ ວ່າ:ຂະບວນວຽກງານຍຸຕິທຳຮາກຖານ.ນອກນີ້,ກະຊວງຍຸຕິທຳຍັງມີຄວາມພະຍາຍາມອອກຈົດໝາຍ
ເຫດທາງລັດຖະການ
ເຊິ່ງປັດ ຈຸບັນໄດ້ກາຍເປັນຈົດ ໝາຍເຫດທາງລັດຖະການ ໂດຍຜ່ານລະບົບເອເລັກໂຕຣນິກ,
ອອກວາລະສານກົດໝາຍ-ຍຸຕິທຳ ແລະ ໄດ້ອອກໜັງສືພິມກົດໝາຍ ເປັນສະບັບທຳອິດ.ທັງນີ້ກໍເພື່ອແນໃສ່ໂຄສະນາເຜີຍແຜ່ແນວທາງປ່ຽນແປງໃໝ່ຮອບດ້ານທີ່ມີຫລັກການຂອງພັກ
ເຊິ່ງໄດ້ຫັນເປັນລັດຖະ ທຳມະນູນ, ກົດໝາຍ ແລະນິຕິກຳ, ເຜີຍແຜ່ແບບຢ່າງທີ່ດີໃນການເຄົາ
ລົບ ແລະ ປະຕິບັດລະ ບຽບ-ກົດ ໝາຍ,ຄວາມຍຸຕິທຳໃນສັງຄົມ. ພ້ອມກັນນັ້ນ ກໍປະກອບສ່ວນຕໍ່ສູ້ສະກັດກັ້ນ
ແລະ ຕ້ານປາກົດການລະເມີດລະບຽບ-ກົດໝາຍ,ປົກປ້ອງ ແລະ ເສີມຂະຫຍາຍສິດເປັນເຈົ້າ,
ສິດປະຊາທິປະໄຕຂອງປະ ຊາຊົນບັນດາເຜົ່າ.
ໃນການແລກປ່ຽນບົດຮຽນສື່ມວນຊົນຢູ່ກະຊວງຍຸຕິທຳເທື່ອນີ້
ເປັນຂີດໝາຍທີ່ດີທີ່ມີການເຂົ້າ ຮ່ວມຂອງການນຳຂັ້ນສູງຂອງພັກ,ຂອງລັດ ແລະ
ຂອງສື່ມວນຊົນ ອັນເປັນການສະແດງອອກເຖິງທັດສະນະ, ຄຳເຫັນ ແລະ ບົດ ຮຽນອັນດີທີ່ສ້າງສັນພາຍໃຕ້ແນວ
ທາງຂອງພັກ ແລະ ລະບຽບກົດ ໝາຍຂອງລັດ ເຊິ່ງຍາມໃດສື່ມວນຊົນລາວກໍຈົງຮັກພັກດີຕໍ່ພັກ,
ຮັບໃຊ້ປະຊາຊົນ,ເປັນກະບອກສຽງ ແລະ ເປັນອາວຸດອັນແຫລມຄົມ ແລະ ເດັດຂາດເດີນຕາມເສັ້ນ
ທາງສັງຄົມນິຍົມທີ່ພັກເຮົາໄດ້ກຳ ນົດໄວ້. ໃນດ້ານວິຊາສະເພາະສື່ມວນຊົນລາວໄດ້ເຕີບໃຫຍ່ຂະຫຍາຍໂຕທາງປະລິມານ
ແລະ ຄຸນນະພາບໂດຍສະເພາະໃນຖັນແຖວຍຸຕິທຳ ສາ ມາດສ້າງໄດ້ກະບອກສຽງຂອງຕົນ
ເຊິ່ງມີທັງວາ ລະສານ, ໂຄສະນາໃນສື່ເອເລັກໂຕຣນິກ ແລະ ໃນຕົ້ນເດືອນທັນວາຂອງປີນີ້
ກໍໄດ້ກຳເນີດໜັງສືພິມກົດໝາຍຂອງຕົນຢ່າງເປັນທາງການແນໃສ່ເພື່ອເຮັດໃຫ້ພະນັກງານ,
ທະຫານ, ຕຳຫລວດ ແລະ ປະຊາຊົນໃນທົ່ວປະເທດ ລວມທັງອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະ
ບານ (NGO) ແລະ ຊາວຕ່າງດ້າວທີ່ອາໄສຢູ່ ສປປ ລາວ ຮັບຮູ້, ເຫັນແຈ້ງ ແລະ ປະຕິບັດລະບຽບກົດໝາຍຂອງ
ສປປ ລາວ ຢ່າງເຂັ້ມງວດ.
ບັນດາຜູ້ເຂົ້າຮ່ວມຍັງຍົກໃຫ້ເຫັນບົດຮຽນຄວາມຮູ້ທາງວິຊາການ,
ໂຄງປະກອບການຈັດ ຕັ້ງ ແລະ ບັນຫາອື່ນໆທີ່ຄວນໃສ່ໃຈ ໂດຍສະເພາະການໃຊ້ສັບພາ
ສາ, ໄວຍາກອນ, ບັນຫາຂໍ້ມູນຕ່າງໆ ແລະ ອັນສຳຄັນແມ່ນບັນ ນາທິການ ຕ້ອງເປັນຜູ້ມີຄວາມຮູ້,
ມີປະສົບການທີ່ແນ່ນອນ, ກຳແໜ້ນແນວທາງຂອງພັກ, ມີວິຊາສະເພາະ ແລະ ຮູ້ຫລີກເວັ້ນບໍ່ໃຫ້ເກີດໜັງສືພິມໃນລັກສະນະລາຍ
ຕາມໃຈ, ລາຍຕາມເງິນ, ແຕ່ຕ້ອງສ້າງໃຫ້ເປັນລາຍປົກກະຕິ, ຈາກນ້ອຍຫາໃຫຍ່, ຕ່ຳຫາສູງ,
ຈາກລາຍເດືອນເປັນລາຍປັກ ກ້າວສູ່ລາຍສັບປະດາ ແລະ ເປັນລາຍວັນ ໂດຍອີງໃສ່ເງື່ອນໄຂ
ແລະ ຄວາມເປັນຈິງຂອງແຕ່ລະໄລຍະຂອງວຽກງານ.
ຂໍສື່ມວນຊົນທີ່ຮັກຊາດ ແລະ ມີຄວາມເປັນທຳຕໍ່ສັງຕົມ ຊ່ວຍລົງມາຫາຂ່າວຢູ່ແຂວງ ສວັນນະເຂດແດ່ເລື່ອງ ປະກົດການຫຍໍ້ທໍ້ ດ້ານຢາເສບຕິດ ການຄ້າທີ່ຜິດກົດໝາຍ ແລະ ພະນັກງານສໍ່ລາດບັງຫລວງ ຂອງ ແຕ່ລະເມືອງ ນັບມື້ແຫ່ງມີຄວາມຮຸນແຮງໂດຍບໍ່ຢ້ານກົວເກງຕໍ່ກົດໝາຍປະເທດຊາດບ້ານເມືອງແຕ່ຢ່າງໃດ
ReplyDelete