Ad

Ad

11 December 2013

ກອງປະຊຸມອະນຸພາກພື້ນແມ່ນ້ຳຂອງ GMS ຄັ້ງທີ 19 ຫາລື ເລື່ອງການຮ່ວມມືເລ່ັງລັດ



       ກອງ​ປະຊຸມ​ລັດຖະມົນຕີ​ອະນຸ​ພາກພື້ນ​ແມ່ນ້ຳຂອງ GMS ຄັ້ງທີ 19 ​ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 10-11 ທັນ ວາ​ນີ້ ຢູ່​ໂຮງ​ແຮມ​ດອນ​ຈັນ​ພາ​ເລດ ນະຄອນຫລວງ​ວຽງ​ຈັນ ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ​ນາງ ມອນ​ມະນີ ຍອຍ​ບົວກອງ ຫົວໜ້າ​ກອງ​ເລຂາ​ຄະນະ​ກຳມະ ການ​ແມ່ນ້ຳຂອງ​ແຫ່ງ​ຊາດ, ທ່ານ ​ເຈ​ມ ຫົວໜ້າ​ທະນາ ຄານ ພັດທະນາ​ອາຊີ (ADB) ​ແລະ ຫົວໜ້າ​ຮັບຜິດຊອບ​ວຽກ​ງານ​ແມ່ນ້ຳ ຂອງ​ຈາກ ສປ ຈີນ, ​ໄທ, ມຽນ ມາ, ຫວຽດນາມ, ກຳປູ​ເຈຍ ​ແລະ ລາວ ​ເຂົ້າຮ່ວມ ​ເຊິ່ງກອງ​ປະຊຸມ​ຄັ້ງນີ້ມີ​ຫົວ​ຂໍ້​ສຳຄັນ​ວ່າ: “ຍຸກ​ໃໝ່​ຂອງ​ການ​ລິ​ເລີ່​ມ GMS ສຳລັບ​ຄວາມ​ຄືບ​ໜ້າ​ທີ່​ເລັ່ງລັດ​ໄວ​ຂຶ້ນ”.
        ​ໃນ​ກອງ​ປະຊຸມ​ມີ​ການ​ທົບ​ທວນຄືນ ​ແລະຮັບຮອງ​ເອົາ​ຂອບ​ການ​ລົງທຶນ​ລະ ດັບ​ພາກພື້ນສະບັບ​ສຸດ​ທ້າຍ (RIR) ລວມທັງ​ແຜນ​ໂຄງການ​ລະດັບ​ພາກພື້ນ​ແບບ​ຍຸກ​ໃໝ່ ​ແລະ ຜົນ​ໄດ້​ຮັບ​ຂອງ​ວຽກ​ງານ​ວິ​ເຄາະ​ກ່ຽວ​ກັບ​ປະສິດທິພາບ​ຂອງ​ການ​ດຳ​ເນີນ​ແຜນ​ຂອບ​ການ​ລົງທຶນ​ໃນ​ລະດັບ​ພາກພື້ນສະບັບ​ສຸດ​ທ້າຍ​ທີ່​ມີ​ຫລາຍ​ກວ່າ 200 ​ໂຄງການ ​ໃນ 10 ຂະ​ແໜງ​ການ ​ແລະ ມີ​ມູນ​ຄ່າ​ເຖິງ 50 ຕື້​ໂດ​ລາ​ສະຫະລັດ.

          ຂອບ​ການ​ລົງທຶນ​ລະດັບ​ພາກພື້ນສະບັບ​ສຸດ​ທ້າຍ​ຂອງ GMS ນີ້ ​ແມ່ນ​ມີ​ຄວາມ​ແຕກ​ຕ່າງ​ຈາກ​ໂຄງການ​ທີ່​ປະຕິບັດ​ຜ່ານ​ມາ ​ເພາະວ່າ​ໂຄງການ​ຮ່ວມ​ມື​ຜ່ານ​ມາ​ແມ່ນ​ເວົ້າ​ເຖິງ​ພື້ນຖານ​ການ​ຂົນ​ສົ່ງ​ທີ່​ໝາຍ​ເຖິງ​ການ​ມີ​ຖະໜົນ ​ແລະ ຂົວ​ຕ່າງໆ ​ເພື່ອ​ໃຫ້ສາມາດ​ເຊື່ອມ​ຕໍ່ກັນໃນບັນດາປະເທດລຸ່ມ ແມ່ນ້ຳຂອງ, ​ແຕ່​ໃນ​ປັດຈຸບັນ ທາງ​ລົດ​ໄຟ​ແມ່ນ​ມີ​ບົດບາດ​ພົ້ນ ເດັ່ນ​ໃນ​ຂອບ​ການ​ລົງທຶນ​ລະດັບ​ພາກພື້ນສະບັບ​ສຸດ​ທ້າຍ. ນອກ ຈາກ​ນີ້ ຂອບ​ການ​ລົງທຶນ​ດັ່ງກ່າວ​ຍັງ​ໃຫ້​ຄວາມ​ສຳຄັນ​ຫລວງ ຫລາຍ​ຕໍ່​ກັບ​ການ​ຂົນສົ່ງ​​ແບບ​ຫລາຍ​ປະ​ເພດ ​ແລະ ລະຫວ່າງ​ປະ​ເພດ​ການ​ຂົນ​ສົ່ງ, ການ​ອຳ ນວຍ​ແກ່​ການ​ຂົນ​ສົ່ງຂ້າມ​ຊາຍ​ແດນ, ສ່ວນ​ໃນ​ຂະ​ແໜງ​ພະລັງ ງານ​ຈະ​ເນັ້ນ​ໃສ່​ການ​ພັດທະນາ​ຂອງ​ຕະຫລາດ​ພະລັງງານ ​ແລະ ສົ່ງ​ເສີມ​ການ​ນຳ​ໃຊ້​ພະລັງງານ​ທົດ​ແທນ​ຢ່າງ​ມີ​ປະສິດທິ​ຜົນ, ຂະ​ແໜງ​ຂໍ້​ມູນ​ຂ່າວສານ ​ແລະ ​ເຕັກ​ໂນ​ໂລ​ຊີ​ການ​ສື່ສານ (ICT) ຈະ​ສຸມ​ໃສ່​ການ​ພັດທະນາ​ນຳ​ໃຊ້​ລະບົບ ICT ​ເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ພື້ນຖານ​ໂຄງ​ລ່າງ​ດ້ານ​ເຄືອ​ຂ່າຍ ​ແລະ ສຳລັບ​ຂົງ​ເຂດ​ວຽກ​ງານ​ທ່ອງ​ທ່ຽວ​ແມ່ນ​ແນ​ໃສ່​ການ​ສົ່ງ​ເສີມ​ພາກພື້ນ​ໃຫ້​ເປັນ​ຫົວ ໜ່ວຍ​ອັນ​ດຽວ, ການ​ປັບປຸງ​ພື້ນ ຖານ​ໂຄງ​ລ່າງ ​ແລະ ການ​ຄຸ້ມ​ຄອງ​ການທ່ອງທ່ຽວ​ທີ່​ຍືນ​ຍົງ. ສ່ວນ​ຂົງ​ເຂດ​ກະສິກຳ​ແມ່ນ​ແນ​ໃສ່​ການ​ສົ່ງ​ເສີມ​ການ​ຜະລິດ​ກະສິກຳ​ສະອາດ​ປອດ​ໄພ​ຂອງ​ສະບຽງ ອາຫານ, ​ເວົ້າລວມ​ແລ້ວ ຂອບ​ການ​ລົງທຶນ​ລະດັບ​ພາກພື້ນສະ ບັບ​ສຸດ​ທ້າຍ​ແມ່ນ​ກວມ​ເອົາ​ຫລາຍ​ຂະ​ແໜງ​ການ​ທີ່​ສາມາດ​ຫັນປ່ຽນ​ລະບົບ​ການ​ຂົນ​ສົ່ງ​ເຂົ້າ​ໄປ​ໃນ​ແລວ​ທາງ​ເສດຖະກິດ​ທີ່​ຮັບປະກັນ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ອະນຸ​ພາກພື້ນ.

No comments:

Post a Comment